ບໍຣິສັດເອກະຊົນ ຈະສ້າງທ່່າເຮືອສາກົລ ໃນແຂວງຫຼວງນໍ້າທາ

ສຸພັດຕາ
2024.02.22
ບໍຣິສັດເອກະຊົນ ຈະສ້າງທ່່າເຮືອສາກົລ ໃນແຂວງຫຼວງນໍ້າທາ ນີ້ເປັນພຽງຮູບປະກອບ: ແມ່ນ້ຳຂອງເຂດແຂວງພາກເໜືອ ຂອງລາວ. ເດືອນຕຸລາ ປີ 2022.
RFA

ປັດຈຸບັນ ບໍຣິສັດ NCC ຈໍາກັດຜູ້ດຽວ ກໍາລັງສຶກສາຄວາມເປັນໄປໄດ້ ເພື່ອເຮັດໂຄງການ ກໍ່ສ້າງທ່າເຮືອສາກົລ, ສະຖານທີ່ຂົນສົ່ງ, ເຂດການຄ້າ, ການບໍຣິການ ແລະແຫຼ່ງທ່ອງທ່ຽວ ຢູ່ເຂດເມືອງລອງ ແຂວງຫຼວງນໍ້າທາ ພາຍຫຼັງໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ຫຼື MOU ກັບກະຊວງແຜນການ ແລະການລົງທຶນ ໃນກ່ອນໜ້ານີ້, ເຊິ່ງໂຄງການດັ່ງກ່າວນີ້ ມີແຜນຈະໃຊ້ເນື້ອທີ່ ປະມານ 44 ລ້ານຕາແມັດ ໂດຍຈະກວມເອົາເນື້ອທີ່ ເຂດບ້ານຊຽງກົກ ແລະອີກ 11 ບ້ານ ໃນເມືອງລອງ ລວມທັງໝົດ 12 ບ້ານ ອີກທັງ ຢູ່ບໍ່ຫ່າງໄກ ຈາກຂົວມິຕພາບລາວ - ພະມ້າ, ແຕ່ຍັງບໍ່ທັນລະບຸວ່າ ຈະກວມເອົາເນື້ອທີ່ຂອງຊາວບ້ານ ຫຼືບໍ່, ອີງຕາມການຣາຍ ຂອງຂ່່າວເສຖກິຈການຄ້າ ເມື່ອວັນທີ 21 ກຸມພາ 2024.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງເມືອງລອງ ນາງນຶ່ງ ກ່າວວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກັບບໍຣິສັດເຈົ້າຂອງໂຄງການ ກໍາລັງມີການປະຊຸມ ຫາລືກັນຢູ່ ເພື່ອຄົ້ນຄວ້າວ່າ ໂຄງການດັ່ງກ່າວນີ້ ຈະຖືກທີ່ດິນຂອງຊາວບ້ານ ຫຼືບໍ່ ແລະຄົ້ນຄວ້າດ້ານອື່ນໆ ເຊິ່ງຄັນມີຣາຍລະອຽດ ຫຼືຄວາມຄືບໜ້າ ກໍຈະມີແຈ້ງການ ໃຫ້ຮູ້ອີກເທື່ອນຶ່ງ.

ດັ່ງຍານາງ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກຸມພາ ນີ້ວ່າ:

“ເຂົາເຈົ້າກໍຍັງຄົ້ນຄວ້າກັນຢູ່ ບໍ່ແນ່ນອນເທືື່ອເດີ້ ກ່ຽວກັບທ່າເຮືອສາກົລ ຢູ່ເຂດຊຽງກົກນີ້ ມັນຖືກຈັກໝູ່ບ້ານເນາະ ເພິ່ນຊິເຣີ່ມສ້າງຢູ່ໃນປີນີ້ບໍ.”

