ໂຄງການຂຍາຍບໍ່ແຮ່ຢູ່ເມືອງ ປາກອູ
2014.03.03
ເຈົ້າໜ້າທີ່ ແຂວງ ຫລວງພຣະບາງ ຜູ້ບໍ່ປະສົງ ອອກຊື່ ທ່ານນນຶ່ງ ເປີດເຜີຍ ວ່າ ຊາວບ້ານ ທີ່ຢູ່ເຂດ ແກ່ງບິນ ແຄມນໍ້າເຊືອງ ເມືອງປາກອູ ແຂວງ ຫລວງພຣະບາງ ບໍ່ພໍໃຈ ທີ່ໂຄງການ ສໍາຫຣວດ ບໍ່ແຮ່ ໃຊ້ພື້ນທີ່ ສວນໝາກໄມ້ ແລະ ສວນຜັກ ຂອງ ພວກເຂົາເຈົ້າ ເປັນເຂດ ສໍາຫຣວດ ເຮັດໃຫ້ເກີດ ຂັດແຍ່ງ ກັນຂຶ້ນ. ທ່ານວ່າ:
"ໂຄງການ ນັ້ນນະ ຂະເຈົ້າສິວິຈັຍ ບໍ່ແຮ່ ຂະເຈົ້າ ສໍາຫຣວດ ຢູ່ແກ່ງບິນ ຢູ່ນໍ້າເຊືອງ ນີ້ຕີ໋ ໄປລົງ ສໍາຫຣວດ ມັນຖືກສວນ ໝາກນາວ ໝາກພິກ ໝາກເຂືອ ຂອງ ປະຊາຊົນ ທີ່ພວກເຂົາເຈົ້າ ເຮັດຢູ່ ເຮັດກິນ ມາແຕ່ ເຫິງແລ້ວ".
ທ່ານເວົ້າ ຕໍ່ໄປວ່າ ໃນພື້ນທີ່ ດັ່ງກ່າວ ມີປະຊາຊົນ ອາໄສ ແລະ ທໍາມາຫາກິນ ຢູ່ 20 ກວ່າ ຄອບຄົວ. ໃນນັ້ນ ສ່ວນຫລາຍ ມີອາຊີບ ປູກຝັງ. ເມື່ອມີ ໂຄງການ ສໍາຫຣວດ ບໍ່ແຮ່ ໃນພື້ນທີ່ນັ້ນ ກໍເກີດ ບັນຫາ ຍ້ອນມີຜົລ ກະທົບຕໍ່ ການທໍາມາ ຫາກິນ ທີ່ພວກເຂົາເຈົ້າ ເຄີຍເຮັດມາ ແຕ່ດົນນານ. ເຖິງຈະມີ ເຈົ້າໜ້າທີ່ ທາງການ ລົງໄປ ປະຈໍາ ຢູ່ເຂດນັ້ນ ເພື່ອ ພຍາຍາມ ແກ້ໄຂ ບັນຫາ ທີ່ປະຊາຊົນ ຂັດຂ້ອງ ແຕ່ກໍຍັງ ບໍ່ທັນ ຕົກລົງກັນ ໄດ້ເທື່ອ.
ທ່ານວ່າ ປະຊາຊົນ ສ່ວນຫລາຍ ຢ້ານວ່າ ເມື່ອທາງ ໂຄງການນັ້ນ ສໍາຫຣວດ ເຫັນແຮ່ທາດ ທີ່ບໍຣິສັດ ຕ້ອງການ ແລ້ວ ກໍຈະມີ ການຂຸດຄົ້ນ ຕໍ່ໄປ ແລະ ຊາວບ້ານ ທີ່ຢູ່ໃນ ເຂດນັ້ນ ມາແຕ່ດັ້ງເດີມ ກໍຈະຕ້ອງ ຖືກໃຫ້ ໂຍກຍ້າຍ ອອກໄປຢູ່ ແຫ່ງໃໝ່, ຈຶ່ງເກີດການ ຂັດແຍ່ງ ກັນຂຶ້ນ.
ກ່ຽວກັບ ເຣື່ອງນີ້ ເອເຊັຽ ເສຣີ ໄດ້ຖາມໄປຍັງ ຫ້ອງການ ປົກຄອງ ເມືອງປາກອູ ເພື່ອຂໍຮູ້ ກ່ຽວກັບ ທິດທາງ ແກ້ໄຂ ຂໍ້ຂັດແຍ່ງ ດັ່ງກ່າວ ແຕ່ເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ ຂໍ້ມູນ ໂດຍໃຫ້ ເຫດຜົລວ່າ ປັດຈຸບັນ ຍັງບໍ່ ສາມາດ ຕິດຕໍ່ ກັບ ປະຊາຊົນ ຢູ່ໃນເຂດ ນັ້ນໄດ້ເທື່ອ.