ຄ່າຊົດເຊີຍທາງຣົດໄຟ ສວັນ ລາວບາວ
2016.08.29
ປັດຈຸບັນ ທາງການລາວ ກັບ ຜູ້ບໍຣິຫານ ຂອງ ບໍຣິສັດ Giant Consolidated ຈາກ ປະເທດ ມາເລເຊັຽ ກຳລັງ ໂອ້ລົມ ປຶກສາກັນ ກ່ຽວກັບ ການຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ທາງຣົດໄຟ ສະຫວັນ - ລາວບາວ ຊຶ່ງຜ່ານມາ ບໍຣິສັດ ດັ່ງກ່າວ ຢາກໃຫ້ທາງ ຣັຖບານ ເປັນຜູ້ຊົດເຊີຍ ແຕ່ທາງການ ກໍ່ຢາກໃຫ້ ທາງ ຜູ້ລົງທຶນ ເປັນຜູ້ຊົດເຊີຍ ເຊັ່ນດຽວກັນ, ແຕ່ຕອນນີ້ ຍັງຕົກລົງກັນ ບໍ່ໄດ້ເທື່ອ, ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນ ວັນທີ 26 ສິງຫາ ນີ້ວ່າ:
“ຊົດເຊີຍ ທີ່ພາກຜູ້ລົງທຶນ ຢາກໃຫ້ຣັຖບານ ເປັນຄົນ ຊົດເຊີຍເອງ ແຕ່ວ່າ ຣັຖບານເຮົາ ກະຍັງສຶກສາ ເບິ່ງກ່ອນ ໂຕນິ້ ກະຢາກໃຫ້ ຜູ້ລົງທຶນ ຫັ້ນແຫຼະເນາະ ເປັນຜູ້ ຮັບຜິດຊອບ ໝົດ ຍັງ ເຈຣະນາ ຫຼືວ່າ ຍັງມີຂັ້ນຕອນ ລົມກັນຢູ່”.
ທ່ານກ່າວ ຕ່ືມວ່າ: ມາຮອດດຽວນີ້ ກໍ່ຍັງບໍ່ສາມາດ ຕອບໄດ້ວ່າ ສຸດທ້າຍ ຝ່າຍໃດ ຈະເປັນຜູ້ຈ່າຍ ຄ່າຊົດເຊີຍ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບ ນັ້ນ ຫຼືວ່າ ທາງຣັຖ ແລະ ຜູ້ລົງທຶນ ຈະຮ່ວມກັນ ຈ່າຍ ຄ່າຊົດເຊີຍ ແຕ່ກໍ່ຍັງ ບໍ່ສາມາດ ເວົ້າໄດ້ ເທື່ອ, ຄາດວ່າ ເມື່ອການ ຫາລືກັນ ຜ່ານໄປ ຈະມີການ ຖະແຫຼງ ຣາຍລະອຽດ ເພີ່ມຕ່ືມໃຫ້ ປະຊາຊົນ ຮັບຮູ້.
ໂຄງການ ທາງຣົດໄຟ ສະຫວັນ - ລາວບາວ ນີ້ຈະເຮັດໃຫ້ ປະຊາຊົນ ຫຼາຍຄອບຄົວ ຕ້ອງເສັຽເນື້ີືອທີ່ ດິນປູກຝັງ ຕ່າງໆ ເພາະ ສ່ວນໃຫ່ຍ ຈະສ້າງຜ່ານ ເຂດທົ່ງນາ ເພື່ອຫຼີກຫຼ່ຽງ ການສ້າງຜ່ານເຂດ ຊຸມຊົນ ຊຶ່ງ ຈະເຮັດໃຫ້ ປະຊາຊົນ ຕ້ອງຍົກຍ້າຍ ເຮືອນຊານ ໄປຢູ່ບ່ອນໃໝ່.
ໂຄງການ ທາງຣົດໄຟ ສະຫວັນ - ລາວບາວ ໄດ້ຈັດພິທີ ວາງສິລາເລີກ ໄປແລ້ວ ເມື່ອທ້າຍປີ 2013, ໂຄງການ ຈະສ້າງທາງຣົດໄຟ ຍາວ 220Km ເລີ່ມຈາກ ເມືອງໄກສອນ ພົມວິຫານ ຜ່ານເມືອງ ອຸທຸມພອນ, ເມືອງ ອາດສະພັງທອງ, ເມືອງ ພະລານໄຊ, ເມືອງພີນ ແລະ ໄປ ສຸດຢູ່ ດ່ານຊາຍແດນ ລາວບາວ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ.