ໄຟໄໝ້ສູນການຄ້າໂລກ ຢູ່ ວຽງຈັນ
2017.12.04

ເຫດການໄຟໄຫມ້ ອາຄານສູນ World Trade Center ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 3 ທັນວາ ຖ້າມກາງຄວາມແຕກຕື່ນ ຂອງ ປະຊາຊົນ ຢ່າງຫລວງຫລາຍ ແຕ່ຍັງບໍ່ມີຣາຍງາຍ ກ່ຽວກັບສາເຫດ ແລະຜູ້ໄດ້ຮັບບາດເຈັບ ຫຼື ເສັຽຊີວິດຍ້ອນເທື່ອ ເຈົ້າຫນ້າທີ່ກ່ຽວຂ້ອງ ກຳລັງສືບສວນກ່ຽວກັບ ເຣື້ອງນີ້ຢູ່ໃນເວລານີ້.
ຣາຍງານຕາມສື່ສັງຄົມອອນລາຍ ຣະບຸວ່າໃນເວລາ 16 ໂມງແລງ ຂອງວັນທີ 3 ທັນວາ 2017 ໄດ້ເກີດເຫດໄຟໄຫມ້ ຢູ່ຊັ້ນທຳອິດ ຂອງ ຕຶກສູນການຄ້າ World Trade Center ທີ່ກຳລັງກໍ່ສ້າງ,ແລ້ວກໍລາມໄປສູ່ຊັ້ນເທິງ, ເຈົ້າຫນ້າທີ່ລາວໄດ້ເຕືອນຜູ້ຂັບຂີ່ ຍວດຍານພາຫານະ ໃຫ້ຫຼີກລ້ຽງການໃຊ້ຖນົນ ໃນເຂດອ້ອມແອ້ມເພື່ອຫລີກທາງ ໃຫ້ຫນ່ວຍດັບໄຟ ເຂົ້າໄປມອດໄຟ ເພື່ອສະກັດກັ້ນບໍ່ໃຫ້ລາມໄປຫຼາຍກວ່ານັ້ນ ແລະກໍສາມາດ ສະກັດກັ້ນໃວ້ໄດ້ ໃນເວລາ ບໍ່ພໍເທົ່າໃດ ຊົ່ວໂມງຕໍ່ມາ.
ອາຄານ World Trade Center ທີ່ຖືກໄຟໄຫມ້ນີ້ ຕັ້ງຢູ່ໃກ້ກັບ ຫໍການຄ້າ Vientiane Center ຊຶ່ງເປັນຫ້າງສັພສິນຄ້າຂນາດໃຫຍ່ ໃນ ລາວ ໃນປັດຈຸບັນ. World Trade Center ເປັນໂຄງການກໍ່ສ້າງ ອາສັງຫາຮິມມະຊັບ ຂນາດໃຫຍ່ໃນລາວ, ໃນປີ 2011 ຣັຖບານລາວ ໄດ້ລົງນາມກັບບໍຣີສັດ LAO INTERNATIONAL DEVELOPMENT ຊຶ່ງເປັນບໍຣິສັດຮ່ວມຫຸ້ນ ຈາກຫຼາຍປະເທດ ທີ່ມີນັກລົງທຶນຈາກ ຈີນ ເປັນຜູ້ນຳ ມີແຜນການຈະສ້າງ ອາຄານການຄ້າ ທີ່ທັນສມັຍຂນາດໃຫຍ່ ໃນນັ້ນຮ່ວມດ້ວຍ ຕຶກ WORLD TRADE CENTER ນີ້ ແລະອີກຫລາຍອາຄານ ໃນບໍຣິເວັນດຽວກັນ ເພື່ອໃຫ້ເປັນສູນການຄ້າ ຂນາດໃຫຍ່ ທີ່ທັນສມັຍໃນລາວ.