ຊາວໂພນສວັນໄດ້ຍ້າຍຈາກ ບ່ອນຢູ່

ສິດນີ
2014.02.21
F-pakse ທິວທັສເມືອງປາກເຊ
RFA/VS

 

ເຈົ້າຫນ້າທີ່ແຂວງຈຳປາສັກເວົ້າວ່າປັດຈຸບັນຊາວບ້ານໂພນສວັນເມືອງປາກເຊຫລາຍຄອບຄົວຢູ່ບໍຣິເວນສາມແຍກບັງເຫຍາະຕິດກັບໂຮງສີ ທັນສມັຍໄດ້ຍ້າຍອອກໄປຊອກຫາດິນທຳມາຫາກິນບ່ອນໃຫມ່ແລ້ວ ຍ້ອນຖືກບໍຣິສັດຕັງຈະເຣີນ ກວດເອົາດິນບ່ອນເກົ່າ ຊື່ງເປັນດິນຂອງ ຣັຖໄປສ້າງເປັນໂຮງແຮມໃຫ້ຄົນເຊົ່າ.ຊາວບ້ານຫລາຍຄົນກໍໄດ້ຮັບຄ່າຊົດເຊີຍໄປແລ້ວ.

"ຊາວບ້ານເຂົາກໍເລີ້ມຫນີຫມົດແລ້ວ ມີແຕ່ວ່າເພີ່ນຊົດເຊີຍຄ່າເຮືອນຄ່າຫຍັງ ແຕ່ລະຄົນຊອກຫາບ່ອນຢູ່ບ່ອນເຊົາເອົາເອງ".

ທ່ານກ່າວຕື່ມວ່າ ຊາວບ້ານຜູ້ທີ່ຍ້າຍອອກໄປນັ້ນ ສ່ວນຫລາຍໄປຊື້ດິນ ທີ່ເມືອງໂພນທອງເມືອງບາຈຽງຈະເຣີນສຸກ ແລະເມືອງປະທຸມພອນ ແຕ່ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນນີ້ ຍັງມີຊາວບ້ານອີກຈຳນວນນຶ່ງປະມານ 40 ຄອບຄົວ ຍັງບໍ່ຍອມຍ້າຍອອກເທື່ອ ຍ້ອນບໍ່ພໍໃຈກັບ ຄ່າຊົດເຊີຍທີ່ທາງການໃຫ້ບໍ່ເທົ່າກັນ ບາງຄອບຄົວໄດ້ ນຶ່ງແສນສາມຫມື່ນກີບ ບາງຄອບຄົວໄດ້ສາມແສນກີບ.

ຕາມຂໍ້ມູນຈາກຊາວບ້ານ ເຂົາເຈົ້າໄດ້ອາສັຍຢູ່ບ້ານນັ້ນມາເປັນເວລາປະມານ 20ຫາ53 ປີແລ້ວແລະໄດ້ເສັຽຄ່າຕາດິນຢ່າງຖືກຕ້ອງໃນແຕ່ ລະປີແຕ່່ຕໍ່ມາເຈົ້າຫນ້າທີ່ອ້າງວ່າດິນນັ້ນເປັນດິນຂອງຣັຖ ແລ້ວສັ່ງໃຫ້ປະຊາຊົນຍ້າຍອອກແລະບອກວ່າຈະໃຫ້ຄ່າຊົດເຊີຍທັງເປັນເງີນແລະ ທີ່ດິນແຕ່ໃນທີ່ສຸດກໍໃຫ້ແຕ່ເງີນ ບໍ່ມີທີ່ດິນໃຫ້ພວກຂະເຈົ້າທຳມາຫາກີນ. ຊາວບ້ານບາງກຸ່ມຈຶ່ງບໍ່ພໍໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.