ຊາວບ້ານເຂື່ອນແຕກຂໍໃຫ້ ເຮືອນຖາວອນແລ້ວ ຕາມກໍານົດ

ຈໍາປາທອງ
2021.02.01
ຊາວບ້ານເຂື່ອນແຕກຂໍໃຫ້ ເຮືອນຖາວອນແລ້ວ ຕາມກໍານົດ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຢູ່ ເມືອງສນາມໄຊ ແຂວງອັດຕະປື
File photo: RFA

ຊາວບ້ານຜູ້ປະສົບພັຍ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຮຽກຮ້ອງ ໃຫ້ທາງການລາວ ເອົາໃຈໃສ່ ໃນການສ້າງເຮືອນ ຖາວອນ ໃຫ້ສໍາເຣັດ ຕາມແຜນ, ບໍ່ຢາກໃຫ້ແກ່ຍາວ ຄືໄລຍະທີ່ຜ່ານມາ ເພື່ອໃຫ້ຊາວບ້ານ ຍ້າຍເຂົ້າໄປຢູ່, ດັ່ງຊາວບ້ານຜູ້ປະສົບພັຍ ຈາກ ເຂື່ອນແຕກ ທີ່ ຂໍບໍ່ອອກຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພາ ນີ້ວ່າ:

“ຕາມເພິ່ນສັນຍາມາໃໝ່ ໃນກອງປະຊຸມມື້ວານ ເມື່ອຂຶ້ນນີ້ເພິ່ນວ່າ ສັນຍາອີກ 5 ເດືອນ ແຕ່ເດືອນ 1 ຫາເດືອນ 5 ໃຫ້ພໍ່ແມ່ ປະຊາຊົນ ຂຶ້ນຢູ່ເຮືອນໝົດ. ຊຸດສັນຍາ ຄັ້ງທີ 2 ຫັ້ນແຫລະ ຈັກສິເປັນຈັ່ງໃດ ຈັ່ງໃດແຫລະ ປະຊາຊົນມັນອົດຢູ່ບໍ່ໄດ້ ແຫລະເດ໋ລູກ ມັນອົດທົນບໍ່ໄດ້ແລ້ວນະ, ບໍ່ປາກກະຢາກປາກ ບໍ່ເວົ້າກະຢາກເວົ້າ.”

ຊາວບ້ານຜູ້ນີ້ເວົ້າວ່າ ໄລຍະ 2 ປີ ປາຍມານີ້ ຖືວ່າທາງການລາວ, ເຈົ້າຂອງໂຄງການເຂື່ອນໄຟຟ້າ ແລະ ພາກສ່ວນກ່ຽວຂ້ອງ ເຮັດວຽກລ່າຊ້າຫລາຍ ຂນະທີ່ຊາວບ້ານ ຜູ້ປະສົບພັຍ ຕ້ອງໄດ້ອົດທົນ ຢູ່ກັບຄວາມເຈັບປວດ ທາງດ້ານຮ່າງກາຍ ແລະຈິດໃຈ ທີ່ໄດ້ທົນທຸກ ທໍຣະມານ ຢູ່ໃນເຮືອນພັກຊົ່ວຄາວ ທີ່ເປັນເຮືອນເຫລັກ ຮ້ອນເອົ້າ ຄັບແຄບ ແອອັດ ບໍ່ເປັນຕາຢູ່.

ແລະ ຊາວບ້ານ ຜູ້ປະສົບພັຍ ຈາກ ເຂື່ອນແຕກ ທີ່ຂໍບໍ່ອອກຊື່ ອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ ມີແຕ່ ປະຊາຊົນບ້ານດົງບາກ ແລະ ບ້ານທ່າແສງຈັນ ຈໍານວນນຶ່ງ ເທົ່ານັ້ນ ທີ່ໄດ້ເຂົ້າໄປຢູ່ເຮືອນຖາວອນ ຊຶ່ງ ເປັນເຮືອນທີ່ທາງການໄທຍ ແລະ ອົງການ ສະຫະປະຊາຊາດ-ຍີ່ປຸ່ນ ສ້າງໃຫ້, ບໍ່ແມ່ນເຮືອນ ທີ່ທາງການລາວ ກໍາລັງສ້າງຢູ່ນີ້. ສ່ວນຊາວບ້ານອື່ນໆ ຍັງຕ້ອງໄດ້ ອົດທົນຢູ່ເຮືອນພັກ ຊົ່ວຄາວເໝືອນເດີມ:

“ດຽວນີ້ນີ໋ ຜູ້ໄດ້ຢູ່ກະໄດ້ຢູ່ແລ້ວ ຜູ້ບໍ່ທັນໄດ້ຢູ່ກະບໍ່ທັນໄດ້ຢູ່. ແຖວພວກບ້ານສມອງ ຂຶ້ນໄປບ້ານປິ່ນດົງຫັ້ນ ເຂົາບໍ່ທັນໄດ້ເຮັດໃຫ້ ຍັງຢູ່ ເຮືອນເຫລັກ, ບາດຢູ່ດົງບາກນີ້ ພວກແລ້ວໆ ເຂົາກະຢູ່ ພວກບໍ່ທັນ ຢູ່ກະບໍ່ທັນຢູ່ຊັ້ນນ່າ.”

