ຈີນຕັດໄມ້ຢູ່ ພາກເໜືອຂອງລາວ


2013.05.29
F-Phongsaly ທັມມະຊາດ ແຂວງ ຜົ້ງສາລີ ມີພູຟ້າ ເປັນສັນຍາລັກ
fb

 

ປະຊາຊົນ ລາວ ຫລາຍຄົນ ສົນໃຈ ຢາກຮູ້ວ່າ ເປັນຫຍັງ ຣັຖບານ ຈຶ່ງໃຫ້ ຈີນ ສັມປະທານ ຕັດໄມ້ ຫລາຍແທ້ ໂດຍສະເພາະ ຢູ່ທາງ ພາກເໜືອ. ຊາວລາວ ຜູ້ນຶ່ງ ທີ່ ແຂວງ ຊຽງຂວາງ ເວົ້າວ່າ:

“ອັນທີ່ວ່າໃກ້ ກັບຊາຍແດນ ອັນນັ້ນກໍ ໂຄຕ່າ ທີ່ວ່າ ຣັຖບານລາວ ໄດ້ຂາຍໄມ້ ໃຫ້ຈີນ ເຂົາຈະມີການ ລົງທຶນ ທ້ອງຖິ່ນ ເຂົ້າມາ ແລະ ຣັຖບານ ຈະຂາຍເອົາ ເປັນເງິນທຶນ ຂອງຣັດ ຈີນ ມາລົງທຶນ ອັນໃດອັນນຶ່ງ ມັນມາ ລົງທຶນ ໃຫ້ກ່ອນ ແລ້ວໃຫ້ ຣັຖບານລາວ ໃຊ້ໜີ ໃຫ້ແທນ.”

ຊາວລາວ ຜູ້ນີ້ ສັງເກດເຫັນ ອີກວ່າ ປັດຈຸບັນ ບໍຣິສັດ ຂອງຈີນ ກຳລັງ ສ້າງທາງ ຫຼາຍເສັ້ນ ເຂົ້າໄປ ໃນປ່າຕຶບ ດົງໜາ ຢູ່ໃກ້ໆ ຊາຍແດນຈີນ; ເບິ່ງແລ້ວ ການຕັດທາງ ເຫຼົ່ານັ້ນ ບໍ່ມີ ຈຸດປະສົງ ອັນໃດ ຢ່າງຄັກແນ່ ຄົງຈະຕັດ ເຂົ້າໄປ ເພື່ອ ຕັດເອົາໄມ້ຊື່ໆ. ແຕ່ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ທ່ານນຶ່ງ ທີ່ບໍ່ປະສົງ ບອກຊື່ ເວົ້າວ່າ:

“ໃນເຣື່ອງທີ່ວ່າ ມີການເອົາໄມ້ ແລກຫຍັງຕ່າງໆ ມັນເປັນ ກໍຣະນີ ທີ່ ປະຊາຊົນ ຂ້າເຈົ້າ ເຂົ້າໃຈອີກ ເຣື່ອງນຶ່ງ ແຕ່ວ່າບາງເທື່ອ ເຂົາກໍບໍ່ທັນ ເຂົ້າໃຈ ລະອຽດເຖິງ ໂຄງການ ຂອງ ຣັຖບານໃຫຍ່ໆ ທີ່ຢູ່ ຣະດັບແຂວງ ບາງເທື່ອເຂົາ ບໍ່ເຂົ້າໃຈ.”

ການຕັດໄມ້ ຢູ່ລາວ ໃນປັດຈຸບັນ ມີຫລາຍວິທີ: ວິທີນຶ່ງ ພວກຄ້າໄມ້ ໄດ້ຮັບ ອະນຸຍາດ ດ້ວຍການ ຊື້-ຈ້າງ ຈອບອອຍ ເຈົ້າໜ້າທີ່; ອີກວິທີນຶ່ງ: ນັກທຸຣະກິດ ລາວ ຫລື ຕ່າງປະເທດ ຂໍລົງທຶນປູກພືດ ອຸດສາຫະກັມ ການຄ້າ ເຊັ່ນ ຢາງພາຣາ ເມື່ອໄດ້ ອະນຸຍາດ ແລ້ວຕັດໄມ້ ອອກກ່ອນ ແຕ່ ຫລັງຈາກ ຕັດໄມ້ ອອກໝົດແລ້ວ ບໍ່ເຮັດຫຍັງ ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.