ຊາວເມືອງກະລຶມຢາກຮູ້ເຣື້ອງ ຄ່າຊົດເຊີຍ


2013.09.11
F-sekong ເສັ້ນທາງສາຍຫລັກ ໃນເມືອງທ່າແຕງ ແຂວງເຊກອງ
trip mondo3

 

ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງເຊກອງ ເປີດເຜີຍ ໃນວັນທີ 11 ກັນຍາ ນີ້ວ່າ ໂຄງການ ສໍາຣວດ ແລະຂຸດຄົ້ນບໍ່ແຮ່ ຂອງ ບໍຣິສັດ ພອນສັກ ວາງແຜນທີ່ຈະໂຍກຍ້າຍ ຊາວບ້ານ ບ້ານຄຸ້ມຍອນ ແລະທົ່ງກາຍ ຢູ່ເມືອງກະລຶມ ໃນເດືອນ ພຶສຈິກາ ນີ້. ແຕ່ຊາວບ້ານ ກັງວົນນໍາ ເຣື້ອງຄ່າຊົດເຊີຍ ແລະ ທີ່ດິນປູກຝັງ, ຄ່າຊົດເຊີຍຜົລປູກ ທີ່ເສັຍຫາຍ ແລະ ເຣື່ອງຊ່ວຍລ້ຽງ ຫລັງການໂຍກຍ້າຍ ໄປແລ້ວ:

"54 ລັງຄາເຮືອນ ສໍາລັບການຍົກຍ້າຍຫັ້ນ ກໍຄາດວ່າ ເດືອນ 11-12 ນີ້ແລ້ວ ສໍາລັບບ່ອນນັ້ນ ນະມັນມີ 2 ຄຸ້ມ ຍອມກັບທົ່ງກາຍ ແຕ່ວ່າ ເຂົ້າມານີ້ກໍມາ ເປັນບ້ານດຽວກັນ ທາງບໍຣິສັດຖືວ່າ ຮັບຜິດຊອບ ໂຕທີ່ວ່າ ຊົດເຊີຍ ເຣື່ອງນະໂຍບາຍນີ້ ກໍເປັນຕົ້ນໄມ້ຕົ້ນຕອກ ຫຍັງຕ່າງໆ ເພິ່ນກໍຄິດເປັນຣາຄາ ຂອງ ອັນນັ້ນຕີ້ ແຕ່ວ່າເພິ່ນ ຍັງບໍ່ທັນໄດ້ ຣະບຸດອກ".

ທ່ານເວົ້າວ່າບໍຣິສັດພອນສັກ ທີ່ໄດ້ສໍາປະທານສໍາຣວດ ແລະຂຸດຄົ້ນບໍ່ແຮ່ມາຕັ້ງແຕ່ປີ 2011 ໃນເນື້ອທີ່ 5,000 ເຮັກຕາເຮັດໃຫ້ປະຊາຊົນ ທີ່ອາສັຍຢູ່ໃນພື້ນທີ່ນັ້ນຈໍານວນ 54 ຄົວເຮືອນ ຈະຕ້ອງໄດ້ຖືກ ໂຍກຍ້າຍ ອອກໄປຢູ່ບ້ານ ທົ່ງແຄນ ທີ່ຕິດກັບແຂວງ ສາລະວັນ. ຂນະນີ້ ກໍາລັງສ້າງບ້ານ ຈັດສັນນັ້ນຢູ່.

ຕາມດໍາຣັດນາຍົກຣັຖມົນຕີເລກທີ 192 ວ່າດ້ວຍການທົດແທນຄ່າເສັຍຫາຍ ແລະ ການຍ້າຍປະຊາຊົນອອກຈາກໂຄງການພັທນາ ເວົ້າວ່າ ເຈົ້າຂອງໂຄງການ ຕ້ອງທົດແທນຄ່າເສັຍຫາຍ ໃຫ້ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ໃນມູນຄ່າປ່ຽນແທນ. ຊາວບ້ານທີ່ ຖືກໂຍກຍ້າຍ ຜູ້ນຶ່ງ ເປີດເຜີຍວ່າ ສິ່ງທີ່ຊາວບ້ານ ຢາກໃຫ້ທາງ ບໍຣິິສັດຊ່ວຍເຫລືອນັ້ນ ແມ່ນເຣື່ອງອາຫານ ຊຶ່ງເບື້ອງຕົ້ນ ຈະມີຄວາມຫຍຸ້ງຍາກ ໃນການ ຜລິດແລະຊອກຫາອາຫານການກິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.