ໃນຂະນະທີ່ ເຈົ້າໜ້າທີ່ເມືອງລອງ ອີກທ່ານນຶ່ງ ກ່າວວ່າ ຈາກຂໍ້ມູນທີ່ທ່ານ ຮູ້ມາຄ້າວໆ ໂຄງການດັ່ງກ່າວ ກໍມີແຜນເຣີ່ມກໍ່ສ້າງໃນອີກບໍ່ຈັກເດືອນນີ້ ເປົ້າໝາຍ ເພື່ອສ້າງທ່າເຮືອສາກົລ ທີ່ອໍານວຍຄວາມສະດວກ ຕໍ່ການຂົນສົ່ງສິນຄ້າທາງເຮືອ ຕາມລໍາແມ່ນໍ້າຂອງ ທີ່ເຊື່ອມຕໍ່ ທັງລາວ, ພະມ້າ, ຈີນ ແລະໄທຍ ແຕ່ການກໍ່ສ້າງ ກໍອາຈບໍ່ສົ່ງຜົລກະທົບ ຕໍ່ທີ່ດິນຂອງຊາວບ້ານ ແລະຈະໃຊ້ເນື້ອທີ່ເປົ່າວ່າງ ທີ່ເປັນທີ່ດິນຂອງຣັຖແທນd

ດັ່ງທ່ານກ່າວວ່າ:

“ກໍາລັງຊິລົງມືແລ້ວເຈົ້າ ໜ້າຈະມີຜົລກະທົບ ມັນເປັນດິນເປົ່າວ່າງຢູ່ແລ້ວ ດິນທີ່ກໍານົດໄວ້ ຮຽບຮ້ອຍແລ້ວ ມັນຈະເປັນຂົນສົ່ງສິນຄ້າ ຕາມລໍາແມ່ນໍ້າຂອງ ມັນກໍຕ້ອງໄປທັງໝົດ.”

ສ່ວນຊາວບ້ານຫຼາຍຄົນ ໃນເຂດເມືອງລອງ ກໍຮູ້ພຽງແຕ່ວ່າ ກໍາລັງຈະມີການກໍ່ສ້າງ ໂຄງການທ່າເຮືອສາກົລ ແລະໂຄງການທີ່ກ່ຽວຂ້ອງ ແຕ່ສ່ວນໃຫຍ່ ກໍຍັງບໍ່ທັນຮູ້ເທື່ອວ່າ ຈະສົ່ງຜົລກະທົບ ຕໍ່ທີ່ດິນຂອງພວກເຂົາເຈົ້າ ຫຼືບໍ່ ຫຼືວ່າ ນໍາໃຊ້ທີ່ດິນຂອງຣັຖ ເພາະວ່າ ຍັງບໍ່ມີພາກສ່ວນໃດມາເຈຣະຈາ ເຣື່ອງການຊົດເຊີຍ ກັບຊາວບ້ານເທື່ອ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

“ທ່າເຮືອ ກະຢູ່ແຄມຂອງກ່າ ມັນເປັນຂອງເອກະຊົນກ່າ ເປັນຂອງເອກກະຊົນກ່າ ເປັນຂອງບໍຣິສັດອ່ອນຈະເຣີນ ດິນຣັຖຊີ້ຫວາ ອໍ ຂ້ອຍກະບໍ່ຮູ້ຄືກັນໄດ໋.”

ເຊິ່ງຫຼາຍຄົນ ຮູ້ພຽງແຕ່ວ່າ ປັດຈຸບັນ ການຂົນສົ່ງສິນຄ້າ ຈາກເມືອງລອງ ໄປພະມ້າ ກໍນໍາໃຊ້ເສັ້ນທາງຂົວມິຕພາບລາວ-ພະມ້າ ແລະສໍາລັບ ການຂົນສົ່ງສິນຄ້າທາງເຮືອ ໄປປະເທດຈີນ ກໍໃຊ້ຂົນສົ່ງທາງເຮືອຕາມປົກກະຕິ ແຕ່ຍັງບໍ່ທັນແມ່ນ ທ່າເຮືອຂນາດໃຫຍ່.

ດັ່ງຊາວບ້ານ ອີກທ່ານນຶ່ງກ່າວວ່າ:

“ມີເສັ້ນທາງຂ້າມຢູ່ຊຽງກົກ ໄປທາງພະມ້າເລີຍ ຖາມເຂົາເຈົ້າ ພົວພັນນໍາເຂົາເຈົ້າເບິ່ງ ຕໍາຣວດກໍຢູ່ຫັ້ນແຫຼະ ມີແຕ່ຂົວບ່ອນດຽວຫັ້ນ ທາງເຮືອ ກະມີແຕ່ບ່ອນດຽວຫັ້ນແຫຼະ ຍາມຢູ່ປ້ອມຫັ້ນ.”

