ຣາຍງານກ່ຽວກັບສາຍການບິນ ລາວ ແອລາຍ


2013.10.18
F-ATR-72 ຕົວຢ່າງຂອງຍົນ ATR-72 ທີ່ໃຊ້ຢູ່ໃນສາຍການບິນ ລາວແອລາຍ
Marcel

 

ຍົນ ATR-72 ສອງຈັກໝາກປິ່ນ ຂອງສາຍການບິນລາວແອລາຍ ທີ່ເກີດອຸບປະຕິເຫດຕົກໃນວັນທີ່ 16 ຕຸລາຢູ່ປາກເຊ ມີຜູ້ໂດຍສານ ຈາກ 11 ປະເທດ ຮ່ວມທັງຂົນຂັບຍົນແລະພະນັກງານປະຈໍາຍົນ ເສັຽຊີວິດ 49 ຄົນນັ້ນ ບໍ່ໄດ້ຮ່ວມຢູ່ໃນ ອົງການກວດກາຄວາມປອດພັຍສາກົນ, ຕາມລາຍງານອົງການຂ່າວ AAP ທີ່ອ້າງຕາມການເປີດເຜີຽຂອງຫ້ອງການບໍຣິການ ການໃຫ້ຄະແນນສາຍການບິນ.

ທ່ານ Geoffrey Thomas ຈາກ airlinerating.com ເວົ້າຢູ່ສະຖານີວິທຍຸ 3AW ຢູ່ນະຄອນ Melbourne ປະເທດ Australia ວ່າທ່ານ ໃຫ້ຄະແນນຄວາມປອດພັຍລາວແອລາຍ 4 ດາວຈາກຄະແນນເຕັມ 7 ດາວຍ້ອນວ່າ ສາຍການບິນ ນີ້ບໍ່ໄດ້ເຂົ້າຮ່ວມນໍາການກວດກາຄວາມ ປອດພັຍສາກົນ. ທ່ານວ່າບັນຫາໃຫ່ຽຂອງສາຍການບິນນີ້ແມ່ນວ່າ: “ສາຍການບິນບໍ່ໄດ້ເຂົ້າຮ່ວມການກວດກາຊຶ່ງແມ່ນ ສະມາຄົມການຂົນສົ່ງ ທາງອາກາດສາກົນ ຫລື IATA ເປັນຜູ້ດໍາເນີນ”. IATA ເປັນອົງການສໍາຄັນ ຂອງການບິນໃນທຸກວັນນີ້ ຊຶ່ງສາຍການບິນທີ່ໃຊ້ຍົນໂດຍສານ ຕ້ອງຜ່ານການກວດການີ້ ຈຶ່ງຈະເຂົ້າຮ່ວມໄດ້. ທ່ານວ່າ ສາຍການບິນ ທີ່ຜ່ານການກວດກາ ມີຄວາມປອດພັຍເຖິງ 4.3 ເທົ່າກ່ວາ ສາຍການ ບິນທີ່ບໍ່ໄດ້ຜ່ານການກວດກາຄວາມປອດພັຍ.

ເຖິງຢ່າງໃດກໍດີ ທາງການລາວວ່າ ຍົນລໍາດັ່ງກ່າວເປັນຍົນໃໝ່ຊື້ຈາກປະເທດຝຣັ່ງໃນຕົ້ນປີນີ້ ແລະຫາກໍນໍາມາໃຊ້ບໍຣິການ ເມື່ອເດືອນ ມີນາ ຜ່ານມານີ້ເອງ ແລະມີຊົ່ວໂມງບິນພຽງ 758 ຊົ່ວໂມງເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.