ການຊື້ຈ້າງຮັບສິນບົນ ຢູ່ລາວ
2017.11.08
ການຊື້ຈ້າງຫລືໃຫ້ເງິນສິນບົນ ເພື່ອເຂົ້າເຮັດວຽກ ເປັນຣັຖກອນ ຢູ່ສຳນັກງານ ອົງການຕ່າງໆ ຍັງເປັນບັນຫາທີ່ຍາກ ຈະແກ້ໄຂໄດ້ຍ້ອນວ່າ ມັນເປັນ ບັນຫາ ຊໍ້າເຮື້ອ ມາດົນແລ້ວ ຕາມຫາງສຽງ ຂອງສັງຄົມລາວ, ສຳລັບນັກສຶກສາ ທີ່ຈົບໃໝ່ ຖ້າບໍ່ມີເສັ້ນສາຍ ຫລືບໍ່ມີເງິນ ຊື້ຈ້າງ ກໍບໍ່ໄດ້ເຂົ້າ ເຮັດວຽກນຳຣັດ ເຖິງວ່າຈະມີຄວາມຮູ້ ຄວາມສາມາດກໍ່ຕາມ. ດັ່ງຄໍາເວົ້າ ຂອງນັກສຶກສາ ຈົບໃໝ່ ທີ່ສອບເສັງ ເຂົ້າເຮັດວຽກນໍາ ຫ້ອງການ ການຄ້າຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີວ່າງຫລັງໆມານີ້ວ່າ:
"ຄືນ້ອງນີ້ຕອນຊິເສັງ ກະໄດ້ເສັຽເງິນ ຈຶ່ງມີຣາຍຊື່ເຂົ້າເສັງ ບາດເວລາເສັງແລ້ວ ຄັນຢາກເຂົ້າເຮັດວຽກ ກະຕ້ອງໄດ້ຈ່າຍເງິນອີກ ເຂົາວ່າຊິ ເອົານໍາ 1 ແສນບາດ ແຕ່ວ່າແສນບາດ ນີ້ແມ່ນເຂົ້າເປັນ ພະນັກງານອາສາ ບໍ່ທັນໄດ້ເປັນ ຣັຖກອນສົມບູນເທື່ອ ຄັນຊິເຂົ້າເປັນຣັຖກອນ ຮ້ອຍເປີເຊັນ ກໍ່ຈະຕ້ອງໄດ້ເສັຽຕື່ມອີກ”.
ພ້ອມດຽວກັນນີ້ ນັກສຶກສາທີ່ຈົບໃໝ່ອີກຜູ້ນຶ່ງ ທີ່ສອບເສັງເຂົ້າເຮັດວຽກນໍາ ທະນາຄານກໍເວົ້າວ່າ ຖ້າຢາກເຮັດວຽກນຳ ທະນາຄານຣັດ ຕ້ອງໄດ້ເສັຽຄ່າຈ້າງ ເຂົ້າຫລາຍ ບໍ່ດັ່ງນັ້ນ ກໍຈະບໍ່ໄດ້ເຂົ້າ:
"ບາງຄົນທີ່ເຂົາເຈົ້າມາເສັງນໍາກັນໃສ່ເງິນ 50 ລ້ານ ຍັງບໍ່ມີຮອດຊື່ ຖ້າຈະເຂົ້າເຮັດຢູ່ ທະນາຄານຢ່າງຕໍ່າກໍ່ຕ້ອງແມ່ນ 100 ລ້ານ ຂຶ້ນໄປ ຈຶ່ງຈະໄດ້ເຮັດ ສະເພາະທະນາຄານ ແມ່ນຄຸ້ມຢູ່ ຄັນໃສ່ເງິນ ລະດັບນີ້ ປີນຶ່ງເຮົາກະສາມາດ ໄດ້ຄືນແລ້ວເດ ມີແຕ່ທະນາຄານ ນີ້ແຫລະ ໄດ້ໃສ່ເງິນ ຫລາຍກວ່າໝູ່”.
ແຕ່ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ ຍາກທີ່ຈະແກ້ໄຂໄດ້ ເຖິງແມ່ນວ່າຈະມີການ ປາບປາມການທຸຈຣິດ ປານໃດກໍ່ຕາມ ຍ້ອນວ່າ ເຈົ້າຫນ້າທີ່ກ່ຽວຂ້ອງ ຍັງບໍ່ທັນເປັນເຈົ້າການ ໃນການປາບປາມ ການສໍ້ຣາສບັງຫລວງ ເຖິງແມ່ນວ່າ ມີລະບຽບກົດໝາຍ ປາບປາມ ອອກມາແລ້ວກໍຕາມ.
