ຜູ້ກໍ່ສ້າງທາງຣົດໄຟ ຢາກໄດ້ ຄົນງານຈີນ
2016.10.20
ບໍຣິສັດຮັບເຫມົາກໍ່ສ້າງ ເສັ້ນທາງ ຣົດໄຟ ລາວ-ຈີນ ຣະຫວ່າງ ແຂວງຫຼວງນ້ຳທາ ຫາ ແຂວງ ອຸດົມໄຊ ສເນີຂໍ ນຳເຂົ້າ ຄົນງານຈີນ ມາເຮັດ ການກໍ່ສ້າງ ປະມານ 5 ພັນຄົນ ໂດຍ ໃຫ້ເຫດຜົລວ່າ ຄົນງານຈີນ ມີ ປະສົພການ ໃນການສ້າງ ເສັ້ນທາງ ຣົດໄຟ ແລະ ຄົນງານລາວ ຜູ້ທີ່ມີ ຄວາມຊໍານານ ໃນການກໍ່ສ້າງ ທາງຣົດໄຟນັ້ນ ກໍບໍ່ມີຫຼາຍ ບໍ່ພຽງພໍກັບ ຄວາມຕ້ອງການ. ດັ່ງ ເຈົ້າຫນ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ຫຼວງນ້ຳທາ ທ່ານນຶ່ງ ກ່າວໃນວັນທີ 19 ຕຸລາ ນີ້ວ່າ:
"ຄວາມຕ້ອງການ ຂອງບໍຣິສັດ ເຂົານີ້ ຢາກໄດ້ຫຼາຍ ປະມານ ສີ່ ຫາ ຫ້າພັນ ຄວາມຕ້ອງການ ຂອງ ບໍຣິສັດນີ້ ແຮງງານ ພາຍໃນແຂວງ ເຮົານີ້ ຄືສິບໍ່ ຕອບສນອງ ໃຫ້ເຂົາ ບໍ່ພຽງພໍ ໂຕນີ້ເຂົາ ມານີ້ບໍ່ ແມ່ນ ສິຢູ່ນ້ຳທາ ເຮົາເນາະ ເພາະວ່າມັນ ຈະໄປຕາມ ແຕ່ລະຈຸດ ຫັ້ນນະ ຈະຍ້າຍ ກັນໄປຕາມ ຫັ້ນແຫຼະ ຄືຮອດ ອຸດົມໄຊ ຮອດ ຫຍັງພຸ້ນແຫຼະ".
ທ່ານກ່າວຕື່ມວ່າ ຄຳສເນີດັ່ງກ່າວ ຂອງ ບໍຣິສັດ ຜູ້ຮັບເຫມົາ ຍັງບໍ່ໄດ້ຜ່ານ ການອະນຸມັດ ຈາກ ທາງການລາວ ເທື່ອ ແລະ ຈຳນວນ ຄົນງານຈີນ ທີ່ຕ້ອງການນັ້ນ ອາດຈະມີ ການປ່ຽນແປງ ແຕ່ຄິດວ່າ ໂຄງການ ຣົດໄຟ ລາວ-ຈີນ ຈະຕ້ອງການ ແຮງງານຈີນ ຫຼາຍ ເພື່ອໃຫ້ ໂຄງການນີ້ ສຳເຣັດ ຕາມແຜນທີ່ ໄດ້ວາງໄວ້ ສ່ວນ ຄວາມຄືບຫນ້າ ຄັ້ງຫລ້າສຸດ ໃນໂຄງການ ດັ່ງກ່າວ ທ່ານວ່າ ໃນປັດຈຸບັນ ຄົນງານຈີນ ກຳລັງ ເຈາະ ອຸບມຸງ ຢູ່ຊາຍແດນ ບໍ່ເຕັນ-ບໍ່ຫານ ຣະຫວ່າງ ແຂວງ ຫຼວງນ້ຳທາ ກັບຈີນ.
ທ່ານວ່າ ໃນປັດຈຸບັນ ຜແນກແຮງງານ ແລະ ສວັດດີການ ສັງຄົມ ທີ່ ແຂວງ ຫຼວງນ້ຳທາ ກຳລັງ ຫາລື ຕຽມແຜນ ຄຸ້ມຄອງ ຄົນງານຈີນ ທີ່ ຈະເຂົ້າມາ ເຮັດວຽກ ໃນໂຄງການ ໃຫ້ເປັນຣະບຽບ ຮຽບຮ້ອຍ ແລະ ເຄົາຣົບ ນັບຖື ກົດຣະບຽບ ຂອງ ທາງການລາວ ເພື່ອບໍ່ໃຫ້ ມີບັນຫາ ອື່ນຕາມມາ.
ເທົ່າເຖິງປັດຈຸບັນ ທາງການລາວ ຍັງບໍ່ໄດ້ເປີດເຜີຍ ວ່າຈະເອົາຄົນງານຈີນ ເຂົ້າມາ ຫຼາຍປານໃດ ແຕ່ທີ່ຜ່ານມາ ເຈົ້າຫນ້າທີ່ລາວ ທ່ານນຶ່ງ ເວົ້າວ່າ ໂຄງການນີ້ ຈະໃຊ້ ຄົນງານຈີນ 90% ຄາດວ່າ ຫຼາຍສິບພັນຄົນ ສ່ວນເຫລືອ 10% ແມ່ນ ຄົນງານລາວ.