ປະຊາຊົນວ່າປິດເມືອງ ຄືປິດ ອາຊີບ
2021.04.28

ຊາວສວນປູກຜັກ ຢູ່ແຂວງຊຽງຊວາງ ແລະ ແຂວງຈໍາປາສັກ ບໍ່ສາມາດຂາຍຜັກໄດ້ ຫຼື ຂາຍຜັກໄດ້ໃນຣາຄາຕ່ຳ ຫຼັງຈາກການປິດ ບ້ານປິດເມືອງເພື່ອຕ້ານ COVID-19.
ຊາວສວນຢູ່ບ້ານຫອຍ ເມືອງຄູນ ແຂວງຊຽງຂວາງ ຜູ້ນຶ່ງທີ່ປູກຜັກກະລຳປີ ເວົ້າວ່າຫຼັງຈາກປີໃຫມ່ລາວ ກະລ່ຳປີຂາຍໄດ້ໝື່ນລະ 15-20 ພັນກີບ ຈາກ ກ່ອນໂຄວິດ-19 ຂາຍໄດ້ໝື່ນ ລະ 30-35 ພັນກີບ ເຮັດໃຫ້ຂາດຣາຍໄດ້ ຈາກເດີມປະມານ 5 ລ້ານກີບ ເນື່ອງຈາກແມ່ຄ້າຜັກ ຈາກນະຄອນຫຼວງວຽງຈັນ ແລະ ແຂວງອື່ນບໍ່ມາຊື້ຜັກ ໃນສວນຍ້ອນມາຕການ ໂຄວິດ-19 ປິດບ້ານປິດເມືອງ. ດັ່ງຄຳເວົ້າຂອງຊາວສວນ ກະລ່ຳປີ ທ່ານນຶ່ງ ຈາກບ້ານຫອຍ ເມືອງຄູນ ຕໍ່ເອເຊັຽເສຣີ ໃນວັນທີ 27 ເມສາ ນີ້ວ່າ:
"ນຶ່ງມັນຂາຍອອກບໍ່ທັນເວລາ, ສອງມາມັນກໍຣາຄາຫລຸດຫັ້ນແຫຼະ ເພາະຣາຄານີ້ເຮົາເວົ້າກັບລູກຄ້າ ບໍ່ໄດ້ເຕັມເນີ ເພາະວ່າມັນມີ ໂຄວິດ-19 ນີ້ ມັນມີຄົນມາຊໍື້ຫັ້ນມັນຫນ້ອຍ ເພາະວ່າເຮົາກໍບໍ່ສາມາດສົ່ງອອກໄດ້ ຕາມໃຈວ່າຊັ້ນຊະ.”
ຊາວສວນຜູ້ນີ້ເວົ້າຕື່ມວ່າ ກ່ອນມີເຫດ COVID-19, ຫຼັງຈາກບຸນປີໃຫມ່ລາວ ຈະມີຣົດ 4-5 ຄັນມາຊື້ຜັກ, ມາຮອດປັດຈຸບັນມີພຽງ ແຕ່ 1-2 ຄັນເທົ່ານັ້ນ ສ່ວນຜັກເນົ່າຂາຍອອກນັ້ນ ກໍໄດ້ເຮັດເປັນອາຫານສັດ ເຫລືອຈາກນັ້ນກໍໄຖເຮັດເປັນຝຸ່ນນາ ອີກທັງໂຕເອງກໍ ມີການກູ້ຫນີ້ ຈາກ ສະຫະກອນອິນຊີ ປະຈຳບ້ານ ໂດຍຈ່າຍດອກເບັ້ຽ ຮ້ອຍລະ 1 ເປີເຊັນ, ປີນີ້ຕົນມິີ ເງິນຈ່າຍແຕ່ດອກເບັ້ຽ ບໍ່ມີຈ່າຍຕົ້ນທຶນທີ່ຢຶມມາ.
