ເຂື່ອນເຊຂະໝານ 3 ບໍ່ມີ ຂ່າວ ຄືບໜ້າ
2017.01.30
ໃນເຫດການ ອຸໂມງນ້ຳ ເຂື່ອນ ເຊກະໝານ3 ແຕກ ເມື່ອວັນທີ 16 ທັນວາ 2016 ຜ່ານມານັ້ນ ມາຮອດ ປັດຈຸບັນນີ້ ຍັງບໍ່ມີ ພາກສ່ວນໃດ ອອກມາ ຊີ້ແຈງ ຢ່າງເປັນ ທາງການວ່າ ເກີດມາຈາກ ສາເຫຕ ອັນໃດ ແລະ ໃຜເປັນຜູ້ ຮັບຜິດຊອບ ຫຼື ຈະແກ້ໄຂ ແນວໃດ.
ກ່ຽວກັບເຣື້ອງນີ້, ວິທຍຸ ເອເຊັຽເສຣີ ໄດ້ ໂທຣະສັບ ຖາມໄປຍັງ ເຈົ້າໜ້າທີ່ ກະຊວງ ພລັງງານ ແລະບໍ່ແຮ່ ເມື່ອບໍ່ດົນມານີ້ ແລະ ໄດ້ຮັບຄໍາ ຕອບ ຈາກ ເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່ວ່າ ທາງກະຊວງ ໄດ້ຣາຍງານ ໄປຫາ ຣັຖບານ ເພື່ອໃຫ້ ຮັບຊາບແລ້ວ, ແຕ່ຈະມີການ ເປີດເຜີຍ ຫລືບໍ່ນັ້ນ ກໍ່ຍັງບໍ່ ຮູ້ເທື່ອ.
"ຕັ້ງແຕ່ທີ່ວ່າ ຮູ້ເຣື້ອງຫັ້ນເລີຍ ໄປປະມານ 2 ຫຼືວ່າ 3 ເທື່ອແລ້ວ, ລະກະມີ ບົດຣາຍງານ ຫາ ຣັຖບານແລ້ວ. ແຕ່ວ່າ ເຣື້ອງຊິຈັດ ການ ຖແລງຂ່າວ ອັນນີ້ ມັນຍັງຢູ່ ໃນຂັ້ນຕອນ ພິຈາຣະນາ ຢູ່ຫັ້ນນ່າ. ໃນເບື້ອງຕົ້ນຫັ້ນ, ທາງເຮົາກະ ມີຣາຍງານ ຫາທາງ ຄນະນຳກະຊວງ ລະກະຣາຍງານ ໄປຍັງ ຣັຖບານ ຮຽບຮ້ອຍແລ້ວ".
ນາງກ່າວຕື່ມວ່າ ທາງກະຊວງນີ້ ກໍບໍ່ໄດ້ນິ້ງນອນໃຈ, ໄດ້ຕິດຕາມ ບັນຫານີ້ ຢ່າງໃກ້ຊິດ ໃນຖານະ ທີ່ໂຄງການ ເຂື່ອນໄຟຟ້າຕ່າງໆ ຢູ່ພາຍໃຕ້ ການເບິ່ງແຍງ ຂອງກະຊວງ ແລະ ຜແນກພລັງງານ ແລະບໍ່ແຮ່ ຂອງແຂວງ. ສ່ວນວ່າ ຈະມີການ ຖແລງຂ່າວ ຫລືບໍ່ນັ້ນ, ມັນກໍ່ຂຶ້ນ ກັບຣັຖບານ ວ່າເພິ່ນຈະດຳເນີນການ ແນວໃດ.
ໃນຂນະດຽວກັນ ເຈົ້າໜ້າທີ່ ເມືອງດາກຈຶງ ແຂວງເຊກອງ ກໍໄດ້ບອກ ວິທຍຸ ເອເຊັຽເສຣີ ໃນຄວາມຄືບໜ້າ ກ່ຽວກັບ ເຂື່ອນນັ້ນວ່າ ທາງເຈົ້າຂອງ ໂຄງການ ໄດ້ຈ້າງຊາວບ້ານ ໃກ້ຄຽງ ກັບເຂື່ອນ ມາອະນາມັຍ ແລ້ວ ແລະຄາດວ່າ ຈະມີການ ສ້າງອຸໂມງນ້ຳ ໃໝ່ ຊຶ່ງຈະໃຊ້ ເວລາເຖິງ 3 ປີ.
"ດຽວນີ້ ເຂົາກຳລັງມ້າງໂຕເກົ່າ ຫັ້ນນ່າ, ເອົາອອກມາລ້າງ ລະເຂົາກະ ອະນາມັຍ ແຖວບ່ອນໃດ ຫ້ອງໃດ ດິນມັນເຂົ້າໄປ ເຂົາກະເອົາ ອັນນັ້ນ ຕັກຂຶ້ນ. ດຽວນີ້ເຂົາສ້ອມແປງ ໄປໄດ້ 50 ເປີເຊັນ ລະເດ, ແລ້ວ 50 ເປີເຊັນແລ້ວ. ເພິ່ນວ່າ 3 ປີພຸ້ນນ່າ, ພາຍໃນ 3 ປີ ການສ້ອມແປງເໝິດ ທັງເຮັດທັງ ອະນາມັຍ ທັງເຮັດອຸໂມງໃໝ່".
ເຂື່ອນໄຟຟ້າ ເຊກະໝານ 3 ມີກຳລັງການຜລິດ 250 MW, ຕັ້ງຢູ່ ເມືອງດາກຈຶງ, ແຂວງເຊກອງ. ເປັນໂຄງການ ຮ່ວມທຶນ ຣະຫວ່າງ ບໍຣິສັດ ຣັຖວິສາຫະກິດ ໄຟຟ້າລາວ ແລະ ບໍຣິສັດລົງທຶນ ພລັງງານ ວຽດ-ລາວ. ບໍຣິສັດ ສົງດາ ຂອງ ວຽດນາມ ເປັນຜູ້ ຮັບເໝົາກໍ່ສ້າງ.
ອຸໂມງທໍ່ນ້ຳແຕກ, ເຮັດໃຫ້ ໂຄງສ້າງ ທາງດ້ານໜ້າ ຂອງໂຕເຂື່ອນ ໄດ້ຮັບ ຄວາມເສັຽຫາຍ ແລະ ເກີດດິນເຈື່ອນ ແລ້ວໄຫຼລົງທັບ ອາຄານ ເຄື່ອງຈັກ ແລະ ທີ່ພັກ ຂອງຄົນງານ ເສັຽຫາຍ.