ປະທານຄິ້ງໂຣມັນ ວ່າ ສະຫະຣັດ ໄຮ້ສາຣະ

ສິດນີ
2018.02.05
f-kingsromans ໃນຕອນເຊົ້າຂອງວັນທີ່ 4 ກຸມພາ 2018 ທ່ານ ຈ້າວ ເຫວີຍ ປະທານບໍຣິສັດ ດອກງິ້ວຄໍາ ໄດ້ອອກຖແລງຂ່າວ ກ່ຽວກັບຂໍ້ກ່າວຫາ ຂອງ ກະຊວງການຄັງ ສະຫະຣັດ
Screen captured tholakhong video

ໃນມື້ວັນທີ 30 ມົກຣາ ຜ່ານມາ ກະຊວງການຄັງ ສະຫະຣັດ ໄດ້ປະກາດຂຶ້ນບັນຊີດຳ ສະຖານທີ່ຫລິ້ນຄາຊີໂນ ຄິ້ງໂຣມັນ ທີ່ແຂວງບໍ່ແກ້ວ ວ່າເປັນບ່ອນຊັກຟອກເງີນ ຄ້າມະນຸດ ຄ້າປະເວນີ ຄ້າສັດປ່າ ແລະອາຊຍາກັມ ປະເພດຕ່າງໆ, ທ່ານ ຈ້າວ ເຫວີຍ ປະທານສະພາ ຜູ້ບໍຣິຫານ ເຂດເສຖກິດພິເສດດັ່ງກ່າວ ທັງເປັນເຈົ້າຂອງບໍຣິສັດ ດອກງິ້ວຄຳ ອອກມາກ່າວຕອບໂຕ້ ໃນຖແລງການວ່າ:

"ທ່ານວ່າ; ໃນນາມນັກລົງທຶນ ສ່ວນຕົວຂ້າພະເຈົ້າ ແລະພະນັກງານທີ່ກ່ຽວຂ້ອງ ລວມທັງບໍຣິສັດ ທີ່ໄດ້ດຳເນີນທຸຣະກິດ ຢູ່ທຸກປະເທດ ແລະຂົງເຂດ ພວກທ່ານ ລ້ວນແຕ່ມີພຶດຕິກັມ ແລະການດຳເນີນທຸຣະກິດ ທິ່ຖືກຕ້ອງ ແລະປົກກະຕິ ໂດຍມີຂແນງການ ຕຸລາການ ກໍຄືຂແນງການກ່ຽວຂ້ອງ ຂອງປະເທດນັ້ນໆ ເປັນຜູ້ກວດກາຕິດຕາມ, ບໍ່ເຄີຍໄດ້ສ້າງຜົລເສັຽຫາຍ ຕໍ່ຜົລປໂຍດຂອງປະເທດໃດ ແລະ ບຸກຄົນໃດ."

ທ່ານກ່າວຕຶ່ມວ່າ; ເຂດເສຖກິດພິເສດສາມຫລ່ຽມຄຳ ແມ່ນເຂດເສຖກິດພິເສດ ທີ່ຣັຖບານລາວ ອະນຸມັດສ້າງຕັ້ງຂື້ນມາ ໂດຍມີຣັຖບານ ສູນກາງ ແລະອົງການປົກຄອງທ້ອງຖິ່ນ ເປັນຜູ້ຄຸ້ມຄອງ ຕິດຕາມແລະກວດກາ ຢ່າງຮອບດ້ານ, ກຸ່ມບໍຣິສັດ ດອກງິ້ວຄຳຈຳກັດ ໃນນາມ ເປັນຜູ້ພັທນາ ໄດ້ດຳເນີນການລົງທຶນພັທນາ ຕາມກຳນົດໄວ້ ໃນຣະບຽບກົດໝາຍ ສັນຍາຢ່າງເຂັ້ມງວດ ແລະ ມີຄວມຮັບຜິດຊອບສຸງ ເປັນໄປບໍ່ໄດ້ ແລະຍັງບໍ່ມີຄວາມຈຳເປັນ ທີ່ຈະຕ້ອງຮັບໂທດ ໃນຄວາມຜິດ ຕາມທີ່ກະຊວງການຄັງ ຂອງສະຫະຣັດ ຕັ້ງຂໍ້ກ່າວຫາ ມາທັງຫມົດນັ້ນ."

ຖແລງການຍັງຣະບຸຕໍ່ໄປວ່າ ຂໍ້ກ່າວຫາຂ້າງເທິງນັ້ນ ແມ່ນການກະຈາຍຂ່າວ ດ້ວຍເຈດຕະນາບໍ່ດີ ທີ່ຮ້າຍແຮງ, ຣັຖບານ ສະຫະຣັດ ດຳເນີນການ ຂວ້າມບາດຝ່າຍດຽວ ຕໍ່ປະເທດອື່ນກໍຄື ຕໍ່ຂົງເຂດອື່ນ ແມ່ນພຶດຕິກັມ ທີ່ບໍ່ມີເຫດຜົລ ແລະໄຮ້ສາຣະ. ແມ່ນມີຈຸດປະສົງອື່ນ ເພື່ອສະແດງພຶດຕິກັມ ການຂຍາຍອຳນາດ ອິດຕິພົນ. ພຶດຕິກັມນີ້ແມ່ນ ກໍ່ໃຫ້ເກີດຄວາມເຂົ້າໃຈຜິດ ອັນໜັກໜ່ວງ ຕໍ່ສາທາຣະນະສັງຄົມ ສາກົນ ອັນກໍໃຫ້ເກີດ ມີຄວາມກັງວົນ ທີ່ບໍ່ຈຳເປັນໃຫ້ແກ່ນັກລົງທຶນ ແລະນັກທ່ອງທ່ຽວ ຈຳນວນຫລາຍ.

ເຂດເສຖກິດພິເສດ ສາມຫລ່ຽມຄຳ ແລະກຸ່ມບໍຣິສັດ ດອກງິ້ວຄຳ ຈຳກັດ ສະແດງຄວາມຄັດຄ້ານ ຢ່າງເດັດຂາດ ຕໍ່ການກະທຳທີ່ບໍ່ມີ ເຫດຜົລແບບນີ້. ກະຊວງການຄັງສະຫະຣັດໄດ້ຂຶ້ນບັນຊີດຳ ເຄືອຂ່າຍ ຄາຊີໂນ ຂອງກຸ່ມບໍຣິສັດ ດອກງິ້ວຄຳໃນລາວວ່າ ເປັນກຸ່ມ ອາຊຍາກອນ ຂ້າມຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.