ໂຮງຮຽນວິຊາຊີບ ຂ.ອຸດົມໄຊ

ສົມເນ
2014.05.09
F-vocational-shool ຕຶກອາຄານ ທີ່ກໍາລັງ ກໍ່ສ້າງໃນປີ 2009 ແມ່ນສໍາລັບຝຶກອົບຮົມ ວິຊາຊີພ ທີ່ສ້າງຂື້ນ ໃນຫລາຍແຂວງ ຢູ່ ສປປ ລາວ ຊື່ງເປັນການຊ່ອຍເຫລືອ ຈາກ ປະເທດ ເຍັຽຣະມັນ ມີທັງຫ້ອງຮຽນ ແລະບ່ອນກິນນອນ ຂອງນັກຮຽນ
Gitecvtplaos

 

ການຜລິດ ນາຍຊ່າງ ວິຊາ ສະເພາະ ຢູ່ ໂຮງຮຽນ ວິຊາຊີບ ແຂວງ ອຸດົມໄຊ ເພື່ອ ສນອງ ຄວາມ ຕ້ອງການ ຂອງ ແຮງງານ ທີ່ມີ ສີມື, ກໍາລັງ ມີບັນຫາ ຫລາຍດ້ານ ເປັນຕົ້ນ ແມ່ນ ໂຄງຮ່າງ ພື້ນຖານ ອາຄານ ຮຽນ ຫ້ອງຮຽນ ການ ດຶງດູດ ເອົາ ນັກຮຽນ ມາຮຽນ, ຕລອດຮອດ ງົບປະມານ ການ ບໍຣິຫານ ຊຶ່ງ ເຈົ້າໜ້າທີ່ ອໍານວຍການ ວ່າ ຕ້ອງໄດ້ ແກ້ໄຂ ເພື່ອຈະ ສາມາດ ຜລິດ ນາຍຊ່າງ ໃຫ້ມີ ສີມື ແລະ ແຮງງານ ທີ່ມີ ຄຸນນະພາບ. ດັ່ງທ່ານ ເວົ້າວ່າ:

"ມີຄວາມ ຫຍຸ້ງຍາກ ພື້ນຖານ ໂຄງຮ່າງ ບໍ່ພຽງພໍ ເຊັ່ນວ່າ ອາຄານ ຮຽນ ຫໍພັກ ນັກສຶກສາ ຟາມ ປະຕິບັດ ບາງສາຂາ ບໍໄດ້ ມາຕຖານ ຄຣູອາຈານ ຫນຸ່ມນ້ອຍ ຈົບມາ ໃໝ່ ຫ້ອງຮຽນ ຄອມປູຍເຕີ້ ບໍພຽງພໍ ຣະບົບ ນໍ້າໃຊ້ ງົບປະມານ ມີຄວາມ ຫຍຸ້ງຍາກ ເງິນ ບໍຣິຫານ ຫນ້ອຍ ຄວາມ ເຂົ້າໃຈ ຂອງ ສັງຄົມ ໃນການ ສົ່ງລູກ ມາຮຽນ ຍັງມີ ໜ້ອຍຢູ່ ເຂົາເລັງໃສ່ ແຕ່ຊັ້ນ ສູງ".

ທ່ານວ່າ ທາງ ໂຮງຮຽນ ມີແຜນ ແລະ ຄວາມ ຕັ້ງໃຈ ໃນການຜລິດ ນາຍຊ່າງ ວິຊາການ ແລະ ສີມື ແຮງງານ ໃຫ້ໄດ້ ຈໍານວນ ຫລາຍ ແລະ ໃຫ້ໄດ້ ມາຕຖານ ເພື່ອໃຫ້ ເປັນທີ່ ຮັບຮູ້ ຂອງຕລາດ ແຮງງານ. ຢູ່ໂຮງຮຽນ ເທັກນິກ ປະສົມ ວິຊາຊີບ ອຸດົມໄຊ ມີການສອນ 7 ສາຂາ ວິຊາ ຄື: ກະເສດປຸງ ແລະລ້ຽງ,  ຊ່າງ ໄຟຟ້າ ຊ່າງ ສ້ອມແປງ ກົນຈັກ  ຊ່າງ ກໍ່ສ້າງ  ເຄຫາ ຊ່າງໄມ້ ເຄື່ອງ ຕົບແຕ່ງ ວີຊາການ ບໍຣິການ ແລະ ການ ອາຫານ ໂຮງແຮມ.

ການສອນ ປະກອບ ດ້ວຍ 4 ຣະບົບ ຄື: 1- ຝຶກອົບຮົມ ວິຊາຊີບ ຣະຍະສັ້ນ ໃຫ້ ຊາວບ້ານ ໃນຊຸມຊົນ. 2- ຮັບເອົາ ນັກຮຽນ ຈົບ ມັທຍົມ ຕົ້ນ ເຂົ້າຮຽນ 3 ປີ ເມື່ອ ຮຽນຈົບ ແລ້ວ ກໍເປັນ ນາຍຊ່າງ ທຽບເທົ້າ ຊັ້ນກາງ. 3- ຮັບເອົາ ນັກຮຽນ ຈົບ ມັທຍົມ ປາຍ ມາຮຽນ 2 ປີ ໃນ ຊັ້ນກາງ ສາຍ ເທັກນິກ. 4- ເອົານັກຮຽນ ທີ່ຈົບ ຊັ້ນກາງ ມາຕໍ່ ອີກ 1 ປີ ກັບເຄິ່ງ ເອີ້ນວ່າ ຊັ້ນສູງ ຕໍ່ເນື່ອງ.

ສໍາລັບ ສົກປີ ການສຶກສາ ນີ້ ມີນັກຮຽນ ເຂົ້າຮຽນ ກວ່າ 600 ຄົນ ໃນນັ້ນ ມີ ແມ່ຍິງ 107 ຄົນ ແລະ ຈະມີ ນັກສຶກສາ ຈົບ ກວ່າ 200 ຄົນ. ຜ່ານມາ 80 ສ່ວນຮ້ອຍ ຂອງ ນັກສຶກສາ ທີ່ຈົບ ຈາກ ໂຮງຮຽນ ນີ້ໄປ ໄດ້ເຂົ້າ ບັນຈຸ ເຮັດວຽກ ຕາມ ບໍຣິສັດ ແລະ ໂຮງຈັກ ໂຮງງານ ຕ່າງໆ ພາຍໃນ ແຂວງ ແລະ ໃນ ຕ່າງແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.