ລູກຄ້າພີເອັສປະກອບ ໃບ ຮ້ອງທຸກ
2017.09.21

ປະຊາຊົນ ຊາວນະຄອນຫລວງວຽງຈັນ ຫລາຍພັນຄົນ ທີ່ເສັຽເງິນ ຈາກການລົງທຶນ ນໍາ ບໍຣິສັດ ພີເອັສ ພາກັນໄປຂຽນ ໃບຮ້ອງທຸກ ຢູ່ ຫ້ອງການ ປົກຄອງບ້ານ ເພື່ອແຈ້ງ ຈໍານວນເງິນ ທີ່ສູນເສັຽ ໃຫ້ທາງການ ຮັບຮູ້ນໍາ ເພື່ອຮວບຮວມ ເປັນຫລັກຖານ ໃນການຮ້ອງຟ້ອງ ຕໍ່ໄປ. ດັ່ງເຈົ້າໜ້າທີ່ ເມືອງສີໂຄຕະບອງ ນາງນຶ່ງໄດ້ກ່າວວ່າ:
"ພາກສ່ວນທີ່ຖືກ ພີເອັສ ເອົາເງິນຫັ້ນນະ ເຂົ້າມາຂຽນເອກກະສານ ຮ້ອງຟ້ອງກັນນີ້ ຫລາຍຢູ່ ຮ້ອງຟ້ອງສະເໜີ ໃຫ້ຂັ້ນເທິງຮູ້ ຟ້ອງໄປ ຕາມຂັ້ນຕອນຫັ້ນ ເພິ່ນຢາກຮູ້ວ່າມີຈັກຄົນ ແລ້ວເພິ່ນກ່າສີ່ສັງລວມ ກ່າສີ່ໄດ້ເອີ້ນກັນ ໄປເວົ້າໄປວ່າຫັ້ນແຫຼະ ປະຕິບັດໄປຕາມລະບຽບ ກົດໝາຍ ຫັ້ນແຫລະ".
ນາງເວົ້າວ່າ ສະເພາະຢູ່ໃນເຂດ ສີໂຄດຕະບອງ ທີ່ນາງຮັບຜິດຊອບ ມີປະຊາຊົນ ໄປຂຽນໃບຮ້ອງທຸກ ປະມານ 100 ປາຍຫາ 200 ຄົນ ມີທັງຜູ້ເສັຽເງິນ ລົງທຶນຈາກ 5 ໝື່ນບາດ ໄປເຖິງ 1 ແສນບາດ ສ່ວນຫລາຍເປັນລູກຄ້າໃໝ່ ຫາກໍລົງທຶນກັບພີເອັສ.
ສ່ວນຜູ້ທີ່ເສັຽເງິນລົງທຶນນ້ອຍກ່ວາ 1 ພັນບາດ ບໍ່ສົນໃຈຈະມາຂຽນໃບ ຮ້ອງທຸກ. ນາງວ່າ ເທົ່າທີ່ຮູ້ຈັກນີ້ ການສໍ້ໂກງເງິນ ຂອງເຈົ້າຂອງ ບໍຣິສັດ ພີເອັສນີ້ ຄິດວ່າເປັນ ກໍຣະນີໃຫ່ຽ ກໍຣະນີທໍາອິດ ຊຶ່ງມີຜູ້ຕົກເປັນ ເຫຍື່ອຂອງນາງ ສຸກນາຣີ ເທບສີເມືອງ ກັບ ທ້າວ ປໍເຮີ ທີ່ເປັນ ປະທານຮ່ວມ ຂອງບໍຣິສັດ ຫລາຍໝື່ນຄົນ.
ປັດຈຸບັນ ທັງສອງຄົນພ້ອມກັບ ຄະນະດໍາເນີນວຽກງານນໍາກັນ 7 ຄົນກໍາລັງຢູ່ໃນຄຸກຢູ່ ແລະຖືກສອບສວນ ໂດຍກັມມະການ ສະເພາະກິດ ຊຶ່ງມີ ທ່ານ ສົມພາວ ໄພສິດ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ເປັນຫົວໜ້າ ຄະນະ.