ອາຫານການກິນຂຶ້ນຣາຄາ

ຈຳປາທອງ
2016.11.09
f-market ຕະຫຼາດສົດ ຢູ່ສປປລາວ
Screen captured from you tube Video

ຣາຄາອາຫານການກິນ ຢູ່ ນະຄອນຫຼວງ ວຽງຈັນ ແພງຂຶ້ນ ເລີ້ມຕັ້ງແຕ່ ເດືອນຕຸລາ ມານີ້ ແລະ ຄາດວ່າ ອາຈແພງຂຶ້ນ ຈົນຮອດ ເດືອນ ທັນວາ ເປັນຕົ້ນ ອາຫານ ທະເລ ແລະ ຜັກ, ເຮັດໃຫ້ ຮ້ານອາຫານ ຈໍາເປັນ ຕ້ອງໄດ້ປັບ ຄ່າອາຫານຂຶ້ນ ນໍາດ້ວຍ ຕາມຄໍາເວົ້າ ຂອງ ເຈົ້າຂອງຮ້ານ ແຫ່ງນຶ່ງ ຢູ່ ນະຄອນຫຼວງ ວຽງຈັນ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 8 ພຶສຈິກາ ວ່າ.

"ຊີ້ນແດ່ ແລ້ວກໍ ອາຫານທະເລ ເຮົາກໍເອົາ ລົງຕລາດເລີຍ ຣາຄາຂຶ້ນຫຼາຍ ຂຶ້ນຫຼາຍເຕີບ ປົກກະຕິ ກຸ້ງອັນໂຕໃຫຍ່ເນາະ ປະມານຕະກີ້ 250 ດຽວນີ້ ຂຶ້ນມາ 300 ແລ້ວ ອັນ ຜັກກໍ່ຂຶ້ນ".

ນາງກ່າວອີກວ່າ ຣາຄາຊີ້ນ ປະເພດຕ່າງໆ ຢູ່ຕາມຕລາດ ສູງຂຶ້ນຫຼາຍ ໃນລະຍະ ບຸນທາດຫຼວງ ແລະ ບຸນປີໃໝ່ສາກົນ ຈະມາເຖິງນີ້ ອັນ ຈະເຮັດໃຫ້ ໄດ້ ປັບຣາຄາ ອາຫານ ໃນຮ້ານ ຂຶ້ນຕື່ມອີກ. ແຕ່ເຖິງຢ່າງໃດ ກໍຄິດວ່າ ຣາຄາ ອາຫານນັ້ນ ຈະຫຼຸດລົງ ຫລັງຈາກ ປີໃໝ່ ສາກົນ ຜ່ານໄປ.

ເມື່ອວັນທີ 25 ຕຸລາ ສະມາຊິກ ສະພາ ແຫ່ງຊາດ ເຂດ 1 ນະຄອນຫຼວງ ວຽງຈັນ ໄດ້ສເນີໃຫ້ ຣັຖບາລ ມີການຄວບຄຸມ ຣາຄາ ສິນຄ້າ ເນື່ອງຈາກວ່າ ຣັຖບາລ ຈະປັບເງິນ ເດືອນ ພະນັກງານ ຣັຖກອນ ຂຶ້ນ 500 ກີບ ຕໍ່ ດັດຊະນີ  ແລະ ສະມາຊິກສະພາ ໄດ້ ຕັ້ງຄໍາຖາມ ວ່າ, ເມື່ອ ຣັຖບາລ ຂຶ້ນເງິນເດືອນ ແລ້ວຈະມີ ການຄວບຄຸມ ຣາຄາ ສິນຄ້າ ແນວໃດ. ກ່ຽວກັບ ເຣຶ່ອງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ໄດ້ ຕອບຄໍາຖາມ ຂອງ ສະມາຊິກ ສະພາ ແຫ່ງຊາດ ເມື່ອອາທິດ ຜ່ານມາວ່າ:

"ສິນຄ້າ ທ້ອງຕລາດ ແພງຂຶ້ນ ໂດຍສະເພາະ ສະບຽງ ອາຫານ ນີ້ ການເພີ່ມ ເງິນເດືອນ 500 ກີບ ຕໍ່ດັຊນີ ບໍ່ມີຄວາມໝາຍຫຍັງ, ບັດນີ້ ເຮົາ ຈະເຮັດຈັ່ງໃດ ບໍ່ໃຫ້ສິນຄ້າ ແລ່ນຂຶ້ນ ບໍ່ໃຫ້ ສວຍໂອກາດ ຂ້າພະເຈົ້າສເນີ ເປັນແນວນີ້ ພາກສ່ວນ ທີ່ກ່ຽວຂ້ອງ ຂແນງການຄ້າ ຕ້ອງ ເປັນເຈົ້າການ ຄວບຄຸມແທ້ໆ ຕ້ອງ ເອົາມາຕການ ຕໍ່ຜູ້ ສວຍໂອກາດ".

ປັດຈຸບັນ ຣາຄາ ສະບຽງອາຫານ ຢູ່ນະຄອນຫຼວງ ວຽງຈັນ ສູງຂຶ້ນຫຼາຍ ເປັນຕົ້ນ ຊີ້ນງົວ ແຕ່ກ່ອນຣາຄາ ກິໂລລະ 65 ພັນກີບ ຂຶ້ນເປັນ 80 ພັນກີບ ແລະ ຊີ້ນໝູ ຈາກ ກິໂລລະ 30 ພັນກີບ ຂຶ້ນເປັນ 40 ພັນກີບ ໃນ ປັດຈຸບັນ ເຮັດໃຫ້ ຄ່າຄອງຊີບ ສູງຂຶ້ນນຳ ໂດຍສະເພາະ ໃນຣະຍະ ງານບຸນ ສໍາຄັນຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.