ນັກຮຽນ ຫຼວງນໍ້າທາ ນິຍົມຮຽນຕໍ່ ຢູ່ຈີນ ຫຼາຍຂຶ້ນ

ໄມຊູລີ
2018.07.05
F-LNT-STUDENTS ນັກຮຽນທີ່ເສັງຈົບຊັ້ນ ມໍ7 ທີ່ແຂວງຫຼວງນໍ້າທາ.
RFA/VD

ເຈົ້າໜ້າທີ່ ຜແນກສຶກສາ ແຂວງຫລວງນໍ້າທາ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນ ທີ່ 2 ກໍຣະກະດາ ນີ້ວ່າ ປີນີ້ ນັກຮຽນ ທີ່ຮຽນຈົບ ມ. 7 ຢູ່ແຂວງຫລວງນໍ້າທາ ເລືອກທີ່ຈະໄປຮຽນ ຕໍ່ວິຊາຊີບ ຢູ່ປະເທດຈີນ ຫຼາຍຂຶ້ນ ກວ່າທຸກໆປີ ຍ້ອນປັດຈັຍ ຫຼາຍຢ່າງ ດັ່ງທ່ານ ໃນຕອນນຶ່ງ ວ່າ:

“ແຕ່ລະປີ ມັນຈະມີທຶນ ທາງຈີນເຂົາໃຫ້ ແລະກະ ນອກຈາກທຶນ ຂອງຈີນ ທີ່ຊ່ວຍແລ້ວ ຍັງມີທຶນ ຂອງຣັຖບານ ອີກຈຳນວນນື່ງ ຜູ້ທີ່ ບໍ່ໄດ້ທຶນ ກໍ່ສາມາດໄປຮຽນໃນທຶນ ຂອງໂຕເອງໄດ້ ສ່ວນຫລາຍ ພວກທີ່ ເຂົາເຈົ້າໄປຮຽນນີ້ ແມ່ນເຂົາ ຈະເລືອກຮຽນ ວິຊາ ທີ່ມັກ ຂອງໃຜມັນ ມັນກະ ມີຫລາຍວິຊາໃຫ້ຮຽນ.”

ທ່ານອະທິບາຍຕື່ມວ່າ ປີນີ້ ມີນັກຮຽນ ທີ່ໄດ້ທຶນໄປຮຽນຕໍ່ ຢູ່ຈີນປະມານ 70 ປາຍທຶນ, ເຊິ່ງໃນນັ້ນ ມີທຶນຈາກ ຣັຖບານຈີນ ຊ່ວຍເຫລືອ 30 ປາຍທຶນ ທີ່ເຫລືອກໍແມ່ນ ທຶນຣັຖບານ. ແຕ່ສໍາລັບປີນີ້ ມີທຶນໄປຮຽນຕໍ່ ທີ່ປະເທດຈີນ 100 ປາຍທຶນ ເປັນທຶນຣັຖບານຈີນ 60 ປາຍທຶນ ນອກນັ້ນ ກໍແມ່ນທຶນ ຈາກຣັຖບານລາວ ແລະ ກໍມີນັກຮຽນ ທີ່ໄປຮຽນດ້ວຍທຶນຕົນເອງນໍາ ອີກຈຳນວນນຶ່ງ.

ຣາຍງານວ່າ ນັກຮຽນ ທີ່ໄດ້ທຶນໄປຮຽນນັ້ນ ແມ່ນຜູ້ທີ່ເສັງໄດ້ຄະແນນດີ ຕາມລຳດັບ ເມື່ອໄປຮຽນ ແລ້ວຈະມີເງິນເດືອນໃຫ້ ແລະ ທີ່ພັກອາສັຍ ໂດຍບໍ່ໄດ້ຈ່າຍຫຍັງໝົດ, ສຳລັບຜູ້ທີ່ ໄປທຶນຕົນເອງ ຈະໄດ້ຈ່າຍຄ່າຫໍພັກ ແລະ ຄ່າຮຽນດ້ວຍຕົນເອງຈົນຈົບ ສະເລັ່ຍແລ້ວ ປະມານ 70 ລ້ານກີບຕໍ່ຄົນ.

ກ່ຽວກັບເຣື້ອງນີ້ ທາງພໍ່ແມ່ນັກຮຽນ ຫຼາຍຄົນກໍຢາກໃຫ້ລູກ ໄປຮຽນຕໍ່ຢູ່ປະເທດຈີນ ຍ້ອນວ່າ ການທີ່ຮຽນຈົບ ຈາກປະເທດຈີນ ແມ່ນມີວຽກ ເຮັດງານທຳຫຼາຍກ່ວາ ຮຽນຢູ່ພາຍໃນປະເທດ ປັດຈຸບັນ ຄວາມຕ້ອງການ ຜູ້ທີ່ມີຄວາມຮູ້ ເປັນຕົ້ນແມ່ນ ພາສາຈີນ ຖ້າເຮັດວຽກ ນຳບໍຣິສັດ ໃດນຶ່ງ ຈະມີເງິນເດືອນສູງກ່ວາ ເຮັດວຽກນຳຣັຖ ດັ່ງ ພໍ່ແມ່ນັກຮຽນຜູ້ນຶ່ງ ໄດ້ກ່າວວ່າ:

“ມັນກະດີຫຼາຍອັນ ເປັນຕົ້ນກະແມ່ນເລື່ອງພາສາ ເພາະວ່າບໍລິສັດ ຂອງຈີນ ກະມີຫລາຍ ຢູ່ບ້ານເຮົາ ເຂົາກະຕ້ອງການ ຄົນທີ່ຮູ້ພາສາຈີນ ເຮັດວຽກນຳເຂົາ.”

ໃນທົ່ວແຂວງຫຼວງນໍ້າທາ ມີນັກຮຽນທີ່ຈົບ ມ. 7 ໃນສົກປີ 2017-2018 ມີເກືອບ 3 ພັນຄົນ ແລະ ການທີ່ຈະເຂົ້າຮຽນຕໍ່ ຂັ້ນມະຫາວິທຍາລັຍ ຕ່າງໆ ມັນກໍບໍ່ແມ່ນເຣື່ອງງ່າຍ ໂດຍອີງຕາມ ສະພາບຄອບຄົວ ຂອງແຕ່ລະຄົນ ວ່າຈະມີຄວາມສາມາດ ສົ່ງລູກຮຽນໄດ້ບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.