ທາງການ ຕິດຕາມພວກກຸ່ມແກ້ງຄອນເຊັນເຕີ ຢ່າງໃກ້ຊິດ ເພື່ອປ້ອງກັນ ບໍ່ໃຫ້ກັບມາລາວ

ຈໍາປາທອງ
2025.02.26
ທາງການ ຕິດຕາມພວກກຸ່ມແກ້ງຄອນເຊັນເຕີ ຢ່າງໃກ້ຊິດ ເພື່ອປ້ອງກັນ ບໍ່ໃຫ້ກັບມາລາວ ຮູບພາບປະກອບ: ຜູ້ເຄາະຮ້າຍ ຈາກປະເທດຕ່າງໆ ໂຮມກັນ ພາຍຫຼັງທີ່ໄດ້ຖືກປ່ອຍ ອອກຈາກ ສູນສະແກມເມີ້ ທີ່ປະເທດມຽນມາ ແລະລໍຖ້າກັບປະເທດຂອງຕົນ. ວັນທີ 26 ເດືອນກຸມພາ ປີ 2025.
AP Photo/Thanaphon Wuttison

ທາງການລາວ ປາບປາມກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ຫຼືກຸ່ມແກ້ງຄອນເຊັນເຕີ ຢ່າງເອົາຈິງເອົາຈັງ ຕັ້ງແຕ່ ເດືອນສິງຫາ 2024 ເປັນຕົ້ນມາ, ໄດ້ມີການກວາດລ້າງກຸ່ມດັ່ງກ່າວ ໄດ້ແລ້ວສ່ວນໜຶ່ງ ເປັນຕົ້ນ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະໄດ້ຕິດຕາມພວກເຂົາ ຢ່າງໃກ້ຊິດ ເພື່ອບໍ່ໃຫ້ກັບມາລາວ ຫຼັງຈາກສູນກາງ ຂອງພວກເຂົາ ຢູ່ມຽນມາ ຖືກລົບກວນ. ແຕ່ກຸ່ມແກ້ງຈໍານວນໜຶ່ງ ຢູ່ລາວ ສາມາດຫຼົບໜີອອກໄປໄດ້ ຊຶ່ງສ່ວນຫຼາຍ ໄດ້ຍ້າຍໄປເຄື່ອນໄຫວຕໍ່ ຢູ່ປະເທດມຽນມາ ແລະກໍາປູເຈຍ.

ມີຜູ້ຕົກເປັນເຫຍື່ອ ຂອງກຸ່ມແກ້ງນີ້ ເປັນຈໍານວນຫຼວງຫຼາຍ ຮວມທັງຄົນລາວນໍາດ້ວຍ. ໃນຕົ້ນເດືອນກຸມພານີ້ ທາງການໄທ ກໍໄດ້ປະກອບສ່ວນຊ່ວຍເຫຼືອ ຜູ້ຕົກເປັນເຫຍື່ອ ຢູ່ເຂດກາສິໂນ ເມືອງເມຍວະດີ ປະເທດມຽນມາ ເຖິງ 260 ຄົນ ຮວມທັງຄົນລາວ 6 ຄົນ ແລະ ຈະສືບຕໍ່ຊ່ວຍເຫຼືອຕື່ມອີກ ຊຶ່ງຄາດວ່າ ຈະມີຫຼາຍເຖິງ 15,000 ຄົນ.


ຂ່າວ ກ່ຽວກັນ
ແກ໊ງຄອລເຊັນເຕີ້ຈີນ 267 ສູນ ໃນເຂດ 3 ຫຼ່ຽມຄໍາ ຖືກປາບປາມ
ນາຍົກລັດຖະມົນຕີລາວ-ໄທ ຫາລືຄວາມຮ່ວມມື ປາບປາມ ແກ້ງຄອນເຊັນເຕີ
ພາຍຫຼັງທີ່ ໄທ ຕັດໄຟຟ້າ ທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດ ແລະຖືກຈັບ