ຊາວສວນຢູ່ບ້ານມອນ ເມືອງແປກ ແຂວງຊຽງຂວາງ ຜູ້ທີ່ປູກຫອມບົ່ວ ແລະຫອມປ້ອມເວົ້າວ່າ ຫຼັງຈາກບຸນປີໃຫມ່ລາວ ຂາຍຜັກ ບໍ່ໄດ້ ຊຶ່ງກ່ອນບຸນປີໃຫມ່ ຫອມບົ່ວຂາຍໄດ້ໃນຣາຄາ ໂລລະ 15-20 ພັນກີບ ມາຕອນນີ້ຂາຍໄດ້ພຽງແຕ່ ໂລລະ 3 ພັນກີບ ແລະ ຫອມປ້ອມ ກ່ອນບຸນປີໃຫມ່ຂາຍໄດ້ ຣາຄາໂລລະ 15 ພັນກີບ ຕອນນີ້ຂາຍໄດ້ໂລລະ 2 ພັນກີບ ເທົ່ານັ້ນ.
ມາຮອດປັດຈຸບັນ ຊາວສວນເສັຽຮາຍໄດ້ ປະມານ 5 ລ້ານກີບ ຈາກເດີມ ພາຍຫລັງທີ່ມີການປິດບ້ານ ປິດເມືອງ ຍ້ອນການຣະບາດ ຂອງໂຄວິດ-19.
“ປີ ນີ້, ເສັຽຫາຍຫລາຍກວ່າປີກາຍ ປີກາຍພໍດີເຮົາໄດ້ຂາຍຜັກ ເຂົາຈັ່ງປິດເສັ້ນທາງເດ້ ພໍດີວ່າ ໄດ້ເງິນຫນ້ອຍນຶ່ງ ປີນີ້ຜັກກະລ່ຳປີ ເປັນບໍ່ມີໃຜມາຊື້ເລີຍ ຖາມແມ່ຄ້າກໍບໍ່ໄປ ຢ້ານ ແມ່ຄ້າກໍຢຸດກ່ອນ ຊ່ວງນີ້ຕລາດກໍມິດເລີຍ ຮອດບໍ່ມີຜູ້ມາຊື້ນະ.”
ຊາວສວນຜູ້ນີ້ກ່າວຕື່ມວ່າ ຫອມບົ່ວ ທີ່ຂາຍບໍ່ໄດ້ນັ້ນ ກໍໄດ້ເອົາເປັນແນວພັນໄວ້ຕໍ່ປີຫນ້າ ແຕ່ຫອມປ້ອມເຮັດເປັນແນວພັນບໍ່ໄດ້ ກໍເຮັດເປັນອາຫານໃຫ້ໄກ່ກິນ.
ຊາວສວນບ້ານຫນອງສູງ ເມືອງປາກຊ່ອງ ແຂວງຈຳປາສັກ ຜູ້ທີ່ປູກຜັກກະລ່ຳປີ 2 ເຮັກຕາ ຜູ້ນຶ່ງເວົ້າວ່າ ນັບຕັ້ງແຕ່ປີໃຫມ່ລາວ ມາຜັກບົ່ວຢູ່ສວນຂາຍໄດ້ ຫມື່ນລະ 13-20 ພັນກີບ ຈາກແຕ່ກ່ອນຂາຍໄດ້ ຫມື່ນລະ 35 ພັນກີບ ເຮັດໃຫ້ຂາດຣາຍໄດ້ ປະມານ 9 ລ້ານກີບ ຈາກເດີມ ເນື່ອງຈາກແມ່ຄ້າຜັກ ຈາກໃນເມືອງບໍ່ມາຊື້ຜັກໃນສວນ ຍ້ອນຢ້ານໂຄວິດ-19 ແລະ ມາຕການປິດບ້ານ ປິດເມືອງ ຂອງຣັຖບານ,
"ຕລາດກໍປິດ, ແມ່ຄ້າກໍບໍ່ມີ ຈະໄປໃສມາໃສ ກໍບໍ່ໄດ້ອີກ ຄັນວ່າຊາວສວນ ຈະຂີ່ຣົດເອງເອົາໄປຂາຍຫັ້ນນ່າ ຂີ່ຣົດສ່ວນໂຕຈັກຊີ່ ໄປໃສ ເຂົາຊີ່ໄປໃສ ອອກແຕ່ເຮືອນບໍ່ໄດ້ ຈັ່ງໃດຊີ່ໄປ ຮອດຊາຍແດນ.”
ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຄູນ ກ່າວວ່າ ຍັງບໍ່ທັນໄດ້ຮັບການຮ້ອງຮຽນ ຈາກອຳນາດ ການປົກຄອງບ້ານ ແລະຊາວສວນ ກ່ຽວກັບຜົນກະທົບ ຂາຍຜັກໄດ້ຣາຄາຕ່ຳ ຫລື ຂາຍຜັກບໍ່ໄດ້ເທື່ອ, ໃນຂນະທີ່ ສະພາບໂຕຈິງ ຄະນະສເພາະກິດເມືອງ ກໍບໍ່ໄດ້ຫ້າມການຂາຍຜັກ ກະສິກັມ ແລະການຂົນສົ່ງເຂົ້າ-ອອກ ພາຍໃນເມືອງ.
"ກໍບໍ່ເຫັນເຂົາເຈົ້າແຈ້ງມາວ່າ ຜົລກະທົບເພາະວ່າ ປີນີ້ບໍ່ເຫັນເຂົາເຈົ້າແຈ້ງມາ ຫນ່ວຍສະເພາະກິດ ເພິ່ນກໍບໍ່ໄດ້ຫ້າມວ່າພືດກະສິກັມ ຂະເຈົ້າ ກໍບໍ່ໄດ້ຫ້່າມສົ່ງເຂົ້າ-ອອກ ສົ່ງອອກໄດ້ ສະບາຍຢູ່ ຄົນຂັບຣົດຜັກຫັ້ນຢ້ານໂຄວິດ-19 ເອງ ຊ່ວງນີ້ກໍຖືວ່າຫລຸດ ຣົດມັນມາ ແກ່ພືດຜັກ ມັນກໍມີຫັ້ນແຫຼະ ແຕ່ວ່າຄົນຂັບຣົດສົ່ງຜັກ ບໍ່ຢາກແກ່ ຫລືວ່າ ບໍ່ຢາກໄປຢ້ານໂຄວິດ-19.”
ເຈົ້າຫນ້າທີ່ຫ້ອງການກະສິກັມ ເມືອງແປກ ແຂວງຊຽງຂວາງ ຜູ້ທີ່ຂໍສງວນຊື່ແລະສຽງ ທ່ານນຶ່ງເວົ້າວ່າ ຍັງບໍ່ມີແຜນການຊ່ອຍເຫຼືອ ຊາວສວນຜູ້ໄດ້ຮັບຜົລກະທົບເທື່ອ ແຕ່ກໍໃຫ້ ກຳລັງໃຈແກ່ຊາວສວນທຸກຄົນ ເບີ່ງແຍງໂຕເອງໄປກອ່ນ ເນື່ອງຈາກວ່າພາກສ່ວນທີ່ ກ່ຽວຂ້ອງ ບໍ່ມີງົບປະມານ ມາຊ່ອຍເຫລືອ.
ໃນປີຜ່ານມາ ຊາວສວນປູກຜັກກະລ່ຳປີ 35 ຄອບຄົວ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ຂາຍຜັກຈຳນວນ 853 ຕັນ ບໍ່ໄດ້ຕ້ອງ ເອົາໄປໃຫ້ງົວຄວາຍກິນ ແລະ ເຮັດເປັນຝຸ່ນ ຊີວະພາກ ໃນນັ້ນສ່ວນນຶ່ງກໍປ່ອຍໃຫ້ເນົ່າຖີ້ມ ເຮັດໃຫ້ມີມູນຄ່າ ຄວາມເສັຽຫາຍຫັງຫມົດ ປະມານ 460 ລ້ານກີບ ຍ້ອນຊາວສວນບໍ່ສາມາດ ຂົນຜັກໄປຂາຍ ໃນຕລາດໃນເມືອງໄດ້ ເນື່ອງຈາກທາງການແຂວງ ອອກແຈ້ງ ການໃຫ້ຊາວບ້ານ ກັກໂຕຢູ່ເຮືອນ ເພື່ອປ້ອງກັນໂຄວິດ-19 ປິດບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແລະແຂວງຕໍ່ແຂວງ.