ກຸ່ມສິດທິມະນຸດຮວມປະທ້ວງ ທູດລາວ ທີ່ ບາງກອກ
2013.12.15

ອົງການສິດທິມະນຸດຢູ່ປະເທສໄທຫຼາຍອົງການ ຮວມຕົວກັນໃນວັນອາທິດ ທີ່ 15 ທັນວາ 2013 ນີ້ ປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງ ກອກປະເທສໄທໃນວັນຄົບຮອບ 1 ປີ ທີ່ທ່ານສົມບັດສົມພອນ ຫາຍສາບສູນໄປແລະທວງໃຫ້ທາງການລາວ ສືບສວນຊອກຫາ ທ່ານ ສົມບັດ ສົມພອນ ໃຫ້ໄດ້ກັບຄືນມາສູ່ຄອບຄົວ.
ຢູ່ນະຄອນຫລວງວຽງຈັນ ມາດາມ ອຶງ ຊຸຍເມັງ ພັລຍາຂອງທ່ານສົມບັດ ໄດ້ຈັດພິທີສະແດງຜົລງານຂອງສູນຮ່ວມພັທນາຊຸມຊົນເພື່ອກະຕູ້ນ ແລະຣະນຶກເຖິງການຫາຍສາບສູນຂອງສາມີ ທີ່ຍັງໄຮ້ຮ່ອງຮອຍ.
ທ່ານ Shalmali Gutta ເຈົ້າໜ້າທີ່ອົງການ Focus Global South ທີ່ຮ່ວມການປະທ້ວງຢູ່ຕໍ່ໜ້າສະຖານທູດລາວທີ່ບາງກອກເວົ້າວ່າການ ປະທ້ວງເປັນສິ່ງທີ່ຕ້ອງຫ້າມຢ່າງເຄັ່ງຄັດຢູ່ປະເທສລາວ ຊຶ່ງເປັນປະເທສ ທີ່ປົກຄອງ ດ້ວຍຣະບອບຜະເດັດການ.
ທ່ານວ່າໃນວັນອາທິດນີ້ ມາດາມ ອຶງ ຊຸຍເມັງ ໄດ້ຂຽນຈົດໝາຍສະບັບນຶ່ງເຖິງທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນ ຊຶ່ງພວກເຮົາໄດ້ອ່ານ ຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງກອກ ບ່ອນທີ່ຜູ້ຕາງໜ້າອົງການ ປະຊາຊົນ ເອເຊັຍ-ຢູໂຣບ ເຄື່ອຂ່າຍຊາວໜຸ່ມ ແມ່ນໍ້າຂອງແລະອົງການຈັດ ຕັ້ງທາງສັງຄົມ ພົລເຮືອນ ທີ່ຕັ້ງຢູ່ປະເທສຍີ່ປຸ່ນ ໄດ້ຮວມຕົວກັນປະມານ 20 ຄົນ. ໃນຈົດໝາຍນັ້ນ ບອກທ່ານ ສົມບັດວ່າ:
“ຜູ້ນໍາຂອງເຈົ້າ ຮວມທັງທ່ານ ຈູມມະລີ ໄຊຍະສອນ ປະທານປະເທສ ໃຫ້ສັນຍາວ່າ ຈະສືບສວນສອບສວນຢ່າງເອົາຈິງເອົາຈັງ ແລະຈະ ຫາຕົວພວກທີ່ເອົາເຈົ້າໄປນັ້ນໃຫ້ພົບ.“
ມາດາມຂຽນວ່າ: ນາງໄດ້ແຕ່ຫວັງວ່າ ສັນຍາຂອງພວກເພີ່ນນັ້ນ ຈະເປັນຄວາມຈິງ ເຖິງແມ່ນເຫດການຜ່ານມາໄດ້ນຶ່ງປີແລ້ວແລະຍັງບໍ່ມີຂ່າວ ຄາວກ່ຽວກັບສະຖານທີ່ ຫລືສະພາບຂອງທ່ານສົມບັດ ແນວໃດເລີຍ.