ສນາມບິນອັດຕະປື ຍັງ ມິດງຽບ
2015.08.21
ມາຮອດ ປັດຈຸບັນ ສນາມບິນ ນາໆຊາດ ທີ່ ເມືອງ ໄຊເສດຖາ ແຂວງ ອັດຕະປື, ສ້າງໂດຍ ບໍຣິສັດ ຮົງອານ ຫຍ່າລາຍ ນັ້ນ, ຍັງບໍ່ ເປິດ ບໍຣິການ ທັງ ຍັງບໍ່ມີ ສາຍການບິນ ໃດໆ ມາຈັບຈອງ ເປີດ ຫ້ອງການ ເທື່ອ, ເນື່ອງຈາກ ວ່າ ສນາມບິນ ຍັງຂາດ ຄວາມພ້ອມ ໃນດ້ານ ຕ່າງໆ ຢູ່. ເຖິງແມ່ນວ່າ ທາງການ ແຂວງ ໄດ້ຈັດ ພິທີ ເປີດໃຊ້ ຢ່າງເປັນ ທາງການ ມາໄດ້ ຫຼາຍເດືອນ ແລ້ວ ກໍຕາມ. ການຫຼ້າຊ້າ ໃນການເປີດ ບໍຣິການ ນັ້ນ, ຈະສົ່ງຜົລ ເຮັດໃຫ້ ການລົງທຶນ ໃນເຂດ ດັ່ງກ່າວ ຊັກຊ້າ ໄປນໍາ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ການ ບໍຣິການ ຂອງ ຜູ້ໂດຍສານ ມັນ ບໍ່ທັນມີ, ການ ບໍຣິການ ຍັງບໍ່ໄດ້ ກຽມພ້ອມ, ເພາະວ່າ ຜູ້ ປະກອບການ ບໍ່ທັນມີ ຫຼາຍ ຍັງບໍ່ທັນ ໄດ້ເປີດ ເຫັນແຕ່ ເພິ່ນເປີດ ອັນນັ້ນ ຊື່ໆ ເປັນ ພິທີ ຊື່ໆ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ, ຢູ່ໃນ ສນາມບິນ ກໍມີ ເຈົ້າຫນ້າທີ່ ຜແນກ ຕ່າງໆ ເຂົ້າໄປ ປະຈຳການ ເຮັດວຽກ ຮ່ວມກັນ ແລ້ວ, ເພື່ອຕຣຽມ ຄວາມພ້ອມ ກວດສອບ ຣະບົບ ຕ່າງໆ ໃຫ້ ສົມບູນ ແບບ, ແຕ່ຍັງ ບໍ່ຮູ້ວ່າ ຈະເປີດໃຊ້ ຢ່າງ ເຕັມອັດຕຣາ ໄດ້ ພາຍໃນ ປີນີ້ ຫລື ບໍ.
ໃນ ເດືອນ ພຶສພາ ຜ່ານມາ, ມີຣາຍງານ ວ່າ ທາງການ ແຂວງ ອັດຕະປື ໄດ້ ຄັດເລືອກ ເຈົ້າຫນ້າທີ່, ໄປ ຝຶກອົບຮົມ ການບິນ ແລະ ການ ບໍຣິການ ຢູ່ ແຂວງ ຈຳປາສັກ, ເພື່ອມາ ບໍຣິຫານ ວຽກງານ ຢູ່ ສນາມບິນ ອັດຕະປື. ປັດຈຸບັນ ນັກລົງທຶນ ແລະ ນັກ ທ່ອງທ່ຽວ ທີ່ ເດີນທາງ ໄປ ແຂວງ ອັດຕະປື ຍັງບໍ່ມີ ຫຼາຍ, ສ່ວນໃຫຍ່ ຜູ້ຄົນ ຍັງຈະ ມາ ທາງຣົດ.
ສນາມບິນ ອັດຕະປື ກວມເອົາ ພື້ນທີ່ 165 ເຮັກຕາ ສ້າງໂດຍ ບໍຣິສັດ ຮົງອານ ຫຍ່າລາຍ, ໃນມູນຄ່າ ການ ກໍ່ສ້າງ 289 ຕື້ ກີບ ຣັຖບານ ລາວ ຈະຈ່າຍຄືນ ໃຫ້ ນຳຫຼັງ. ໂຄງການ ນີ້ ປະຊາຊົນ ຖືກ ໂຍກຍ້າຍ ກວ່າ 70 ຄອບຄົວ.