ໄມ້ເຖື່ອນສົ່ງອອກ ນອກປະເທດຍັງມີຢູ່

ຂະບວນຣົດຂົນສົ່ງໄມ້ໄປ ວຽດນາມ ຕາມຖະໜົນເລຂ 9 ມຸ້ງໜ້າໄປຫາ ເຂດຊາຍແດນ ລາວບາວ ອີກປະມານ 100 ກິໂລແມັດ (ຮູປຖ່າຍໂດຍ ພົລເມືອງດີ ເມື່ອ 6 ເດືອນກ່ອນ)
ຂະບວນຣົດຂົນສົ່ງໄມ້ໄປ ວຽດນາມ ຕາມຖະໜົນເລຂ 9 ມຸ້ງໜ້າໄປຫາ ເຂດຊາຍແດນ ລາວບາວ ອີກປະມານ 100 ກິໂລແມັດ (ຮູປຖ່າຍໂດຍ ພົລເມືອງດີ ເມື່ອ 6 ເດືອນກ່ອນ) (Citizen Journalist)

0:00 / 0:00

ການລັກລອບ ສົ່ງໄມ້ທ່ອນ ອອກນອກປະເທດ ໂດຍສະເພາະ ໄມ້ຂະຍູງ ຍັງແຜ່ລາມ ຫຼາຍຢູ່ ໃນບາງແຂວງໃນລາວ ໃນທຸກມື້ນີ້ ເປັນຕົ້ນ ວ່າງລ້າສຸດ ທີ່ແຂວງຊຽງຂວາງ. ເຈົ້າຫນ້າທີ່ ດ່ານສາກົນ ນ້ຳກັ່ນ ເມືອງຫນອງແຮດ ແຂວງຊຽງຂວາງ ໄດ້ກວດພົບເຫັນ ໄມ້ຂະຍູງ ຈຳນວນ 1 ພັນ ປາຍທ່ອນ ນ້ຳຫນັກ 9 ພັນກິໂລ ຫຼືປະມານ ເກືອບຮອດ 4 ພັນ ແມັດກ້ອນ ຊຸກເຊື່ອງ ໄວ້ໃນລົດ ຂົນຫມາກສາລີແຫ້ງ ເພື່ອຂ້າມໄປ ປະເທດວຽດນາມ. ເຈົ້າຫນ້າທີ່ ດ່ານສາກົນ ນ້ຳກັ່ນ ເວົ້າວ່າ ອາດຈະຫຼາຍກວ່ານີ້ ໃນແຂວງ ຊຽງຂວາງ ດັ່ງທ່ານກ່າວວ່າ:

"ໂຕນີ້ ມັນຊຸກເຊື່ອງມາ ໃສ່ນຳສາລີມາ ເຈົ້າຫນ້າທີ່ພວກເຮົາ ສາມາດຈັບໄດ້ ລົດກະຍັງຢູ່ນີ້ ລໍຖ້າຂັ້ນເທີງ ວິທີການແກ້ໄຂ ກະຍັງກັກຢູ່ນີ້ ຄົນວຽດນາມ ປ້າຍຣົດ ກະຣົດວຽດນາມ ເອກສານຫນັງສື ກໍຍັງຢູ່ກັບ ໄທເຮົາເນາະ ແຕ່ວ່າ ມັນວ່າຊີ່ໄປກິນເຂົ້າ ແລ້ວໄປເລີຍຫະ ຣົດນີ້ ກັກໄວ້ແຕ່ ວັນທີ 29 ເດືອນສີ່ ຕິເບາະ".

ຣົດຄັນດັ່ງກ່າວ ໄດ້ແຈ້ງອອກ ດ່ານນ້ຳກັ່ນ ໃນມື້ຶ້ວັນທີ 29 ເມສາ ເຮັດໃຫ້ເຈົ້າຫນ້າທີ່ ສົງສັຍຍ້ອນວ່າ ຕາມເອກສານ ຣົດຄັນນີ້ ເຂົ້າມາລາວ ຜ່ານດ່ານ ລະໄລ ແຂວງ ສາຣະວັນ ແລ້ວເປັນຫຍັງ ຈື່ງມາອອກຢູ່ດ່ານ ນ້ຳກັ່ນ ທີ່ຊຽງຂວາງ ຈຶ່ງຂໍໃຫ້ຄົນຂັບຣົດ ຊາວວຽດນາມ ເປີດຕູ້ຄອນແທນເນີ ເພື່ອກວດກາ ແຕ່ ຄົນຂັບຣົດ ບໍ່ຍອມເປີດ ແລ້ວໂຕນຫນີໄປ ເຈົ້າຫນ້າທີ່ດ່ານ ກໍໄດ້ຍຶດໄມ້ ທັງຫມົດ ນັ້ນໄວ້ ເພື່ອ ການສືບສວນ.

"ດຽວນີ້ພວກເຮົາ ກໍໄດ້ຕາມສາຍຕັ້ງ ໂຄງລ່າງກໍໄດ້ລາຍງານ ໄປຍັງສາຍຕັ້ງລະ ຖືວ່າຣົດນິ ຊິອອກ ທາງດ່ານເຮົາ ຫາກະມາທາງດ່ານເຮົາ ເທື່ອທຳອິດ ລະເຮົາກະໄດ້ເຮັດ ຕາມລະບຽບການ ໃນເບື້ອງຕົ້ນ ຂະເຈົ້າກໍມາ ແຈ້ງເອກສານ ແຈ້ງເອກສານຣົດ ຊິອອກໄປຫັ້ນນາ ພາຍຫຼັງ ເມື່ອເຮົາກວດແລ້ວ ມີພິລຸດ ແລ້ວເຮົາກໍພ້ອມກັນ ຈະກວດກາ ບາດນັ້ນແລ້ວ ເຈົ້າຂອງຣົດ ກໍໄດ້ໂຕນຫນີເລີຍ".

ການລັກສົ່ງໄມ້ເຖື່ອນ ອອກຈາກລາວ ໃນທຸກມື້ນີ້ ຍັງເກີດຂຶ້ນເລື້ອຍໆ ຢູ່ໃນບາງແຂວງ ເປັນຕົ້ນ ວ່າງຫຼັງໆມານີ້ ກໍໄດ້ຍຶດຣົດຂົນໄມ້ທ່ອນ ທີ່ແຂວງອັດຕະປື ຈຳນວນ 27 ຄັນ ແລະແຂວງອື່ນໆ ຫຼາຍແຂວງກໍຍັງມີ ການຝ່າຝຶນ ຄຳສັ່ງຂອງທາງການຢູ່.