ຊາວບ້ານອອກແຮງອອກເງິນ ແປງທາງ
2020.10.06
ຊາວບ້ານ ບ້ານດະເຊີ້ຍໂພນຫີນ ແລະ ບ້ານດະເຊີ້ຍນ້ອຍ ຢູ່ເມືອງເລົ່າງາມ ແຂວງສາລະວັນ ພາກັນສ້ອມແປງທາງທີ່ເປ່ເພ ຈາກນໍ້າຖ້ວມ ແລະດິນເຈື່ອນ ດ້ວຍຕົວເອງ ຍ້ອນທາງການບໍ່ລົງມາຊ່ອຍເຫລືອ, ອີງຕາມຄໍາເວົ້າຂອງຊາວບ້ານ ທີ່ຂໍບໍ່ອອກຊື່ ຕໍ່ RFA ໃນມື້ວັນທີ 5 ຕຸລາ ນີ້.
“ນໍ້າມັນລົງມາຈາກ ບ້ານດະເຊີ້ຍນ້ອຍ ນໍ້າແຮງຫຼາຍ ຕັມເສັ້ນທາງເລີຍ ທາງດິນເປັນຂຸມເປັນອິຫຍັງ ນີ໋ແຫຼະບັດນີ້ 2 ປີ ໄດ້ເອົາແຮງງານ ປະຊາຊົນ ມາສ້ອມແປງ ທາງການຍັງບໍ່ທັນໄດ້ລົງ. ຖ້າເປັນໄປໄດ້ກໍ ຢາກໃຫ້ທາງການ ລົງມາຊ່ວຍເຫລືອ ນໍາຫັ້ນແຫລະ ດຽວນີ້ກໍລໍາບາກ ຝົນກໍຍັງຕົກ.”
ທ່ານກ່າວຕື່ມວ່າ ໄລຍະທາງທີ່ເປ່ເພ ປະມານ 2-3 ກິໂລແມັດ, ສາເຫດສ່ວນນຶ່ງແມ່ນເກີດຈາກຮ່ອງລະບາຍນໍ້ານ້ອຍ, ຍາມຝົນຕົກລະບາຍ ນໍ້າອອກບໍ່ທັນ ເຮັດໃຫ້ນໍ້າຖ້ວມທາງ. ພໍນໍ້າແຫ້ງລົງ ກໍເປັນຂີ້ຕົມ, ຊາວບ້ານເດີນທາງໄປມາ ລໍາບາກຫລາຍ.ຕລອດໄລຍະຫລາຍປີທີ່ຜ່ານມາ ຊາວບ້ານ ຕ້ອງໄດ້ສ້ອມແປງເອົາເອງ ໂດຍເອົາຫີນແຮ່ມາຖອກໃສ່ ຖົມຂຸມພໍໃຫ້ຣົດ ພໍແລ່ນຜ່ານໄດ້.
ຊາວບ້ານອີກຜູ້ນຶ່ງ ຢູ່ບ້ານດະເຊີ້ຍນ້ອຍ ຜູ້ຂໍບໍ່ອອກຊື່ຄືກັນ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ບັນຫາທາງເປ່ເພ ມີມາດົນຫລາຍປີແລ້ວ ຍ້ອນ ແຄມທາງບໍ່ມີບ່ອນລະບາຍນໍ້າ, ຍາມຝົນຕົກມາ ເສັ້ນທາງເຕັມໄປ ດ້ວຍນໍ້າ ແລະຂີ້ຕົມ ຊຶ່ງທຸກມື້ ຊາວບ້ານ ຈະເປັນຜູ້ສ້ອມແປງກັນເອົາເອງ, ບໍ່ມີທາງການລົງມາຊ່ອຍເຫລືອ ແນວໃດ
“3 ໂລ 4 ໂລພຸ້ນແຫລະ ຈາກ ປີ 2005 ພຸ້ນ ມັນເປ່ເພ ມັນບໍ່ມີຮ່ອງ ເວລາມັນເຊາະເຈທ່ອນ ໄຫລໄປຂ້າງຖນົນ ປະຊາຊົນກໍຈະຂົນຫີນ ໄປໃສ່ ພໍໄດ້ໄປຈັ່ງຊັ້ນລະ ເປ່ເພຫລາຍຢູ່ລະ ມື້ຫລັງນີ້ກໍພາກັນແປງ ທາງນີ້ຂາດເຄິ່ງ ໄປບໍ່ໄດ້ ຊົ່ວຄາວພໍໄປໄດ້.”
ຊາວບ້ານທ່ານນີ້ເວົ້າຕື່ມວ່າ ນອກຈາກເສັ້ນທາງ ບໍ່ມີຮ່ອງລະບາຍນໍ້າແລ້ວ ພື້ນທີ່ເຂດນີ້ ສ່ວນໃຫຍ່ເປັນປ່າ ເປັນພູ, ເມື່ອຝົນຕົກ ກໍເຮັດໃຫ້ ດິນເຈື່ອນລົງມາ ທັບເສັ້ນທາງ, ຍາມແລ້ງ ເສັ້ນທາງກໍຈະມີແຕ່ຂີ້ຝຸ່ນ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງເລົ່າງາມ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ວັນທີ 5 ຕຸລານີ້ວ່າ ເສັ້ນທາງພາຍໃນເມືອງ ຫລາຍເສັ້ນເປ່ເພ ແຕ່ວ່າ ງົບປະມານ ສ້ອມແປງ ບໍ່ມີພຽງພໍ. ໃນມືນີ້ ໄດ້ສົ່ງແຜນງານ ເພື່ອຂໍ ງົບປະມານ ຈາກທາງແຂວງໄປແລ້ວ ແຕ່ບໍ່ຮູ້ວ່າ ຈະໄດ້ຫລືບໍ່.
“ເປ່ເພຫັ້ນແຫຼະທາງເສັ້ນນັ້ນເປ່ເພ ມັນກໍມີຫຼາຍເສັ້ນຢູ່ ກໍສເນີຂໍງົບ ແຕ່ກໍຍັງບໍ່ທັນໄດ້ມີອະນຸມັດ ຊ່ວງນີ້ຍັງເປັນຊ່ວງລໍແຈ້ງເຣື່ອງແຫລ່ງທຶນ ສິແບ່ງເປັນເສັ້ນໃດເສັ້ນໃດ ກໍຍັງບໍ່ທັນຮູ້ ສ້ອມແປງຂອງ ພວກເຮົາ ນີ໋ກໍງົບມີໜ້ອຍ ມີໜ້ອຍຫັ້ນແຫລະ.”
ອີງຕາມຣາຍງານຂ່າວ ເຟສບຸກ ໃນລາວ ວັນທີ 28 ກັນຍາ 2020, ຊາວບ້ານ ບ້ານດະເຊີຍໂພນຫີນ ແລະບ້ານດະເຊີຍນ້ອຍ ໄດ້ຮ່ວມກັນ ສ້ອມແປງ ເສັ້ນທາງຢູ່ 2 ບ້ານ ຊຶ່ງມີຊາວບ້ານ 400 ປາຍຄົນ ເຂົ້າມາຊ່ອຍກັນສ້ອມແປງ ໂດຍໃຊ້ເງິນທັງໝົດ 1,200,000 ກີບ. ໃນນັ້ນ ເປັນເງິນຂອງວັດບ້ານ ດະເຊີ້ຍໂພນຫີນ ແລະວັດບ້ານ ດະເຊີ້ຍນ້ອຍ ຈໍານວນ 600,000 ກີບ ແລະເງິນຂອງກອງທຶນໝູ່ບ້ານອີກ 600,000 ກີບ.