ການສັມປະທານ ເກັບຄ່າພາສີ


2013.05.28
f-custom ກົມພາສີ ກະຊວງການເງິນ ສປປ ລາວ
Lao P.D.R Customs

 

ເຈົ້າໜ້າທີ່ ພາສີ ຂອງລາວ ຂ້ອງໃຈ ທີ່ ຣັຖບານລາວ ສັມປະທານ ໃຫ້ ບໍຣິສັດ ເອກກະຊົນ ເປັນຜູ້ ບໍຣິຫານ ເກັບຄ່າພາສີ ຕາມ ດ່ານ ຊາຍແດນ.

ເຈົ້າໜ້າທີ່ ກົມພາສີ ບໍ່ເຫັນດີ ແລະ ບໍ່ເຂົ້າໃຈ ໃນແນວທາງ ຂອງ ຣັຖບານ ທີ່ໃຫ້ ສັມປະທານ ບໍຣິສັດ ເອກກະຊົນ ເຮັດບັດ (Smart Card) ອອກມາໃຊ້ ສຳລັບ ເກັບຄ່າ ພາສີ ແລະ ທຳນຽມ ຕາມດ່ານ ເຂົ້າ-ອອກ ປະເທດ ຊື່ງ ເປັນ ຣາຍໄດ້ ທີ່ຕ້ອງມອບ ເຂົ້າໃນ ງົບປະມານ 100 ເປີເຊັນ ແຕ່ ຣັຖບານ ມອບໃຫ້ ບໍຣິສັດ ເອກກະຊົນ ບໍຣິຫານ ແລະ ຈະຕ້ອງໄດ້ ແບ່ງສ່ວນ ໃຫ້ກັບ ບໍຣິສັດ ເອກກະຊົນ. ດັ່ງ ເຈົ້າໜ້າທີ່ ກົມພາສີ ກະຊວງ ການເງິນ ກ່າວວ່າ:

“ໂຕນີ້ ກໍບໍ່ເຂົ້າໃຈ ຄືກັນ ເພາະວ່າ ຕົວທີ່ເພີ່ນເວົ້າ ຕົກລົງ ອິຫຍັງ ນີ້ ຈະເປັນ ທາງຂັ້ນສູງ ລາວ ເພີ່ນໃຫ້ ສັມປະທານ ປະມານ 10 ປີ ແຕ່ວ່າ ຫລັງຈາກ ນັ້ນ ຈະເປັນ ຣັຖບານ ແຕ່ວ່າຕົວເງິນ ທີ່ວ່າເກັບໄດ້ ຍັງເປັນຂອງ ຣັຖບານ ຢູ່ ແຕ່ວ່າ ເພີ່ນໃຫ້ ທາງ ບໍຣິສັດ ເອກກະຊົນ ໄປ ບໍຣິຫານ ໃຫ້”.

ເຈົ້າໜ້າທີ່ ທ່ານນີ້ ເວົ້າຕໍ່ໄປວ່າ ສຳລັບ ການເກັບ ຄ່າພາສີ ຕາມດ່ານ ເຂົ້າ-ອອກ ທົ່ວ ປະເທດລາວ ທີ່ໃຫ້ ບໍຣິສັດ ເອກກະຊົນ ແຫ່ງໜື່ງ ສັມປະທານ ເຂົ້າມາ ບໍຣິຫານ ນີ້ ໄດ້ເຣີ້ມ ປະຕິບັດ ມາແຕ່ ສົກປີ 2012-2013 ຊື່ງທາງ ບໍຣິສັດ ຈະໄດ້ ຮັບສ່ວນແບ່ງ ຈາກ ຣັຖບານ ແຕ່ບໍ່ຮູ້ ຄັກແນ່ວ່າ ເປັນຈຳນວນ ເທົ່າໃດ  ເນື່ງຈາກ ເຣື້ອງນີ້ ສະເພາະ ເຈົ້າໜ້າທີ່ ຣະດັບສູງ ເທົ່ານັ້ນ ທີ່ເຂົ້າປະຊຸມ ຮ່ວມກັບ ທາງ ບໍຣິສັດ.

ໃນຂະນະ ດຽວກັນ ການທີ່ ຣັຖບານລາວ ໄດ້ອະນຸມັດ ສັມປະທານ ໃຫ້ ບໍຣິສັດ ເອກກະຊົນ ໄດ້ເຮັດບັດ  (Smart Card) ເພື່ອເກັບ ຄ່າພາສີ ນີ້ ປະຊາຊົນ ລາວ ບາງຄົນ ຄິດວ່າ ເປັນເຣື້ອງ ການໂກງກິນ ຂອງ ເຈົ້າໜ້າທີ່ ຂັ້ນສູງ ເອງ:

“ຕົວນີ້ ຂ້ອຍກໍຄິດຢູ່ ຄິດແຕ່ບໍ່ຈັກ ຊິເວົ້າ ເພາະວ່າ ອັນນີ້ ຜົນປະໂຫຍດ ມັນ ເຣຶ້ອງອຳນາດ ເຮົາເວົ້າບໍ່ໄດ້ ເຮົາບໍ່ຢາກ ເຂົ້າໄປກ່ຽວ ບໍ່ຢາກ ວິຈານຫລາຍ ອັນນີ້ ເງິນເຂົ້າ ມັນກໍເປັນຕຶ້ ເປັນຫລາຍໆລ້ານ ແຕ່ວ່າ ຜົນປະໂຫຍດ ມັນຢູ່ ໃນກຸ່ມ ຂອງເຂົາເຈົ້າ ເຂົາຈະດຶງ ໃຫ້ຜູ້ມີ ອຳນາດ ມີສ່ວນແບ່ງ ແນວນັ້ນແຫລະ”.

ຊາວລາວ ເວົ້າວ່າ ປະເທດລາວ ເປັນປະເທດ ທີ່ ຕິດອັນດັບ ຕົ້ນໆ ຂອງໂລກ ໃນເຣື້ອງ ຂອງ ຄວາມໂປ່ງໄສ ພະນັກງານ ຣັຖ ແລະ ຜູ້ມີອຳນາດ ຍັງຂາດ ການໄຕ່ຕອງ ຢ່າງ ຖີ່ຖ້ວນ ໃນເຣຶ້ອງ ຜົລປະໂຫຍດ ຂອງຊາດ ແລະ ຈາກ ເຫດການ ທີ່ເກິດຂື້ນ ນີ້ ສະທ້ອນໃຫ້ ເຫັນວ່າ ໂຄງການນີ້ ບໍ່ມີ ຄວາມໂປ່ງໄສ ເນື່ອງຈາກວ່າ ບໍ່ມີ ການປະມູນ ຕາມຣະບຽບ ການ ແລະ ເປັນການ ຜູກຂາດ ອຳນາດ ເກີນໄປ ຂອງ ກຸ່ມໜື່ງ ສຳຫລັບ ການໃຫ້ ສັມນະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.