ຣົດໄຟສວັນ-ລາວບາວເລີ່ມ ປັກຫຼັກ
2016.10.03
ບໍຣິສັດ ຣົດໄຟ Giant Rail Company ຂອງ ມາເລເຊັຽ ໄດ້ ລົງນາມ ກັບ ບໍຣິສັດລາວ ໃນວັນສຸກ ຜ່ານມາ ເພື່ອປັກຫຼັກ ໝາຍແຣວ ເສັ້ນທາງ ລົດໄຟ ສວັນ-ລາວບາວ ເພື່ອເຊື່ອມຕໍ່ ແຂວງສວັນນະເຂດ ຂອງລາວ ກັບຊາຍແດນ ວຽດນາມ ຊຶ່ງເປັນ ບາດກ້າວ ທີ່ໃກ້ຈະ ເລີ້ມ ໂຄງການ ການກໍ່ສ້າງ ຣົດໄຟ ສວັນ-ລາວບາວ ໃນ ໄລຍະ ຄວາມຍາວ ປະມານ 2 ຮ້ອຍຊາວ ກິໂລແມັດ ຂອງ ບໍຣິສັດ GIANT RAIL ມາເລເຊັຽ ໃນ ມູລຄ່າ ການກໍ່ສ້າງ ປະມານ 5 ຕື້ ໂດລາ.
ສັນຍາ ການ ປັກຫຼັກ ແຣວ ເສັ້ນທາງ ຣົດໄຟ ສວັນ-ລາວບາວ ເທື່ອນີ້ ຝ່າຍ ມາເລເຊັຽ ແມ່ນ ລົງນາມ ໂດຍ ທ່ານ ດຣ. ຢູຮົວ ເອຊີນຢູລູ ປະທານສະພາ ຄວາມຮ່ວມມື ເສຖກິດ ການຄ້າເອເຊັຽ ຝ່າຍລາວ ຄື ທ່ານ ຄຳແພງ ວິໄລສັກ ຜູ້ຈັດການ ກິຈການດ້ານ Contract ຂອງ ໂຄງການ ຫນ່ວຍງານ ສຳຣວດ ອອກແບບ ຂົວທາງ ສປປລາວ.
ການປັກຫຼັກ ແຣວ ເສັ້ນທາງ ຣົດໄຟ ສວັນ-ລາວບາວ ຕາມ ແຜນການ ທີ່ໄດ້ວາງ ໄວ້ ຈະ ປະກອບດ້ວຍ 11 ເຂດພັທນາ ໂດຍຮວມ ໃນຈຳນວນ ເນື້ອທີ່ 4 ພັນ ນຶ່ງຮ້ອຍ ເຮັກຕາ ຕາມເສັ້ນທາງ ທີ່ ແຂວງ ສວັນນະເຂດ ຄາດວ່າ ຈະສຳເຣັດ ພາຍໃນ 3 ເດືອນ ຈາກ ມື້ ເລີ້ມຕົ້ນ ໃນ ເດືອນ ຕຸລາ ປີ 2016 ນີ້. ໂຄງການນີ້ ໄດ້ ເລື່ອນເວລາ ມາຫຼາຍປີ ແລ້ວ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຮ່ອງຮອຍ ວ່າຈະໄດ້ ລົງມື້ສ້າງ ຫຼືບໍ.