ຊາວບ້ານຜູ້ປະສົບພັຍ ຈາກ ເຂື່ອນແຕກ ບ້ານດົງບາກ ທີ່ໄດ້ເຂົ້າໄປຢູ່ເຮືອນຖາວອນ ແລ້ວນັ້ນເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ກຸມພາ ນີ້ວ່າ ໄດ້ຍ້າຍມາຢູ່ເຮືອນຖາວອນ ແຕ່ປີ 2020 ແລ້ວ, ມີໄຟຟ້າ, ນໍ້າປະປາໃຫ້ພ້ອມ, ຫລາຍຄອບຄົວ ທີ່ເຂົ້າມາຢູ່ ກໍພາກັນ ຕໍ່ເຕີມຕື່ມ, ລ້ຽງສັດ ແລະປູກຜັກໄປເລັກໆນ້ອຍໆ ພໍໄດ້ຢູ່ສະບາຍຂຶ້ນ.

ກ່ຽວກັບເຣື່ອງທີ່ວ່າ ຍັງຂາດເຂີນ ແລະ ເປັນບັນຫານັ້ນ ຄືຊາວບ້ານສ່ວນໃຫຍ່ ຍັງບໍ່ທັນມີອາຊີບທີ່ໝັ້ນຄົງ. ບາງຄອບຄົວ ຢາກລ້ຽງ ສັດ ເຊັ່ນ; ງົວ ຄວາຍ ໝູ ແລະແບ້ ແຕ່ພັດບໍ່ມີເງິນ ຊື້ມາລ້ຽງ. ບາງຄົນຢາກປູກເຂົ້ານາປີ, ເຂົ້ານາແຊງ ພັດບໍ່ມີແນວພັນ ແລະ ທາງການລາວ ກໍຍັງສ້າງຄອງຊົລປະທານ ບໍ່ທັນແລ້ວເທື່ອ, ດັ່ງທີ່ທ່ານກ່າວວ່າ:

“ການຂາດເຂີນ ກະເວົ້າສະເພາະຢູ່ບ້ານດົງບາກໃໝ່ ພວກເຮົານີ້ ພວກເຮົາກະສິສຸມໃສ່ ການປູກການລ້ຽງຫັ້ນ ຫຼືວ່າການປັບປຸງ ຄອງຊົລປະທານ ຂອງພາກຣັຖ ເຮົາສິປົວແປງ ແນວໃດ ກະສິຫາວິທີທາງອອກ ໃຫ້ພໍ່ແມ່ພີ່ນ້ອງໃນຕໍ່ໜ້າໄປ ໃຫ້ຫລຸດພົ້ນຈາກ ຄວາມດ້ອຍພັທນາ ນີ້ແຫລະ ຂອງແຕ່ຄອບຄົວຫັ້ນນ່າ.”

ເຈົ້າໜ້າທີ່ທ້ອງຖິ່ນ ເມືອງສນາມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນເຮືອນຖາວອນ ທີ່ສ້າງສໍາເຣັດໄປແລ້ວ ນັ້ນມີຈໍານວນ 111 ຫລັງ. ໃນຈໍານວນນັ້ນເປັນ ຂອງທາງການໄທຍ ຊ່ວຍສ້າງ 45 ຫລັງ ແລະ ອົງການ UN-Habitat ຂອງ ຍີ່ປຸ່ນຊ່ວຍສ້າງ 66 ຫລັງ ຊຶ່ງມີຊາວບ້ານດົງບາກ ແລະ ບ້ານທ່າແສງຈັນ ຈໍານວນນຶ່ງ ເຂົ້າໄປຢູ່ແລ້ວ.

ສ່ວນເຮືອນຖາວອນ 700 ຫລັງ ທີ່ທາງການລາວ ແລະ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຊຶ່ງວ່າຈະສ້າງໃຫ້ໄລຍະ ທໍາອິດ 496 ຫລັງ ແລະ ຈະສ້າງໃຫ້ແລ້ວ 440 ຫລັງ ໃນ ເດືອນພຶສພາ 2021 ນັ້ນ ຂນະນີ້ສ້າງໄດ້ປະມານ 35% ແລະ ກໍາລັງເລັ່ງສ້າງຢູ່:

“ດຽວນີ້ ມີແຕ່ເລັ່ງມືໃສ່ໃຫ້ມັນທັນໃນສົງການນີ້ ໂຕທີ່ວ່າໃນ 400 ປາຍຫລັງຫັ້ນເນາະ ຫາກະຜ່ານການກວດສອບ 35% ທາງບໍຣິສັດ ເພິ່ນກະອອກມາ ຢູ່ດອກວ່າສິໃຫ້ສໍາເຣັດ ຫັ້່ນນ່າ ກະຍັງຢູ່ຈຸດເດີມແຫລະ ຄື ຈຸດດົງບາກໃໝ່ ຫີນຄໍາ ຈຸດນຶ່ງ ແລ້ວກະຫີນລາດ ແລ້ວກະທ່າແສງຈັນ.”

