ທາງການເນັ້ນໜັກຫ້າມ ຣັຖກອນ ທີ່ດິນ ຮັບ ສິນບົນ
2018.03.30
ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ອອກວິນັຍ ຫ້າມພະນັກງານທີ່ດິນ ຮັບສິນບົນແລະເປັນນາຍໜ້າ ຊື້-ຂາຍ ທີ່ດິນ ເພື່ອ ສະກັດກັ້ນ ຕ້ານການສໍ້ຣາສບັງຫຼວງ, ດັ່ງເຈົ້າໜ້າທີ່ກະຊວງ ເວົ້າວ່າ:
“ກໍ່ໃຊ້ໄດ້ແຕ່ຣັຖກອນ ກໍໝາຍຄວາມວ່າບໍ່ໄປເຮັດອິຫຍັງ ຊັ້ນໝາຍຄວາມວ່າ ບໍ່ໃຫ້ເປັນນາຍໜ້າ ໃນການຂາຍທີ່ດິນເນາະ ມັນຈະມີຫຼາຍໆຂໍ້ ແຕ່ວ່າ ເວົ້າເຖິງພະນັກງານໂດຍຕົງເລີຍ ແບບບໍ່ໃຫ້ຊື້ຈ້າງ ສິນບົນປະມານນັ້ນແຫຼະ ລະບຽບຂອງເພິ່ນ.”
ວິນັຍມີຂໍ້ຫ້າມ ທັງໝົດ 7 ຂໍ້ ຄື:
1. ຫ້າມສວຍໂອກາດໃຊ້ສິດອຳນາດ, ຕຳແໜ່ງໜ້າທີ່ ໃນການຮັບສິນບົນ ຫຼື ສິດນຳໃຊ້ທີ່ດິນ.
2. ຫ້າມສົມຮູ້ຮ່ວມຄິດກັບບຸກຄົນ ຫຼື ນິຕິບຸກຄົນ ເພື່ອຄອບຄອງທີ່ດິນຂອງຣັຖ.
3. ຫ້າມເປັນນາຍໜ້າ ໃນການຊື້-ຂາຍທີ່ດິນ ໃຫ້ກັບບຸກຄົນ ແລະ ນິຕິບຸກຄົນ.
4. ຫ້າມຍັກຍອກສໍ້ໂກງ ເອກສານທີ່ດິນ ຂອງຣັຖ.
5. ຫ້າມຍ້າຍ, ປ່ຽນແປງ ຫຼືທຳລາຍຫຼັກເຂດແດນທີ່ດິນ ໂດຍທີ່ບໍ່ມີເຈົ້າຂອງດິນ ເຂົ້າຮ່ວມເພື່ອຫວັງທຳລາຍ ຫຼັກຖານ.
6. ຫ້າມທຳລາຍ ຫຼືປອມແປງເອກສານຫຼັກຖານຂໍ້ມູນ, ຕາປະທັບ ຣາຍຮັບ-ຣາຍຈ່າຍ ກ່ຽວກັບທີ່ດິນ ແລະອື່ນໆ.
7. ຫ້າມປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທັມ, ລຳອຽງ ທີ່ເຄື່ອນໄຫວກ່ຽວກັບທີ່ດິນ.
ໃນວິນັຍບົ່ງບອກໄວ້ວ່າ ຫາກພະນັກງານມີພຶດຕິກັມ ແລະມີການກະທັມ ທີ່ຣະເມີດຕໍ່ຣະບຽບກົດໝາຍ ຈະຖືກໂທດ ຕັ້ງແຕ່ຖືກຕັກເຕືອນ ຫຼື ໃສ່ໂທດສູງສຸດ ຄືໃຫ້ອອກຈາກການ ເປັນຣັຖກອນທັນທັນ ໂດຍຈະບໍ່ໄດ້ຮັບເງິນຊົດເຊີຍໃດໆເລີຍ.
ປັດຈຸບັນ ບັນຫາກ່ຽວກັບທີ່ດິນ ຍັງເກີດຂໍ້ຫຍຸ້ງຍາກຫຼາຍ ໂດຍສະເພາະ ທີ່ດິນ ທີ່ປະຊາຊົນນຳໃຊ້ຢູ່ ຖືກເຈົ້າໜ້າທີ່ທ້ອງຖິ່ນ ບາງຄົນນຳໄປ ໃຫ້ບໍຣິສັດເອກຊົນສັມປະທານ ແລະໃນປີ 2017 ຜ່ານມາບັນຫາກ່ຽວກັບທີ່ດິນ ຖືກປະຊາຊົນຮ້ອງຮຽນ ຜ່ານສາຍດ່ວນ 1516 ຫຼາຍທີ່ສຸດ.