ຊາວບ້ານບໍ່ຮູ້ຄັກແນ່ ເຣື້ອງຫົງສາລິກໄນ


2013.05.06
F-hongsa ໂຮງງານ ໄຟຟ້າ ພລັງຖ່ານຫີນ ຫົງສາ ແຂວງໄຊຍະບູຣີ ທີ່ກໍາລັງ ເລັ່ງມື ໃນການກໍ່ສ້າງ
Mek/fb

 

ອໍານາດ ການປົກຄອງ ທ້ອງຖິ່ນ ແຂວງ ໄຊຍະບູຣີ ບໍ່ໃຫ້ການ ຮ່ວມມື ນໍາອົງການ ຊ່ວຍເຫລືອ ສັງຄົມ ທີ່ເຂົ້າໄປ ໃຫ້ຄວາມຮູ້ ກ່ຽວກັບ ໂຄງການ ໄຟຟ້າ ຫົງສາ ລິກໄນ.

ເຈົ້າໜ້າທີ່ ອົງການ ຈັດຕັ້ງ ສາກົລ ທີ່ປະຕິບັດ ວຽກງານ ຢູ່ ປະເທດລາວ ເປີດເຜີຍວ່າ ອໍານາດ ການປົກຄອງ ທ້ອງຖິ່ນ ແຂວງ ໄຊຍະບູຣີ ບໍ່ໃຫ້ຄວາມ ຮ່ວມມື ແກ່ ໜ່ວຍງານ ສັງຄົມໃດໆ ທີ່ເຂົ້າໄປ ໃຫ້ຄວາມຮູ້ ແກ່ ປະຊາຊົນ ຢູ່ໃນເຂດ ໂຄງການ ໄຟຟ້າຫົງສາ ລິກໄນ ຊຶ່ງມີ 450 ກວ່າຄອບຄົວ, ເຮັດໃຫ້ ປະຊາຊົນ ເຂົ້າໃຈ ບໍ່ເລິກ ກ່ຽວກັບ ຜົນກະທົບ ທີ່ພວກຕົນ ຈະໄດ້ຮັບ ແລະ ກ່ຽວກັບ ຄວາມຮັບຮູ້ ທາງດ້ານ ກົດໝາຍ:

"ບໍ່ຄ່ອຍມີ ອົງການ ຈັດຕັ້ງ ສາກົລ ທີ່ວ່າເຮັດ ວຽກ ກ່ຽວກັບ ຕົວເຂື່ອນຫົງສາ ນີ້ ແຕ່ວ່າການ ເຂົ້າເຖິງ ແຫລ່ງຂໍ້ມູລ ຫລືວ່າ ການເຂົ້າໄປ ເຖິງພື້ນທີ່ ກໍຍັງບໍ່ທັນໄດ້ ສະດວກ ກໍບໍ່ທັນໄດ້ ສະດວກ ເທື່ອ ພາກ-ຣັຖ ກໍບໍ່ອະນຸຍາດ ປານໃດ ຮຽກວ່າ ບໍ່ມີຄົນ ຮູ້ຈັກຫລາຍນະ".

ທ່ານເວົ້າຕໍ່ ໄປວ່າ ມີຫລາຍ ອົງການ ທີ່ຕ້ອງການ ຊ່ວຍເລືອຊາວບ້ານ. ແຕ່ ສ່ວນຫລາຍ ແມ່ນຖືກກີດກັ້ນ ຈາກອໍານາດ ການປົກຄອງ. ໃນປີ 2011 ມີຄໍາສັ່ງ ຫ້າມເຂົ້າໄປ ໃເຂດດັ່ງກ່າວ ທັ້ງໆທີ່ມີ ໜັງສື ຮັບຮອງ ຈາກຫ້ອງກາ ນຣັຖບາລ ທີ່ ນະຄອນຫລວງ ວຽງຈັນ ແລ້ວ. ປັດຈຸບັນ ການກໍ່ສ້າງ ໂຮງໄຟຟ້າ ຫົງສາລິກໄນ ແລະ ການຂຸດຖ່ານ ຫີນ ຄືບໜ້າ ໄປຢ່າງໄວວາ, ສໍາເຣັດໄປແລ້ວ 20 ກວ່າ%. ໄດ້ມີການ ນໍາເອົາເຄື່ອງ ຈັກຂນາດໃຫຍ່ ຜ່ານແຂວງ ນ່ານຂອງໄທຍ໌ ໄປກໍ່ສ້າງຕລອດ 24 ຊົ່ວໂມງ. ຕາມແຜນການ ແມ່ນຈະສ້າງ ໃຫ້ແລ້ວ ໃນປີ 2016, ຈະຂາຍໄຟຟ້າ  ໃຫ້ໄທຍ໌ ປະມານ 1,500 MW ແລະ ໃຊ້ໃນປະເທດ ລາວເອ ງພຽງ 100 MW ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.