ທ່ານກ່າວຕື່ມວ່າ ດຽວນີ້ຍັງ 2 ຈຸດ ທີ່ຍັງບໍ່ທັນໄດ້ເລີ່ມລົງມືເຮັດຫຍັງເລີຍ ຄືຈຸດບ້ານຕໍາມະຢອດ ແລະ ບ້ານປິ່ນດົງ ຊຶ່ງຕັ້ງຢູ່ອີກ ຝັ່ງນຶ່ງຂອງຫ້ວຍ ເນື່ອງຈາກຍັງຄາ ບັນຫາເຣື່ອງການ ບຸກເບີກ ແລະ ຖົມດິນໃຫ້ແໜ້ນໜາ ໃນການປຸກເຮືອນຖາວອນ ເພາະດິນ ບໍຣິເວນນັ້ນ ເປັນ ໜອງ, ແຕ່ທາງການລາວ ຄາດວ່າ ຈະສ້າງໃຫ້ສໍາເຣັດ ທັງໝົດ ພາຍໃນ ທ້າຍປີ 2021 ນີ້.

ກ່ຽວກັບເຣື່ອງທີ່ວ່ານີ້ ຍານາງ ວັນແສງ ສີສົງຄາມ ຜູ້ອໍານວຍການບໍຣິສັດດັ່ງກ່າວ ໄດ້ກ່າວຢືນຢັນ ຕໍ່ໜັງສືພິມວຽງຈັນທາຍ ວັນທີ 26 ມົກກະຣາ ທາງບໍຣິສັດຢືນຢັນວ່າ ຈະສ້າງເຮືອນ ຖາວອນ 496 ຫລັງ ໃນຈໍານວນທັງໝົດ 700 ຫລັງນັ້ນ ໃຫ້ສໍາເຣັດໃນປີ 2021 ນີ້ ຢ່າງແນ່ນອນ.

ສາເຫດທີ່ເຮັດໃຫ້ການກໍ່ສ້າງ ລ່າຊ້ານັ້ນ ທາງບໍຣິສັດບອກວ່າ ມີບັນຫາເຣື່ອງການບຸກເບີກທີ່ດິນ, ໂຄງເຫລັກມຸງຫລັງຄາ ຈະຕ້ອງໄດ້ນໍາເຂົ້າມາຈາກຕ່າງປະເທດ ແຕ່ພັດຄານໍາ ບັນຫາ ໂຄວິດ-19. ຍານາງ ວັນແສງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນທ້າຍອາທິດທີ່ຜ່ານມາ ເຖິງການສ້າງເຮືອນນັ້ນຕອນນຶ່ງວ່າ:

”ລາວຫາກໍ່ມາ ເຮົາຫາກໍສິມາເລັ່ງນີ້ຊື່ໆ ອັນເວລາທີ່ເຮັດວຽກແທ້ໆ ນີ້ຍັງບໍ່ທັນເກີນສາມເດືອນ ເຮົາເຮັດແຕ່ຜົລງານເຮົາກໍໄດ້ຊໍ່ານັ້ນ ຖືວ່າແມ່ນວ່າ ສຸດໄວສຸດເກີນຄາດ ແລະ ຣັຖບາລ ຮັບຮູ້ເບິດໂຕນີ້ ອັນທີ່ວ່າຊັກຊ້າ ມັນບໍ່ແມ່ນກ່ຽວກັບ ບໍຣິສັດ ພວກເຮົາເລີຍ ອັນນັ້ນມັນເປັນພາກສ່ວນ ອີກຕ່າງຫາກ”

ການກໍ່ສ້າງເຮືອນຖາວອນ ແມ່ນ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫລື PNPC ຂອງເກົາຫລີໃຕ້ ເປັນຜູ້ໃຫ້ທຶນກໍ່ສ້າງ ຈໍານວນ 24,500,000 ໂດລາ ສະຫະຣັຖ, ທາງການລາວ ເປັນຜູ້ດູແລ ແລະ ຈັດສັນພື້ນທີ່, ໄດ້ຮ່ວມກັນຈ້າງ ບໍຣິສັດ ວັນແສງ ພັທນາ ຈໍາກັດ ເປັນຜູ້ຮັບເໝົາ ກໍ່ສ້າງຢູ່ 5 ຈຸດ, ທັງໝົດ 700 ຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.