ມ.ນາຊາຍທອງ ຄ່າຊົດເຊີຍ ແກ່ຍາວ

ໄຊຍາ
2019.04.24
F-railway ການກໍ່ສ້າງທາງຣົດໄຟ ໃນນະຄອນຫຼວງວຽງຈັນ
RFA/SY

ເຂດນະຄອນຫລວງວຽງຈັນ ກໍແມ່ນນຶ່ງ ໃນເຂດທີ່ໄດ້ຄ່າຊົດເຊີຍຊັກຊ້າ ເຖິງວ່າກ່ອນໜ້ານີ້ປະຊາຊົນ ຈຳນວນ 63 ຄອບຄົວ ຢູ່ເຂດບ້ານ ແຈ້ງສະຫວ່າງ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຮັບຄ່່າຊົດເຊີຍໄປແລ້ວ ມູນຄ່າ 17,277 ຕື້ກີບ. ອີງຕາມຄຳເວົ້າ ຂອງ ປະຊາຊົນ ຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອທ້າຍເດືອນ ມີນາ ຜ່ານມາວ່າ:

"ໄດ້ໝົດແລ້ວແຈ້ງສະຫວ່າງນ່າ, ນໍ້າເຢັນກ່າໄດ້ແລ້ວ ຄົບຖ້ວນໝົດແລ້ວ ບໍ່ມີບັນຫາຫຍັງແລ້ວ ເພີ່ນເຫັນດີເອກກະພາບເບິດ ປະຊາຊົນ ກ່າບໍ່ໄດ້ ຂັດຂ້ອງຫຍັງຫັ້ນນ່າ ເງິນຄຳກ່າໄດ້ເບິດແລ້ວ."

ແຕ່ກໍມີປະຊາຊົນ ໃນເຂດເມືອງນາຊາຍທອງ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ຕ້ອງລໍຖ້າມາເປັນເວລາເກືອບສາມປີ ຕັ້ງແຕ່ເຣີ້ມໂຄງການ. ເຖິງວ່າຄນະກັມມະການໄກ່ເກັ່ຽ ຄ່າຊົດເຊີຍໄດ້ລົງມາເກັບກໍາ ຂໍ້ມູນສົມບູນແລ້ວ ປະຊາຊົນກໍເປີດບັນຊີຖ້າແລ້ວ ແຕ່ຍັງບໍ່ທັນມີຄຳຕອບ ຈາກທາງການ ເທື່ອວ່າເມື່ອໃດຈະໄດ້ຮັບຄ່າຊົດເຊີຍ, ດັ່ງປະຊາຊົນຜູ້ໄດ້ຮັບຜົລກະທົບ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 17 ເມສາ ວ່າ:

"ຕາມດຳຣັຖຂອງນາຍົກຣັຖມົນຕຣີ ເພິ່ນກາບອກວ່າທຸກໆ ໂຄງການບໍ່ວ່າຈະເປັນຂອງຣັຖ ຫລືວ່າຂອງເອກກະຊົນ ກ່ອນຈະລົງມືເຮັດກໍ່ສ້າງ ອັນໃດມັນຈະຕ້ອງໄດ້ເວົ້າເຣື່ອງ ຜົລກະທົບ ຈາກປະຊາຊົນສາກ່ອນ ບາດນີ້ເວົ້າກັນລົມກັນ ຕ້ອງໄດ້ໄປກວດເບີ່ງສະຖານທີ່ ໃຫ້ຮຽບຮ້ອຍ ກາສຳລະສະສາງ ໃຫ້ມັນຖືກຕ້ອງກັນແລ້ວ ຈື່ງຄ່ອຍລົງມືເຮັດເນາະ. ເບື້ອງຕົ້ນເພິ່ນມາສຳຣວດກວດກາ ຫັ້ນເພິ່ນແຈ້ງໃຫ້ຮູ້ວ່າຕົກຢູ່ ປະມານ 7,776 ແມັດກາເຣ ໂອ້ຍສາມປີ ຜ່ານມາແລ້ວ ສີ່ປີຜ່ານມາແລ້ວ ເພີ່ນກ່າຈັ່ງຄ່ອຍມາສລຸບ ມາໄລ່ຄືນໃໝ່ອີກ ຈັ່ງຊີ້ມາແທັກມາກວດກາຄືນ ເພິ່ນຈະຈ່າຍໃຫ້ແຕ່ 7,180 ແມັດກາເຣ.

