Sanum ຈະບໍ່ຂຍາຍກິຈການ


2013.09.24
f-sanum ກາຊີໂນ ສວັນເວກັສ ກໍ່ເປັນສ່ວນນຶ່ງ ໃນການລົງທຶນ ຂອງບໍຣິສັດ Sanum
Savanh-Vegas

 

ບໍຣິສັດ ຊະນໍາ (Sanum) ຈະບໍ່ຂຍາຍ ກິຈການ ຂອງຕົນ ໃນເຂດ ສວັນ-ເວກັສ ເຖິງວ່ານັກ ການພະນັນ ຈີນ ກໍກໍາລັງຫລັ່ງໄຫລ ເຂົ້າ ມາຫລິ້ນ ກາຊີໂນ ຫລາຍຂື້ນກໍຕາມ. ທັງນີ້ແລະທັງນັ້ນ ກໍເພາະວ່າ ບໍຣິສັດຊະນໍາ ຍັງມີຂໍ້ຂັດແຍ້ງກັບຣັຖບານລາວ ເຣື້ອງພາສີອາກອນ ແລະ ທາງບໍຣິສັດ ຍັງບໍ່ມີ ຄວາມເຊື້ອໝັ້ນ ໃນການ ເຮັດທຸຣະກິດ ຢູ່ສປປລາວ. ນັ້ນແມ່ນສ່ວນນຶ່ງ ໃນຖແລງການ ຂອງບໍຣິສັດຊະນໍາ ຊຶ່ງເປັນ ບໍຣິສັດ ການພະນັນ ຈາກມາກ້າວ ແລະ ປັດຈຸບັນກໍເປັນ ເຈົ້າຂອງ ກາຊີໂນ ສວັນ-ເວກັສ ຢູ່ແຂວງ ສວັນນະເຂດ.

ທ່ານ Richard Pipes ຮອງປະທານບໍຣິສັດຊະນໍາ ກ່າວໃນຖແລງ ການ ວ່າບໍຣິສັດຊະນໍາ ບໍ່ມີຄວາມເຊື້ອໝັ້ນ ໃນການຂຍາຍທຸຣະກິດ ຢູ່ລາວ ກໍເພາະວ່າເມື່ອປີກາຍ ຣັຖບານລາວ ອະນຸຍາດໃຫ້ຄອບຄົວ ນຶ່ງ ທີ່ມີເສັ້ນສາຍກັບຣັຖບານຍຶດເອົາກາຊີໂນຂອງຕົນ ຢູ່ທ່ານາແລ້ງ ນະຄອນຫລວງວຽງຈັນ ໂດຍໃຫ້ເຫດຜົນວ່າ ບໍຣິສັດຊະນໍາ ບໍ່ເສັຍ ພາສີ ໃຫ້ຣັຖບານ ເຖິງ 23 ລ້ານ ດອນລ່າ ສະຫະຣັຖ. ປັດຈຸບັນ ບໍຣິສັດຊະນໍາ ໄດ້ຍື່ນຟ້ອງ ຣັຖບານລາວ ເຖິງທະນາຄານໂລກ ໃນຂໍ້ຫາ ຣະເມີດສັນຍາ ແລະ ບໍ່ສາມາດ ປົກປັກຮັກສາ ການລົງທຶນ ຂອງ ຕ່າງປະເທດ ໄດ້.

ປັດຈຸບັນ ບໍຣິສັດຊະນໍາ ຍັງເປັນເຈົ້າຂອງ ກາຊິໂນ ຢູ່ລາວ ພຽງແຕ່ແຫ່ງດຽວຄື ສວັນ-ເວກັສ. ຜ່ານມາ ນັກການພະນັນ ຊາວໄທ ແລະວຽດ ນາມ ກໍທຽວມາ ສ່ຽງໂຊກຢູ່ ກາຊິໂນແຫ່ງນີ້ ຫລາຍເປັນປະຈຳ ຢູ່ແລ້ວ; ແຕ່ປັດຈຸບັນ ຊາວຈີນ ກຳລັງນິຍົມມາ ຫລາຍຂື້ນ; ໃນທ້າຍສັປດາ ວັນເສົາ ແລະວັນອາທິດ ໂຮງແຮມ ແລະ ກາຊິໂນ ເຕັມຮ້ອຍສ່ວນຮ້ອຍ; ແຕ່ທາງບໍຣິສັດ ກໍຍັງ ບໍ່ຍອມ ຂຍາຍກິຈການ ເພາະສະພາບການ ຍັງບໍ່ແນ່ນອນ ຫລາຍຢ່າງ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.