ຝ່າຍການເງິນ 13 ຄົນຖືກ ຂໍ້ຫາ ສໍ້ໂກງ


2018.08.02
F-Railroad ການກໍ່ສ້າງ ເສັ້ນທາງຣົດໄຟ ລາວ-ຈີນ ໃນນະຄອນຫຼວງວຽງຈັນ
RFA/LX

ເຈົ້າຫນ້າທີ່ກວດກາ ການສໍ້ຣາສບັງຫລວງ ສປປລາວ ໄດ້ກວດພົບເຫັນການນຳເຂົ້ານ້ຳມັນ ແບບຜິດກົດໝາຍ ຫຼືເກີນໂຄຕາທີ່ທາງການ ກຳນົດໃຫ້ ໃນໂຄງການສ້າງເສັ້ນທາງຣົດໄຟ ລາວ-ຈີນ ປະມານ 8 ລ້ານກວ່າລິດ ໃນສາງເກັບນ້ຳມັນຫລາຍແຫ່ງ ເປັນຕົ້ນທີ່ແຂວງ ສວັນນະເຂດ ບໍ່ແກ້ວ ຫລວງນ້ຳທາ ແລະບ່ອນອື່ນໆ ພ້ອມທັງຣົດຍົນ ຮ້ອຍກວ່າຄັນ ອຸປກອນການກໍ່ສ້າງເສັ້ນທາງຣົດໄຟ ອີກ 1 ພັນ ຊຸດ.

ນອກຈາກນັ້ນ ເຈົ້າຫນ້າທີ່ຂແນງອື່ນ ຍັງກວດພົບເຫັນການປອມແປງເອກສານເກັບເງິນແລ້ວ  ບໍ່ມອບໃຫ້ຣັດຄົບຈຳນວນ ມີການສົມຮູ້ ຮ່ວມຄິດ ກັບຜູ້ປະກອບການ ບັນຫາການຈ່າຍເງິນລ່ວງຫນ້າ, ຣະບົບການຄັງບໍ່ຖືກຕ້ອງ ແລະຈ່າຍເງິນນອກແຜນການ ໃນຫລາຍກໍຣະນີ ແລະຫລາຍໂຄງການ ທີ່ເຮັດໃຫ້ລາຍຮັບ ຂອງຂອງຣັຖບານຮົ່ວໄຫລ ຈຳນວນກວ່າ 11 ຕື້ກີບ ໂດຍມີພນັກງານຂແນງການເງິນ 13 ຄົນ ມີສ່ວນພົວພັນ ແລະຖືກສອບສວນ ໃນກໍຣະນີ ດັ່ງກ່າວມານີ້.

ທາງການລາວເຂັ້ມງວດໃນການກວດກາ ການສໍ້ຣາສບັງຫລວງ ຂອງເຈົ້າຫນ້າທີ່ຣັດ ທຸກຂແນງການໃນທົ່ວປະເທດ ຫລັງຈາກພົບວ່າ ງົບປະມານ ຂອງຊາດຮົ່ວໄຫລ ຫລາຍລ້ານໂດລາ ໃນແຕ່ລະປີ. ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ໄດ້ອອກຄຳສັ່ງ ໃຫ້ເພີ້ມມາຕການ ໃນການກວດດັ່ງກ່າວ ຍ້ອນເຫັນວ່າ ການສໍ້ຣາສບັງຫລວງ ເປັນອຸປສັກຕໍ່ການພັທນາປະເທດຊາດ.

ກ່ຽວກັບກໍຣະນີ ເຈົ້າຫນ້າທີ່ກວດກາ ການສໍ້ຣາສບັງຫລວງ ໄດ້ກວດພົບເຫັນການນຳເຂົ້າ ນ້ຳມັນ ແບບຜິດກົດຫມາຍ ຫລືເກີນໂຄຕາ ດັ່ງກ່າວນັ້ນ; ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ທ່ານ ຄຳມະນີ ຄຸນນີວົງ ຮອງຣັຖມົນຕຣີ ກະຊວງ ຄົມມະນາຄົມ ແລະຂົນສົ່ງ ສປປລາວ ແລະກໍເປັນຜູ້ຮັບຜິດຊອບ ໃນໂຄງການທາງຣົດໄຟ ລາວ-ຈີນ ແຕ່ ຝ່າຍເລຂາບອກວ່າ ທ່ານບໍ່ສະດວກ ເວົ້າສາຍ ແລະ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ທ່ານ ສີລາ ວຽງແກ້ວ ຮອງຣັຖມົນຕຣີ ກະຊວງການເງີນ ແຕ່ບໍ່ມີໃຜຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.