ທີ່ຜ່ານມາ ເຈົ້າຫນ້າທີ່ກະຊວງສຶກສາທິການ ຍອມຮັບຮູ້ວ່າ ການພັທນາການສຶກສາ ຂອງລາວ ໃນປັດຈຸບັນ, ເຖິງແມ່ນວ່າ ຈະສາມາດ ຂະຫຍາຍ ໄປຮອດເຂດຊົນບົດ ໄດ້ຢ່າງຕໍ່ເນື່ອງ ກໍຕາມ, ແຕ່ ການພັທນາການສຶກສາ ໃນລາວ ຍັງປະສົບ ກັບບັນຫາຄຸນນະພາບ ທັງປະສົບກັບບັນຫາ ຫຍໍ້ທໍ້ໃນດ້ານຕ່າງໆ ອີກຫລາຍ ບັນຫາ ນຶ່ງໃນນັ້ນ ແມ່ນການຊື້ຈ້າງຈອບອອຍ ຂອງເຈົ້າຫນ້າທີ່ຣັດ,
ບັນຫາ ທີ່ກ່າວມານີ້ ທ່ານວ່າ ເປັນບັນຫາ ທີ່ເຈົ້າໜ້າທີ່ຂະແໜງການສຶກສາ ໃນແຕ່ລະໂຮງຮຽນ ຫລືສະຖາບັນ ຕ້ອງໄດ້ຊ່ວຍກັນ ແກ້ໄຂ ເພື່ອເຮັດໃຫ້ ລະບົບການສຶກສາ ຂອງລາວ ເຂົ້າລະບຽບ ວິໃນ ແລະ ມີຄຸນນະພາບ.
ຈາກການສໍາຣວດ ໃນທາງລັບໃນລະຍະ 5 ປີ ຜ່ານມານີ້ ພົບວ່າການຮັບສິນບົນ ຈາກນັກຮຽນນັກສຶກສາ ທີ່ສອບເສັງ ເຂົ້າມະຫາວິທຍາໄລ ຫລື ໂຮງຮຽນ ວິຊາຊີບອື່ນໆ ໄດ້ກາຍເປັນບັນຫາ ທີ່ຮຸນແຮງ ຂື້ນເລື້ອຍໆ.
ຊາວນະຄອນນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ການໃຫ້ສີນບົນ ຫລືການຂໍຮ້ອງສີນບົນ ເຈົ້າຫນ້າທີ່ຣັດ ນັ້ນມີມາ ແຕ່ດົນແລ້ວ ເຖີງແມ່ນວ່າ ປະຊາຊົນ ບໍ່ພໍໃຈກໍຕາມ ຕ້ອງໄດ້ຍອມໃຫ້ ເພື່ອຄວາມ ສະດວກຂອງຕົນ, ດັ່ງທ່ານໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນຕອນນື່ງວ່າ: ສຽງ---
ນັກສຶກສາມະຫາວິທຍາລັຍ ແຫ່ງຊາດ ທ່ານນຶ່ງເວົ້າວ່າ ອາຈານບາງຄົນ ຮັບສິນບົນ ເປັນທີ່ຍອມຮັບບໍ່ໄດ້ ດັ່ງຕົວຢ່າງ ຖ້ານັກຮຽນທຸກຍາກ ຮຽນເກັ່ງຮຽນດີ ເມື່ອເສັງອອກມາແລ້ວ ໄດ້ຄະແນນບໍ່ດີ ຍ້ອນບໍ່ມີເງິນຈ້າງນາຍຄຣູ ຜູ້ຕ້ອງການສິນບົນ ແລະໃນຫລາຍກໍຣະນີ.
ບັນຫາການຊື້ຈ້າງຈອບອອຍ ຫລືຊື້ທີ່ນັ່ງໃນໂຮງຮຽນ ໃນລາວ ມີມາແຕ່ດົນແລ້ວ ບໍ່ວ່າຈະເປັນ ໂຮງຮຽນມັທຍົມຊື່ດັງ ຫລືໂຮງຮຽນຕ່າງໆ ໃນລາວ ຮວມໄປຮອດ ມະຫາວິທຍາລັຍແຫ່ງຊາດ, ແພດສາດ ຫລືສະຖາບັນ ທີ່ມີຊື່ສຽງອື່ນໆ ກໍມີການຊື້ເຂົ້າ ກັນທັງນັ້ນ ແຕ່ບໍ່ແມ່ນ ຫມົດທຸກຄົນ.