ປັດຈຸບັນ ທາງການລາວ ກໍາລັງກວດກາ ລາຍຊື່ເປົ້າໝາຍ ທີ່ທາງການໄທ ຈັບໄດ້ ວ່າ ກົງກັນກັບກຸ່ມເປົ້າໝາຍ ທີ່ໄດ້ຫຼົບໜີ ອອກໄປຈາກປະເທດລາວ ຫຼື ບໍ່. ຖ້າລາຍຊື່ກົງກັນ ກໍຈະຂຶ້ນລາຍຊື່ໃນບັນຊີດໍາ ເພື່ອປ້ອງກັນ ບໍ່ໃຫ້ພວກເຂົາ ເຂົ້າມາເຄື່ອນໄຫວ ຢູ່ໃນລາວອີກ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກຸມພານີ້:

“ກໍາພູຊາ ກັບມຽນມາແດ່ ເພາະວ່າແຕກໜີຈາກນີ້ໄປ ມັນກໍໄປຢູ່ພຸ້ນ ສ່ວນໃຫຍ່ ກໍຕ້ອງໄປແກ້ຢູ່ພຸ້ນອີກ ເຮົາກໍເບິ່ງ ກວດບັນດາລາຍຊື່ເປົ້າໝາຍຫຼັກຫັ້ນ ວ່າ ວ່າແມ່ນບໍ ວ່າເຄີຍມີຈາກພວກເຮົານີ້ ແມ່ນໄດ້ໜີ ຈາກພວກເຮົານີ້ໄປ. ພວກເຮົາກໍຈະມີລະບົບການອອກ ມັນມີການບັນທຶກນໍ ກໍາລັງໃຫ້ເຂົາເຊັກວ່າ ຫຼັງຈາກພວກເຮົາມ້າງແລ້ວ ຈໍານວນທີ່ໜີຈາກເຮົາໄປ ຍັງບໍ່ກໍ່ຈາກທາງອື່ນຢູ່ອີກບໍນໍ ຖ້າຍັງໄປກໍ່ທາງອື່ນ ພວກເຮົາກະຊິກັບກາຍເປັນບັນຊີດໍາ ຄືບໍ່ໃຫ້ເຂົ້າປະເທດທັນທີຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ສໍາລັບການກວາດລ້າງ ແກ້ງຄອນເຊນເຕີ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍານັ້ນ ກໍຍັງມີການສືບຕໍ່ກວາດລ້າງຢູ່ ແລະໃຫ້ບໍລິສັດ ທີ່ຍັງດໍາເນີນການຢູ່ນັ້ນ ຫັນປ່ຽນເປັນບໍລິສັດ ກາສິໂນອອນລາຍ ໃຫ້ໄດ້ພາຍໃນຕົ້ນປີ 2025 ນີ້. ຖ້າຫາກກວດພົບ ວ່າ ຍັງແອບແຝງ ເປັນແກ້ງຄອນເຊັນເຕີຢູ່ ກໍຈະບໍ່ມີການເຕືອນ ແລະ ສຶກສາອົບຮົມຄືເກົ່າອີກ:

”ຄາດວ່າຢູ່ໃນຕົ້ນປີ 2025 ພວກເຮົາຈະກວດໃຫ້ບໍ່ເປັນທັງເບິດແລ້ວ. ດຽວນີ້ ເຮົາຈະບໍ່ມີຄໍາເຕືອນອີກແລ້ວ, ເຮົາຈະບໍ່ມີການສຶກສາອົບຮົມອີກແລ້ວ. ຖ້າເຮົາກວດວ່າຍັງຝືນ ຍັງແອບແຝງ ຍັງເຮັດຢູ່ ຈະບໍ່ມີການເຕືອນອີກຕໍ່ໄປ ເພາະວ່າໃຫ້ເວລາໃນການກ່າວເຕືອນມາຕັ້ງແຕ່ 2024 ແລ້ວເດ.”

