ຄ່າຊົດເຊີຍຕໍ່າຊາວບ້ານ ບໍ່ ຍອມຮັບ


2013.11.26
F-450 ເສັ້ນທາງ 450 ປີ
RFA

 

ປະຊາຊົນຜູ້ເສັຍທີ່ດິນ ເພື່ອການ ສ້າງຖນົນເລກທີ 450 ປີ ຍັງບໍ່ຍອມ ຮັບເອົາຄ່າຊົດເຊີຍ ເພາະພວກເຂົາເຫັນວ່າ ຄ່າຊົດເຊີຍຕໍ່າເກີນໄປ. ດັ່ງເຈົ້າໜ້າທີ່ກະຊວງຊັພຍາກອນແລະສິ່ງແວດລ້ອມເວົ້າວ່າ:

“ຫລາຍເຕີບແລ້ວເດີ ຈຳນວນໜ້ອຍນຶ່ງ ຍັງໜ້ອຍນຶ່ງ ພວກບໍ່ຮັບຄ່າ ຊົດເຊີຍນີ່ ມັນກໍມີຫລາຍ ສາເຫດ ບາງເທື່ອເຂົາກໍແນວໃດ ເຂົາສິວ່າມີ ການຊົດເຊີຍໜ້ອຍບໍ່ຫລືວ່າ ແນວນັ້ນນີ່ແຫລະ.”

ຖນົນເລກທີ່ 450 ປີ ກວມເອົາດິນປະຊາຊົນທັງໝົດ 600 ຕອນ ປັດຈຸບັນ ທາງການໄດ້ ໃຫ້ຄ່າຊົດເຊີຍໄປແລ້ວ 300 ກວ່າຕອນຍັງເຫລືອ 200 ກວ່າຕອນ ເພາະເຈົ້າຂອງທີ່ດິນ ຍັງບໍ່ຍອມມາຮັບເອົາ. ທາງການລາວ ໃຫ້ຄ່າຊົດເຊີຍໃນອັດຕຣາ 20,000 ກີບ ຕໍ່ນຶ່ງຕາຕະລາງແມັດ ສຳລັບທີ່ດິນຢູ່ທີ່ໃກ້ທາງແລະມີທາງເຂົ້າເຖິງ ສ່ວນທີ່ດິນໄກຈາກທາງແລະບໍ່ມີ ທາງເຂົ້າຈະໄດ້ຄ່າຊົດເຊີຍ 15,000 ກີບຕໍ່ນຶ່ງຕາຕະລາງແມັດ. ແຕ່ຊາວບ້ານຄິດວ່າ ຄ່າຊົດເຊີຍນັ້ນຕໍ່າເກີນໄປ ພວກເຂົາຢາກໄດ້ 25,000 ກີບ ຕໍ່ນຶ່ງຕາຕະລາງແມັດ ສຳລັບທີ່ດິນຢູ່ໃກ້ທາງແລະ 20,000 ກີບ ສຳລັບທີ່ດິນທີ່ຢູ່ໄກ. ນອກນັ້ນປະຊາຊົນເຈົ້າຂອງທີ່ດິນຍັງຈົ່ມວ່າ ທີ່ດິນບາງຕອນ ໄດ້ຄ່າຊົດເຊີຍເຖິງ 2 ລ້ານກີບ ຕໍ່ນຶ່ງຕາຕະລາງແມັດ.

ເຈົ້າໜ້າທີ່ກະຊວງຊັພຍາກອນແລະສິ່ງແວດລ້ອມ ທ່ານນີ້ກ່າວອີກວ່າທາງເຈົ້າໜ້າທີ່ກ່ຽວຂ້ອງ ຈະເອີ້ນເຈົ້າຂອງທີ່ດິນ ທີ່ບໍ່ຍອມຮັບຄ່າຊົດເຊີຍ ນັ້ນມາປະຊຸມ ເພື່ອຫາວິທີແກ້ໄຂ. ຖນົນເລກທີ່ 450 ສ້າງແຕ່ປີ 2008 ແລະ ສຳເຣັດເມື່ອປີ 2010 ມີ ຄວາມຍາວປະມານ 20 ກິໂລແມັດ ເລີ້ມຈາກຂົວມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ ໄປເຖິງ ສີ່ແຍກເຂົ້າມະຫາວິທຍາໄລ ແຫ່ງຊາດ ດົງໂດກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.