ທາງດ້ານ ຜູ້ປະກອບການທຸຣະກິຈ ຢູ່ເມືອງລອງ ທ່ານນຶ່ງ ກ່າວວ່າ ສໍາລັບໂຄງການດັ່ງກ່າວນີ້ ຄັນກໍ່ສ້າງສໍາເຣັດ ແລະເປີດໃຊ້ແບບເປັນທາງການແລ້ວ ກໍຈະສົ່ງຜົລດີ ຕໍ່ການຂົນສົ່ງສິນຄ້າ ຈາກເມືອງລອງ ໄປປະເທດຈີນ ເຊິ່ງຈະສາມາດ ຂົນສົ່ງທາງເຮືອຂນາດໃຫຍ່ໄດ້ ໂດຍປັດຈຸບັນ ຜູ້ປະກອບການຫຼາຍຄົນ ຍັງຂົນສົ່ງສິນຄ້າ ເປັນຕົ້ນ ຢາສູບ ໄປປະເທດຈີນ ດ້ວຍການອອກທາງດ່ານສາກົລບໍ່ເຕັນ-ບໍ່ຫານ ເຊິ່ງໃຊ້ໄລຍະເວລາເດີນທາງ ຈາກເມືອງລອງ ໄປດົນເຕີບ.

ດັ່ງທ່ານກ່າວວ່າ:

“ກະດີຢູ່ຫວາ ຄັນມີນີ່ ສ່ວນຫຼາຍກະສົ່ງທາງດ່ານບໍ່ເຕັນນີ້ແຫຼະ ທາງນີ້ ບໍ່ຄ່ອຍມີນ່າ ຄັນບໍ່ແມ່ນ ຢາສູບ ຢາຫຍັງນີ້ ສິນຄ້າກໍທາງພະມ້ານີ້ ດຽວນີ້ ເຂົາເປີດຂົວແລ້ວນ່າ.”

ໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບການສນັບສນູນ ຈາກຣັຖບານລາວ ໂດຍເນັ້ນໃສ່ ເຂດໂລຈິດຕິກ, ການຄ້າ-ການບໍຣິການ, ເຂດກະສິກັມ ແລະການທ່ອງທ່ຽວ ໃຫ້ໄດ້ມາຕຖານສາກົລ ແລະເນັ້ນໃສ່ ການພັທນາ, ການຂົນສົ່ງທາງນໍ້າ ທີ່ໄດ້ມາຕຖານສາກົລ ຕາມສັນຍາການເດີນເຮືອ ເພື່ອຂົນສົ່ງສິນຄ້າ ຕາມລໍາແມ່ນໍ້າຂອງ ແລະແມ່ນໍ້າລ້ານຊ້າງ ອີກທັງ ເຊື່ອມຈອດການຂົນສົ່ງສິນຄ້າ ຜ່ານທາງຫຼວງແຫ່ງຊາຕ ເລຂທີ 17A ແລະ 17B ແລະເຂົ້າໄປຍັງທ່າກໍ່າປັ່ນ ຜ່ານທາງຫຼວງແຫ່ງຊາຕ ຂົວມິຕພາບລາວ-ພະມ້າ ທີ່ເຊື່ອມຕໍ່ກັບທ່າກໍ່າປັ່ນນໍ້າເທີຍ ແຂວງຫຼວງນໍ້າທາ ໄປຍັງທ່າເຮືອ ທ່າບົກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຢ່າງໃດກໍຕາມ ສໍາລັບ ຢູ່ບໍຣິເວນ ທີ່ຈະມີການການກໍ່ສ້າງໂຄງການດັ່ງກ່າວນີ້ ກໍເຄີຍເປັນບ່ອນ ທີ່ມີການລັກຂົນສົ່ງເຄື່ອງ ແລະຂົນສົ່ງຄົນແບບຜິດກົດໝາຍ ລະຫວ່າງ ລາວ-ພະມ້າ ເປັນຕົ້ນ ເມື່ອເດືອນສິງຫາ ປີ 2023 ຜູ້ຊາຍຊາວວຽດນາມ 5 ຄົນ ທີ່ຖືກຕົວະ ຈາກປະເທດວຽດນາມ ເຂົ້າມາລາວ ກໍໄດ້ຖືກກຸ່ມຄ້າມະນຸສ ສົ່ງໂຕໄປເຮັດວຽກ ຢູ່ກາຊິໂນ ທີ່ປະເທດພະມ້າ ໂດຍໃຊ້ເສັ້ນທາງ ຢູ່ບ້ານຊຽງກົກ ແລ້ວຂ້າມໄປຍັງປະເທດພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.