ທ່ານໄດ້ກ່າວຕື່ມວ່າ:

"ເຮົາກາບໍ່ປະຕິເສດເບື້ອງຣັຖ ເພິ່ນໃຫ້ກໍ່ທຸກໆຄົນ ບໍ່ແມ່ນແຕ່ເຮົາຜູ້ດຽວ ທຸກຄົນກ່າຄືກັນຫັ້ນແຫລະ ໃຜກ່າເວົ້າວ່າໃນເມື່ອຣັຖ ກ່າເພື່ອເປັນ ການຊ່ອຍຊາດບ້ານເມືອງ ແດ່ເນາະ, ສອງມາກາຣັຖ ເປັນຜູ້ຄິດໄລ່ ເຣື່ອງຄາດຄະເນທົດແທນຫັ້ນ ກໍ່ໃຫ້ມັນເໝາະມັນຄວນ ອີງຕາມ ງົບປະມານ ເພິ່ນ ຫລືວ່າອັນໃດກໍ່ບໍ່ເຂົ້າໃຈ ລະວ່າຊັ້ນສະ ກາຖືວ່າປະຊາຊົນທຸກຄົນ ບໍ່ມີໃຜຂັດຂ້ອງຫຍັງດອກ."

ທ່ານກ່າວອັດທ້າຍວ່າ:

"ບໍ່ມີເລີຍມີແຕ່ວ່າໃຫ້ລໍໄປ ແນ່ນອນຕ້ອງຈ່າຍຢູ່ແລ້ວ ລໍໄປສາກ່ອນເປີດບັນຊີມາພ້ອມທັງ ເອົາໃບຕາດິນເຮົາໄປພ້ອມນີ້ເຂດ ເມືອງນາຊາຍ ທອງ ນີ້ແມ່ນ ຄືຊິເປີດບັນຊີໄວ້ໝົດແລ້ວ ມີແຕ່ລໍຖ້າເພີ່ນຊິຈ່າຍເງີນເທົ່ານັ້ນນ່າ."

ທ່ານ ລັດຕະນະມະນີ ຄຸນນີວົງ ຮອງຣັຖມົນຕຣີກະຊວງ ໂຍທາທິການ ແລະຂົນສົ່ງ ຫົວໜ້າຄນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຢັ້ງຢືນໃນກອງປະຊຸມ ຄົບຄນະຄັ້ງທີ 5 ຂອງຄນະຊີ້ນຳໂຄງການ ກໍສ້າງທາງຣົດໄຟ ລາວ-ຈີນ ເມື່ອວັນທີ 13 ເດືອນພຶສຈິກາ ປີ 2018 ວ່າ ປັດຈຸບັນ ຣັຖບານຍັງຂາດງົບປະມານ ຈ່າຍຄ່າຊົດເຊີຍ 1,286 ຕື້ກີບ. ໂດຍກ່ອນໜ້ານັ້ນ ທ່ານ ໄດ້ສະຫລຸບວ່າ ບໍຣິສັດ ທາງຣົດໄຟ ລາວ-ຈີນ ມີງົບປະມານແລ້ວ 386 ຕື້ກີບ, ພ້ອມນີ້ບໍຣິສັດຍັງເຫັນດີ ໃຫ້ຣັຖບານຢືມອີກ 200 ຕື້ກີບ ແລະ ໃນປີ 2019 ຣັຖບານລາວ ເຫັນດີສນອງ ງົບປະມານ ໃຫ້ 400 ຕື້ກີບ ແລະ ຣັຖບານຈີນ ໃຫ້ການຊ່ອຍເຫລືອລ້າ 300 ຕື້ກີບ.