ຜູ້ທີ່ເຫັນເຫດການເວົ້າວ່າ ໃນແຕ່ລະປີ ຈະມີການສອບເສັງ ເອົານັກຮຽນໃຫມ່ເຂົ້າຮຽນ ຕາມສະຖາບັນ ແລະໂຮງຮຽນຂັ້ນສູງໃນລາວ ໃນຈຳນວນ ໂກຕາ ທີ່ກຳນົດໃວ້. ແຕ່ນັກຮຽນຜູ້ທີ່ເສັງ ຜ່ານນັ້ນ ຖ້າຄະແນນສູງເກີນ ຄາດຫມາຍ ຈື່ງຈະໄດ້ເຂົ້າ ແຕ່ຖ້າຄະແນນແບບ ເຄີ່ງໆກາງໆ ຫລືຕ່ຳ ແຕ່ວ່າຜ່ານນັ້ນ ອາດຈະບໍ່ໄດ້ເຂົ້າ ເພາະຂະເຈົ້າ ຈະເອົາລູກຫລານ ຂອງຜູ້ມີເງີນ ຫລືຜູ້ມີອຳນາດ ເສັ້ນສາຍ ທາງດ້ານການເມືອງເຂົ້າແທນ.
ທ່ານວ່າໃນແຕ່ລະປີ ຈະມີເດັກນັກຮຽນຝາກ ເດັກນັກຮຽນຈ້າງເຂົ້າ ຫລືນັກຮຽນຜູ້ທີ່ມີເສັ້ນສາຍ ອຳນາດທາງດ້ານການເມືອງ ມາເຂົ້າ ໂຮງຮຽນ ຫລືສະຖາບັນທີ່ມີຊື່ສຽງໃນລາວ ໂດຍບໍ່ໄດ້ຜ່ານ ການສອບເສັງ ຫລືເສັງບໍ່ຜ່ານ, ກຸ່ມນັກຮຽນກຸ່ມນີ້ ສ່ວນໃຫຍ່ຈະບໍ່ຕັ້ງໃຈຮຽນ ມີແຕ່ວ່າໄດ້ຜ່ານ ພໍແຕ່ໄດ້ໃບປະກາດສະນີຍະບັດເທົ່ານັ້ນ ຫລືບໍ່ກໍຊື້ເອົາ ໃບປະກາດ.
ຄ່າຈ້າງເຂົ້າໂຮງຮຽນຂຶ້ນຢູ່ກັບວ່າ ຈະເຂົ້າຮຽນບ່ອນໃດ ຜແນກໃດ ຣາຄາຈະແຕກຕ່າງກັນ ບາງສະຖາບັນ ຈະຕົກຢູ່ຣະວ່າງ 3-5 ແສນບາດຕໍ່ຕັ່ງ ແລະບາງສະຖາບັນ ຈະຫລາຍກວ່ານັ້ນ. ນັກຮຽນ ປາຍແຖວ ຜູ້ທີ່ເສັງບໍ່ຜ່ານ ສ່ວນໃຫຍ່ ຈະຈ້າງເຂົ້າ ຫລືເປັນເດັກຝາກ ຖ້າລູກຫລານ ຜູ້ມີອຳນາດ ທາງດ້ານການເມືອງ ຈະບໍ່ເສັຽເງິນເລີຍ. ດັ່ງນັກຮຽນແພດ ຜູ້ທີ່ບໍ່ປະສົງອອກຊື່ ນາງນຶ່ງເວົ້າວ່າ:
"ໃຫ້ສິນບົນເຂົ້າໂຮງຮຽນ ເຂົ້າເຮັດການ ສຳລັບໂຮງຮຽນນັ້ນຜູ້ລະປະມານ 8 ມື່ນຫາ 1 ແສນບາດ ຖ້າເຂົ້າເຮັດວຽກປະມານ 2-3 ແສນບາດ ມະຫາວິທຍາລັຍ ແຫ່ງຊາດກໍຄືກັນ"
ນອກຈາກສະຖາບັນໃຫຍ່ໆແລ້ວ ກໍຍັງມີສະຖາບັນເລັກໆນ້ອຍໆອື່ນໆ ອີກທີ່ຈ້າງເຂົ້າ ດັ່ງສະຖາບັນກົດຫມາຍ ແລະການປົກຄອງ, ສະຖາບັນການເງິນ ການທະນາຄານ ໂຮງຮຽນສາຍອາຊີບ ໂຍທາທິການ ພາສີ ຫລືໄຟຟ້າ ແລະໂຮງຮຽນທີ່ດີນ ເພາະສະຖາບັນດັ່ງກ່າວ ສາມາດສ້າງລາຍໄດ້ ຫລັງຈາກຈົບການຮຽນອອກມາ ຈາກການສໍ້ຣາສບັງຫລວງ. ຜູ້ທີ່ເສັງໄດ້ຄະແນນ ຣະຫວ່າງ ທີນື່ງ ຫາທີສາມ ຈະໄດ້ເຂົ້າ ຫລຸດລົງໄປແມ່ນ ອາດຖືກປ່ຽນຊື່.
