ຂ.ຜົ້ງສາລີຈະພາດເປົ້າໝາຍ ສະຫັດສວັດ


2013.10.03
F-Phongsaly ບັນດາແມ່ ແລະ ເດັກນ້ອຍອ່ອນ ທີ່ເຂົ້າມາຮັບ ຄໍາແນະນໍາຈາກ ພະນັກງານ ໃນສຸຂສາລາ ປະຈໍາທ້ອງຖິ່ນ ທີ່ແຂວງຜົ້ງສາລີ
giz.de

 

ແຂວງຜົ້ງສາລີຈະບໍ່ສາມາດຫລຸດຜ່ອນຄວາມທຸກຍາກແລະບໍ່ສາມາດປະຕິບັດໄດ້ຕາມເປົ້າໝາຍສະຫັດສວັດພາຍໃນປີ 2015. ປັດຈຸບັນປະ ຊາຊົນແຂວງຜົ້ງສາລີກວ່າ 77,000 ຄົນຫລືປະມານ 46 ສ່ວນຮ້ອຍຍັງທຸກຍາກຢູ່. ຣັຖບານລາວ ວາງເປົ້າໝາຍໄວ້ວ່າຈະໃຫ້ຫລຸດລົງຍັງ ເຫລືອແຕ່ 10 ສ່ວນຮ້ອຍໃນປີ 2015 ຊຶ່ງຍັງ ເຫລືອພຽງແຕ່ 2 ປີເທົ່ານັ້ນຣັຖບານລາວຄົງຈະບໍ່ສາມາດຫລຸດຜ່ອນຄວາມທຸກຍາກລົງໄດ້ ໄວເຖິງປານນັ້ນ.

ເປົ້າໝາຍໃນການຫລຸດຜ່ອນອັດຕຣາການເສັຍຊີວິດ ຂອງຜູ້ຍິງແລະເດັກນ້ອຍ ກໍເຊັ່ນດຽວກັນ ປະຕິບັດໄດ້ຍາກ; ຕົວຢ່າງອັດຕຣາການເສັຍ ຊີວິດຂອງແມ່ຍິງຖືພາມານພາຍໃນແຂວງປັດຈຸບັນຍັງສູງເຖິງ 340 ຄົນຕໍ່ນຶ່ງແສນຄົນຈະໃຫ້ຫລຸດ ລົງເຫລືອ 260 ຄົນຕໍ່ນຶ່ງແສນຄົນ. ອັດ ຕຣາການເສັຍຊີວິດຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີກໍຄືກັນມີເປົ້າໝາຍຈະໃຫ້ຫລຸດລົງຍັງເຫລືອພຽງແຕ່ 62 ຄົນຕໍ່ນຶ່ງພັນຄົນແຕ່ປັດຈຸບັນ ຍັງສູງເຖິງ 155 ຄົນຕໍ່ນຶ່ງພັນຄົນ. ເຖິງວ່າຈະໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດຫລາຍເທົ່າໃດກໍຕາມ ຣັຖບານລາວ ກໍຄົງຈະບໍ່ບັນລຸ ເປົ້າໝາຍເຫລົ່ານີ້ໄດ້ ພາຍໃນ 2 ປີຂ້າງໜ້າ.

ເຈົ້າໜ້າທີ່ຂັ້ນສູງແຂວງຜົ້ງສາລີທ່ານນຶ່ງ ທີ່ບໍ່ປະສົງບອກຊື່ກ່າວວ່າ ອັດຕຣາການເສັຍຊີວິດ ຂອງຜູ້ຍິງແລະເດັກນ້ອຍຍັງສູງຢູ່ພາຍໃນແຂວງ ກໍເພາະວ່າການຮັກສາສຸຂພາບ ແລະການຮັກສາອະນາໄມ ຍັງບໍ່ດີພໍແລະບໍ່ທົ່ວເຖິງ. ຕົວຢ່າງແມ່ຍິງ ອອກລູກພຽງແຕ່ 28 ສ່ວນຮ້ອຍເທົ່າ ນັ້ນມີໂອກາດໄດ້ ອອກລູກຢູ່ໂຮງໝໍ ສຸຂສາລາ ຫລື ມີໝໍຕໍາແຍຊ່ວຍ. ສ່ວນຫລາຍແລ້ວຍັງອອກລູກດ້ວຍຕົນເອງ ຕາມທັມມະຊາດ. ເດັກ ນ້ອຍແຮ່ງຮ້າຍ 40 ສ່ວນຮ້ອຍ ຂາດສານອາຫານ ແລະພຽງແຕ່ 62 ສ່ວນຮ້ອຍ ໄດ້ຮັບການສັກຢາ ປ້ອງກັນໂຣຄ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.