ຈົບປຣິນຍາຕຣີບໍ່ມີວຽກເຮັດ
2016.09.26
ນັກສຶກສາລາວ ທີ່ຈົບ ປຣີນຍາຕຣີ ໃນ ປັດຈຸບັນ ມີແນວໂນ້ມ ວ່າ ຈະລົ້ນຕລາດ ແຮງງານ ໂດຍສະເພາະ ໃນສາຂາ ວິຊາ ບໍຣິຫານ ທຸຣະກິຈ ຍ້ອນວ່າມີ ນັກສຶກສາ ຮຽນຈົບຫຼາຍ ໃນວິຊານີ້ ໃນແຕ່ລະ ປີ ແລະ ຣັຖບານລາວ ກໍ ບໍ່ສາມາດ ຕອບສນອງ ໂຄຕາ ຕຳແໜ່ງ ວຽກງານ ໃຫ້ ຂະເຈົ້າໄດ້ ເຮັດໃຫ້ ຂະເຈົ້າ ວ່າງງານ ຫລາຍຂື້ນ. ດັ່ງ ເຈົ້າຫນ້າທີ່ ແຮງງານ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 26 ກັນຍາ ນີ້ວ່າ:
"ບໍ່ຕົວນີ້ນັ້ນ ສ່ວນຫລາຍຈົບ ປຣິນຍາຕຣີ ມັນກໍບໍ່ ຂາດແຄນ ສ່ວນຫລາຍບ້ານເຮົາ ມັນຈົບ ປຣິນຍາຕຣີ ຫຼາຍແລ້ວ ມີຄົນຮຽນ ຫຼາຍແລ້ວ ລົ້ນຕລາດ ຮຽກວ່າ ວ່າງງານ ແມ່ນແລ້ວ ບາງສາຂາ ກໍລົ້ນ ຕລາດ ບາງສາຂາ ຍັງມີຈຳກັດ ຢູ່ ເຊັ່ນວ່າ ພວກປຸງແຕ່ງ ສານ ປຸງແຕ່ງ ວັດຖຸຕ່າງໆ ຕົວນີ້ ມັນຍັງຂາດແຄນ".
ທ່ານວ່າ ສາຂາທີ່ຍັງມີ ວຽກເຮັດງານທຳ ຢູ່ນັ້ນ ກໍແມ່ນ ສາຂາ ການປຸງແຕ່ງ ສານເຄມີ, ວິສວະກັມ ການສຳຣວດ ທາງດ້ານ ເຕັກນິກ ແລະ ວິສວະກັມ ປະເພດອື່ນໆ ທີ່ຍັງບໍ່ມີ ຄົນຮຽນ ຫຼາຍປານໃດ, ສາຂາ ດັ່ງກ່າວ ຍັງບໍ່ພຽງພໍ ກັບ ຄວາມຕ້ອງການ ຂອງຕລາດ ແຮງງານ ໃນລາວ.
ໃນຂນະດຽວກັນ ວິທຍຸເອເຊັຽເສຣີ ກໍໂດ້ ໂທຣະສັບ ໄປຖາມ ບໍຣິສັດ ຊອກຫາວຽກ ໃນລາວ ກ່ຽວກັບ ບັນຫາ ທີ່ວ່າ ນັກສືກສາ ຜູ້ຈົບ ຂັ້ນສູງ ສ່ວນໃຫຍ່ ມັກເລືອກ ວຽກເຮັດ ຫລື ມັກນັ່ງໂຕະ ນັ່ງຕັ່ງ ຫຼາຍກວ່າ ບໍ່ຢາກ ເຮັດວຽກ ໃນພາກສນາມ. ທ່ານ ຕອບວ່າ:
"ແມ່ນແລ້ວຂັ້ນ ນັກສືກສາ ຈະຫາຍາກ ຖ້າເຂົາຈົບ ຢູ່ນີ້ມັນສູງ ແລ້ວເນາະ ສວ່ນຫລາຍແມ່ນ ຂະເຈົ້າ ໄປຮຽນ ວຸດປຣີນຍາຕຣີ ເນີ ປຣີນຍາໂທ ມາສ່ວນຫລາຍ ກໍເຣື້ອງ ບໍຣິຫານ ເຂົາກໍຢາກ ນັ່ງໂຕະນັ່ງຕັ່ງ ແຕ່ໄປເຮັດວຽກ ນັ້ນ ເຂົາບໍ່ຄ່ອຍ ສົນໃຈ".
ໃນປັດຈຸບັນ ຢູ່ ສປປລາວ ມີນັກສຶກສາ ຈົບປຣິນຍາຕຣີ ໃນສາຂາຕ່າງໆ ໃນແຕ່ລະປີ ຫຼາຍພັນຄົນ. ໃນປີ 2016 ສະເພາະແຕ່ ມະຫາ ວິທຍາລັຍ ແຫ່ງຊາດ ມີນັກສືກສາ ຈົບ ປຣິນຍາຕຣີ ກວ່າ 5 ພັນຄົນ ແລະ ມະຫາ ວິທຍາລັຍ ອື່ນໆ ອີກປະມານ 3 ພັນຄົນ ໃນຂນະທີ່ ການສອບເຂົ້າ ເປັນ ພະນັກງານຣັດ ນັ້ນ ສາມາດ ຮັບໄດ້ປີລະ 5 ພັນຄົນ ເທົ່ານັ້ນ.