ການສອບເສັງເອົາທຶນໄປຮຽນຕ່າງປະເທດ ກໍເຫມືອນກັນ ສ່ວນໃຫຍ່ຈະໄດ້ແຕ່ລູກຫລານ ຜູ້ມີເສັ້ນມີສາຍ ທາງດ້ານການເມືອງ ແລະລູກຜູ້ຮັ່ງມີ ທັງຫລາຍ ສຳລັບລູກຜູ້ທຸກຍາກ ແລ້ວ ຖ້າເສັງບໍ່ໄດ້ ຄະແນນດີແທ້ໆນັ້ນ ອາດຈະບໍ່ມີຊື່ ແຕ່ບາງປະເທດ ຜູ້ໃຫ້ທຶນເຂົາມີຄົນເຂົາເອງ ມາເສັງເອົານັ້ນໄຄແດ່ ຈະມີຄວາມຍຸຕິທັມ ແດ່ເລັກນ້ອຍ ແຕ່ເຖິງປານນັ້ນ ກໍຍັງມີການໃຫ້ ສິນບົນກັນຢູ່ ສ່ວນໃຫຍ່ ຈະແມ່ນພະນັກງານຣັຖ ຜູ້ທີ່ມີຫນ້າທີ່ ຮັບຜິດຊອບ ທີ່ເປັນຄົນລາວ ຈະຮຽກເງິນສິນບົນ. ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງເວົ້າວ່າ:
"ເພີ່ນເຮັດເອົາເງິນລົງທະບຽນ ບັນຫາແບບນີ້ມີຫລາຍຄົນ ທີ່ຈົບວິຊາສະເພາະໄປເສັງ ທຸກບ່ອນ ທຸກແຂວງ ຫາງສຽງຂອງສັງຄົມ ເວົ້າວ່າບໍ່ຮັດກຸມ ບໍ່ເປັນຮະບຽບເສັງແບບ ກາຍກັນຫັ້ນນ່າ".
ນອກຈາກການເຂົ້າໂຮງຮຽນແລ້ວ ທີ່ຖືກຈ້າງ ຍັງແມ່ນການຫາວຽກເຮັດງານທຳ ຫລັງຈາກຈົບການສຶກສາອີກ ກໍຖືກຈ້າງເຂົ້າ ເຫມືອນກັນ ດັ່ງຕົວຢ່າງ ຖ້າຢາກເປັນ ພະນັກງານທະນາຄານ ພາສີ ໄຟຟ້າ ນ້ຳປະປາ ຕາດີນ ຫລືພແນກທີ່ສຳຄັນ ທີ່ຈະມີລາຍໄດ້ສູງ ຕ້ອງໄດຈ້າງເຂົ້າ ນັກສຶກສາ ທະນາຄານ ນາງນື່ງເວົ້າວ່າ ນາງໄດ້ຈ້າງເຂົ້າ ເປັນພະນັກງານບັນຊີ ໃນທະນາຄານຣັຖ ແຫ່ງນື່ງ ເຖິງ 2-3 ແສນບາດ ແຕ່ໄດ້ປະຈຳຢູ່ສາຂາ ຕ່າງແຂວງ ແຕ່ຖ້າຢາກ ຢູ່ໃນເມືອງໃຫຍ່ໆ ດັ່ງ ນະຄອນຫລວງວຽງຈັນ ແລ້ວ ຕ້ອງຈ້າງເຂົ້າຫລາຍກວ່ານັ້ນ ຣະຫວ່າງ 5 ແສນ ຫາ ນຶ່ງລ້ານບາດ.
ນັກວິຊາການລາວ ທ່ານນຶ່ງເວົ້າວ່າ ການຮັບສິນບົນ ໃນສະຖາບບັນການສຶກສາໃນລາວ ເປັນໂຣຄຊຳເຮື້ອ ມາດົນນານແລ້ວ ທາງການລາວ ກໍບໍ່ສາມາດປາບປາມໄດ້ ຍ້ອນວ່າຕົນແລະສມັກ ພັກພວກ ຮ່ວມກັນກະທຳ ບໍ່ຮູ້ວ່າຈະປາບປາມໃຜ.
ຜົລສະທ້ອນກໍແມ່ນວ່າ ຄຸນນະພາບການສຶກສາໃນລາວຕົກຕ່ຳ ເດັກນ້ອຍນັກຮຽນ ຜູ້ທີ່ສລາດ ບໍ່ສາມາດເຂົ້າຮຽນ ເພາະບໍ່ມີເງິນຈ້າງເຂົ້າ ແລະກໍເປັນການສູນເສັຽ ຊັພຍາກອນມະນຸດ ທີ່ມີ ຄຸນນະພາບ ໃນການພັທນາ ປະເທດຊາດ ຈື່ງເຮັດໃຫ້ປະເທດລາວ ບໍ່ຈະເຣີນຮຸ່ງເຮືອງ ດັ່ງປະເທດອື່ນເຂົາ.