ແລະພະນັກງານເຮັດວຽກຕອບແຊັດ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຜູ້ໜຶ່ງ ກໍເວົ້າວ່າ ຍ້ອນມີການກວາດລ້າງ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຢ່າງຈິງຈັງ ຈຶ່ງເຮັດໃຫ້ບໍລິສັດຕອບແຊັດ ຈໍານວນໜຶ່ງ ສະຫຼາຍຕົວໄປເອງ ແລະວ່າ ຕາມທີ່ຮູ້ຕໍ່ໆ ກັນ ມີບໍລິສັດຂອງຄົນລາວ ທີ່ຍ້າຍບ່ອນໄປເປີດ ຢູ່ນະຄອນຫຼວງວຽງຈັນ:

”ນະຄອນຫຼວງ ໜ້າຈະມີຢູ່ ແຕ່ວ່າກໍບໍ່ຮູ້ຄືກັນ ເຂົາເຈົ້າເປັນຄົນລາວນີ້ແຫຼະ ໄປເປີດບໍລິສັດເອງ ກໍບໍ່ຮູ້ຄືກັນ. ເຫັນວ່າ ຮູ້ຕໍ່ໆ ກັນມາວ່າ ຫາກໍມີບໍລິສັດ ທີ່ເຂົາເປີດແຖວນັ້ນ.”

ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີບໍລິສັດຕອບແຊັດ ລັກເຄື່ອນໄຫວ ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາຢູ່ ໂດຍທີ່ກຸ່ມແກ້ງນີ້ ໃຊ້ແອັປພລິເຄຊັນຫາຄູ່ ທາງອອນລາຍ ແລະ ໃຊ້ເຟສບຸກຫຼາຍ ໃນການຕົວະຕົ້ມ ຫຼອກເອົາເງິນຄົນ ຍ້ອນສາມາດເຂົ້າເຖິງຄົນໄດ້ງ່າຍ ດັ່ງພະນັກງານຕອບແຊັດ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ນາງໜຶ່ງ ເວົ້າວ່າ:

”ຢູ່ສາມຫຼ່ຽມ ອອນລາຍຫາຄູ່ກໍໄດ້ ແລ້ວແຕ່ວ່າ ເຮົາໄດ້ລູກຄ້າທາງໃດ ກໍໄດ້ເບິດ. ດຽວນີ້ ສ່ວນຫຼາຍ ທາງເຟສບຸກຫຼາຍກວ່າ ພາສາຫຍັງກໍໄດ້ເບິດ.”

ເມື່ອບໍ່ດົນມານີ້ ກະຊວງປ້ອງກັນຄວາມສະຫງົບ ຂອງລາວ ໄດ້ມອບຄົນຈີນ ຜູ້ຖືກກ່າວຫາ ຫຼົບໜີຄະດີຄົນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ແຂວງເຈີ້ຈ່ຽງ ຂອງຈີນ, ຜູ້ກ່ຽວ ຖືກທາງການທີ່ກ່ຽວຂ້ອງ ແຂວງເຈີ້ຈ່ຽງ ອອກໝາຍຈັບ ຍ້ອນສົງໄສວ່າ ກະທຳຄວາມຜິດ ຖານຫຼອກລວງທາງໂທລະຄົມ ຊຶ່ງເຈົ້າໜ້າທີ່ຕຳຫຼວດລາວ ຈັບໄດ້ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ແລະພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໄດ້ເຂົ້າຮ່ວມກອງປະຊຸມ ຂອງຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມແນວຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 29 ໃນມື້ວັນທີ 19 ກຸມພານີ້ ຊຶ່ງທັງສອງຝ່າຍ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແກ້ໄຂຫຼາຍບັນຫາ ຮວມທັງບັນຫາອາດຊະຍາກໍາ ທາງດ້ານເຕັກໂນໂລຊີ.

ຕໍ່ມາ ໃນວັນທີ 22 ກຸມພານີ້ ທ່ານ ພູມທຳ ເວດຊະຍາໄຊ, ຮອງນາຍຍົກລັດຖະມົນຕີ ກະຊວງປ້ອງກັນປະເທດໄທ ກໍໄດ້ປະກາດວ່າ ທາງການໄທ ຈະຮ່ວມມື ກັບທາງການລາວ ແລະກໍາພູຊາ ເພື່ອສືບຕໍ່ກວາດລ້າງສະຖານທີ່ຫຼົບລີ້ ຂອງແກ້ງຄອນເຊັນເຕີ ເພື່ອປ້ອງກັນ ບໍ່ໃຫ້ກຸ່ມສໍ້ໂກງຊັບທາງໂທລະຄົມ ຍ້າຍບ່ອນປະຕິບັດການໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.