ແກ໊ງລັກຣົດຈັກກໍາລັງ ດັງ
2017.06.21
ໃນປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ຍັງມີກຸ່ມ ອັນຕະພານ ພາກັນ ລັກຣົດຈັກ ຫລາຍຢູ່ໃນ ແຕ່ລະມື້ ກຸ່ມດັ່ງກ່າວ ມີທັງ ຄົນວຽດນາມ ແລະຄົນລາວ ເຂົາພາກັນລັກ ຣົດເປັນ ຂະບວນການ ແລະ ເປັນເຄືອຂ່າຍ ເຖິງວ່າປະຊາຊົນ ແລະເຈົ້າຫນ້າທີ່ ຈະປ້ອງກັນຫຼາຍປານໃດ ກໍຕາມ. ດັ່ງ ເຈົ້າຫນ້າທີ່ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວໃນວັນທີ 20 ມິຖຸນາ ນີ້ວ່າ:
"ສ່ວນຫຼາຍນີ້ ຈະແມ່ນມີວຽດນາມ ວຽດນາມ ພວກກຳມະກອນ ມາເຮັດວຽກຢູ່ລາວ ຫັ້ນນາ ແລ້ວກໍມີຄົນລາວພ້ອມ ສ່ວນຫຼາຍຈະແມ່ນ ພວກຕິດຢາ ແລ້ວບາດນີ້ ມັນກໍມີ ພືດຕິກັມ ແບບວ່າມັນຢາກໄດ້ ມັນກໍເອົາເລີຍ ສ່ວນຫຼາຍຈະແມ່ນຣົດ ແວບຮ້ອຍເອົາງ່າຍ ມັນໄດ້ມາ ປຸ໊ບນີ້ ມັນຈະໄປຂາຍຕໍ່ ຫລື ໄປສົ່ງເຄື່ອຂ່າຍ".
ທ່ານກ່າວຕື່ມວ່າ ຂະບວນການລັກຣົດຈັກ ແບ່ງເປັນ ສອງກຸ່ມ ດັ່ງກຸ່ມ ທີ່ລັກຣົດ ຣາຄາສູງ ສ່ວນໃຫຍ່ ຈະເປັນຄົນລາວ ກຸ່ມນີ້ ເຮັດວຽກ ເປັນເຄືອຂ່າຍ ຢ່າງນ້ອຍ ສາມຄົນ ຂຶ້ນໄປ ທັງກາງເວັນ ແລະກາງຄືນ ຂະເຈົ້າ ຈະຊ່ອຍກັນ ຍົກຣົດຈັກ ຂຶ້ນຣົດ ກະບະຂະເຈົ້າ ຈາກນັ້ນ ກໍປ່ຽນປ້າຍ ທະບຽນ ແລະ ຜົ່ນສີໃຫມ່ ແລ້ວເອົາໄປ ຂາຍຕໍ່ເປັນຄັນ ບາງເທື່ອ ກໍມ້າງອອກຂາຍ ເປັນເຄື່ອງອາໄລ່.
ກຸ່ມທີສອງ ແມ່ນຄົນງານ ວຽດນາມ ກຸ່ມນີ້ສ່ວນໃຫຍ່ ຈະລັກເອົາຣົດ ຣາຄາຖືກ ແລະ ລັກງ່າຍ ເປັນຕົ້ນ ຣົດຮອນດາ.
"ຄັນເດືອນນື່ງ ກໍສະເຣັ່ຽປະມານ 10-20 ຄັນ ແຕ່ເປີເຊັນ ທີ່ໄດ້ຄືນຫັ້ນ ມີແຕ່ 20 ຫາ 30 ເປີເຊັນ".
ທ່ານວ່າ ຣົດຈັກ ທີ່ຖືກລັກ ຫລາຍກວ່າຫມູ່ ແມ່ນຣົດ ຮອນດາເວບ ຄາດວ່າ ປະມານ ເດືອນລະ 10-20 ຄັນ ແຕ່ຣົດຈັກ ຍີ່ຫໍ້ອື່ນໆນັ້ນ ກໍຖືກລັກ ຫລາຍເຫມືອນກັນ ເພາະມັນ ລັກງ່າຍ ແລະ ຍາກທີ່ ເຈົ້າຫນ້າທີ່ ຈະສືບສວນ ໄດ້ຍ້ອນປ່ຽນປ້າຍ ແລະ ຜົ່ນສີໃຫມ່.