ໂທຣະທັສ ລາວສຕາ​ຣ໌ ແຈ້ງຂ່າວ

ສົມເນ
2017.01.27
f-laostar ປະທານ ບໍຣິສັດ ໂທຣະທັສ ລາວສະຕ້າ ທ່ານ ສຸລາເພັດ ແກ້ວວຽງຄໍາ ແຈ້ງຂ່າວ
Courtesy Lao-star TV

ປະທານ ບໍຣິສັດ ໂທຣະທັສ ລາວສຕາ​ຣ໌ ທ່ານ ສຸລາເພັດ ແກ້ວວຽງຄໍາ ປະກາດວ່າ ທ່ານບໍ່ມີສ່ວນ ກ່ຽວຂ້ອງ ອັນໃດ ໃນເຣື້ອງ ສ່ວນຕົວ ຂອງນ້ອງຊາຍ, ຫລັງຈາກ ມີຮູບຖ່າຍ ຂອງທ່ານ ທະນູສອນ ແກ້ວວຽງຄໍາ ຜູ້ເປັນນ້ອງຊາຍ ທີ່ຖ່າຍຮ່ວມ ກັນກັບທ້າວ ໄຊຊະນະ ແກ້ວພິມພາ ຊຶ່ງຖືກນໍາໄປ ເຜີຍແຜ່ໃນ ສື່ສັງຄົມ ອອນລາຍ ຫລັງຈາກ ມີຂ່າວວ່າ ທ້າວ ໄຊຊະນະ ຖືກຈັບຢູ່ ປະເທດໄທ ໃນຂໍ້ຫາວ່າ ເປັນຫົວໜ້າ ຄ້າຢາເສບຕິດ, ຕາມຣາຍງານ ໜັງສືພິມ ຜູ້ຈັດການ.

ຕາມຣາຍງານນັ້ນ ທ່ານ ສຸລາເພັດ ໄດ້ປະກາດວ່າ ສິ່ງໃດ ທີ່ນ້ອງຊາຍ ໄດ້ໄປເຮັດ ໃນສ່ວນຕົວນັ້ນ ບໍ່ໄດ້ຢູ່ ໃນຄວາມຮັບຜິດຊອບ ຂອງ ສະຖານີ ໂທຣະທັ​ສ ແຫ່ງນີ້ ແລະວ່າ ເວລານີ້ ນ້ອງຊາຍ ຂອງທ່ານ ທ້າວ ທະນູສອນ ອະດີດ ຮອງຜູ້ ອໍານວຍການ ສະຖານີ ກໍບໍ່ໄດ້ ເຮັດວຽກ ຢູ່ໃນ ສະຖານີ ແຫ່ງນີ້ ອີກແລ້ວ.

ທ່ານ ທະນູສອນ ແກ້ວວຽງຄໍາ ກໍຄືຫນຸ່ມນ້ອຍ ຄົນອື່ນໆ ມີໝູ່ມີເພື່ອນ ເຮຮາມ່ວນຊື່ນ ແລະ ມີຮູບຖ່າຍ ນໍາຫຼາຍໆຄົນ ໃນສັງຄົມ ເພາະ ທ່ານ ເປັນຄົນ ຂອງສັງຄົມ. ໃນຮູບຖ່າຍນັ້ນ ພັດມີຮູບ ທ້າວ ໄຊຊະນະ ຢູ່ນໍາ ທີ່ສື່ສັງຄົມ ນໍາໄປລົງຕໍ່ໆ ກັນໄປ.

ໃນເມື່ອຜູ້ໃຊ້ສື່ສັງຄົມ ນໍາເອົາຮູບພາບ ໄປລົງແລ້ວ ກໍມີຄົນອອກມາ ວິຈານ ຫຼາຍຢ່າງ, ບາງຄົນກໍວ່າ ລາວຖືກ ຕໍາຣວດໄທ ຈັບ ຍ້ອນ ພົວພັນ ກັບນັກ ຄ້າຢາເສບຕິດ, ແຕ່ທ້າວ ທະນູສອນ ກໍອອກມາ ປະຕິເສດ ຢູ່ຕລອດ ແລະ ປາກົດຕົວ ໃຫ້ຜູ້ຄົນເຫັນ ແລະ ລາວກໍວ່າ ຂ່າວລືນັ້ນ ບໍ່ມີມູນຄວາມຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.