ທ່ານໄດ້ຢັ້ງຢືນຕ່ື່ມວ່າ ຕາມການຕົກລົງເບື້ອງຕົ້ນ ແມ່ນມີການກຳນົດເບີກຈ່າຍເປັນ 7 ງວດ ຜ່ານມາທາງຄນະກັມມະການຄຸ້ມຄອງ ການກໍ່ສ້າງທາງຣົດ ລາວ-ຈີນ ຣາຍງານວ່າ;

ງວດທີ 1 ໄດ້ຈ່າຍໄປ 56,518 ຕື້ປາຍກີບ ໃນນີ້ຈ່າຍໃຫ້ແຂວງຫລວງນໍ້າທາ 28,541 ຕືິ້ ປາຍກີບ, ແຂວງ ອຸດົມໄຊ ໄດ້ຮັບຄ່າຊົດເຊີຍ 20,345 ຕື້ ປາຍກີບ, ແຂວງວຽງຈັນ ໄດ້ຮັບເງີນຄ່າຊົດເຊີຍ ໄປແລ້ວ 7,628 ຕື້ປາຍກີບ.

ງວດທີ 2 ໄດ້ຈ່າຍຄ່າຊົດເຊີຍໃຫ້ແຂວງຫຼວງນໍ້າທາ 49,306 ຕື້ປາຍກີບ, ແຂວງວຽງຈັນໄດ້ຮັບ 24,767 ຕື້ປາຍກີບ ແລະນະຄອນຫຼວງ ວຽງຈັນ 7,559 ຕື້ປາຍກີບ.

ງວດທີ 3 ໄດ້ຈ່າຍໃຫ້ ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ 82,938 ຕືິ້ປາຍກີບ.

ງວດທີ 4 ໄດ້ຈ່າຍໄປ 123,9 ຕື້ກີບ ໃນນີ້ມີແຂວງນໍ້າທາ 5,3 ຕື້ກີບ, ແຂວງຫລວງພຣະບາງ 22,3 ຕື້ກີບ ແຂວງວຽງຈັນ 51,03 ຕືິີ້ກີບ ແລະ ນະຄອນຫລວງວຽງຈັນ 45,2 ຕື້ກີບ.

ຫລ້າສຸດ ເມື່ອວັນທີ 26 ມີນາຜ່ານມາ  ທ່ານ ແທ່ນຄຳ ທອງບົນ ຮອງຫົວໜ້າຄນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ຢັ້ງຢືນ ວ່າ: ການສຳລະຄ່າຊົດເຊີຍ ໃຫ້ຜູ້ໄດ້ຮັບຜົລກະທົບ ໄດ້ເບີກຈ່າຍ ເປັນປົກກະຕິ ປັດຈຸບັນກຳລັງ ຈະເບີກຈ່າຍງວດທີ 5 ຖ້າເບີກຈ່າຍງວດນີ້ ແລ້ວ ຄ່າຊົດເຊີຍທີ່ຕ້ອງຈ່າຍເຫລືອປະມານ 15% ແລະ ຄາດວ່າກາງປີ 2020 ການຊົດເຊີຍຈະສຳເຣັດ 100%.

ໂຄງການທາງຣົດໄຟ ລາວ-ຈີນ ສົ່ງຜົລກະທົບ ຕໍ່ປະຊາຊົນຈຳນວນ 4,411 ຄອບຄົວ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ, ໃນນີ້ມີ ນະຄອນຫລວງວຽງຈັນ 34 ບ້ານ ນອນຢູ່ໃນເຂດສອງເມືອງຄື ເມືອງນາຊາຍທອງມີ 23 ບ້ານ ແລະ ເມືອງໄຊທານີ 11 ບ້ານ. ແຂວງວຽງຈັນມີ 60 ບ້ານຂື້ນກັບ 4 ເມືອງຄື ເມືອງໂພນໂຮງມີ 24 ບ້ານ, ເມືອງຫີນເຫີບມີ 11 ບ້ານ, ເມືອງວັງວຽງ ມີ 16 ບ້ານ, ເມືອງກາສີມີ 9 ບ້ານ.  ແຂວງຫລວງພຣະບາງ ມີ 28 ບ້ານຂື້ນກັບ 3 ເມືອງຄື ເມືອງຊຽງເງີນມີ 16 ບ້ານ, ເມືອງຫລວງພຣະບາງ ມີ 5 ບ້ານ ແລະ ເມືອງຈອມເພັດມີ 7 ບ້ານ.

ແຂວງອຸດົມໄຊມີ 41 ບ້ານຂື້ນກັບ 3 ເມືອງຄື ເມືອງງາມີ 13 ບ້ານ, ເມືອໄຊ ແລະ ເມືອງນາໝໍ້ມີ 14 ບ້ານ. ແຂວງຫຼວງນໍ້າທາ ມີ 4 ບ້ານຂື້ນກັບ ເມືອງຫລວງນໍ້າທາ. ສ່ວນມູນຄ່າການຊົດເຊີຍ ຂອງໂຄງການ ສຳລັບແຂວງຫລວງນໍ້າທາ ປະມານ 247,98 ຕື້ກີບ, ແຂວງອຸດົມໄຊ 398,17 ຕື້ກີບ, ແຂວງຫລວງພະບາງ 213,29ຕື້ກີບ, ແຂວງວຽງຈັນ 290,31ຕື້ກີບ ແລະ ນະຄອນຫລວງວຽງຈັນ 1,342.59ຕື້ກີບ. ໂດຍມີທີ່ດິນໄດ້ຮັບ ຜົລກະທົບ 3,832 ເຮັກຕ້າ ສິ່ງປຸກສ້າງ 3,346 ຫລັງ ຕົ້ນໄມ້ ແລະ ຕົ້ນໄມ້ກິນໝາກຮວມກັນ 9 ແສນຕົ້ນ.

ທ່ານໄດ້ກ່າວໃນຕອນທ້າຍວ່າ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ມີໄລຍະການກໍ່ສ້າງ 5 ປີ ໄດ້ເຣີ້ມລົງມືກໍ່ສ້າງມາຕັ້ງແຕ່ ເດືອນ ມົກກະຣາ ປີ 2017 ຈະສຳເຣັດໃນ ເດືອນທັນວາ ປີ 2021 ແລະ ຄາດວ່າ ປີ 2022 ຈະເປີດໃຫ້ບໍຣິການຢ່າງເປັນທາງການ, ເຊິ່ງ ການຈັດຕັ້ງປະຕິບັດ ມາຮອດທ້າຍປີ 2019 ໂຄງການກໍ່ສ້າງດຳເນີນ ໄປໄດ້ດ້ວຍດີ ໂດຍສະເພາະ ການຂຸດເຈາະອຸໂມງ, ກໍ່ສ້າງຂົວ, ກໍ່ສ້າງເສັ້ນທາງ ແລະ ວຽກງານອື່ນ ໆ ມີຄວາມຄືບໜ້າ 62% ລື່ນແຜນການເລັກນ້ອຍ.

ເມື່ອບໍ່ດົນມານີ້ໄດ້ມີພິທີຊົມເຊີຍ ຜົລສຳເຣັດການຊີເຈາະອຸໂມງ ບໍ່ເຕັນ ແຂວງຫຼວງນໍ້າທາ ນອກນີີ້ຍັງສາມາດມອບພື້ນທີ່ ໃຫ້ໂຄງການ ສຳເຣັດ 95%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.