ການພະນັນທີ່ພາໃຫ້ຊາວໜຸ່ມ ເສັຽຄົນ
2015.03.26
ຊາວ ນະຄອນ ຫລວງ ວຽງຈັນ ພາກັນ ຈົ່ມວ່າ ຮ້ານ ການ ພະນັນ ພາຍໃຕ້ ຊື່ ຫວຍທວາຍ ຜົລ ເຕະບານ ຫລື Soccer Lottery ເຮັດໃຫ້ ລູກຫລານ ຂອງ ພວກຕົນ ເສັຽຜູ້ ເສັຽຄົນ ໂດຍສະເພາະ ກຸ່ມ ນັກຮຽນ ນັກ ສຶກສາ ທີ່ ກໍາລັງ ຕິດ ການ ພະນັນ ຢ່າງ ໜັກ ໜ່ວງ ໃນ ປັຈຈຸບັນ. ຊາວບ້ານ ບໍ່ໂອ ເມືອງ ຫາດຊາຍຟອງ ທ່ານນຶ່ງ ເວົ້າເຖິງ ຄວາມ ທຸກໃຈ ຂອງຕົນ ຕໍ່ RFA ໃນ ວັນທີ 26 ມີນາ 2015 ນີ້ວ່າ ລູກຊາຍ ຂອງ ລາວ ຕິດ ການ ພະນັນ ລົງບານ ຢ່າງໜັກ
"ລູກຊາຍ ເຮົາເຄີຍ ຊື້ຄໍາ ຊື້ຫຍັງ ໃຫ້ໃສ່ ມັນ ກະໄປຈໍາ ເຮົາກະໄປ ໄຖ່ມາ ທິດແລ້ວ ນີ້ ຕີ້ ມັນ ລັກເງິນ ແມ່ມັນ ໄປນະ ເຮົາ ກະບໍ່ຈັກ ຊິວ່າ ຈັ່ງໃດ ໂອ໊ ອຸກໃຈ ນໍາມັນ ຢູ່ນິ. ມັນເປີດ ເສຣີ ແລ້ວ ດຽວນີ້ ນ່າ ມັນບໍ່ມີ ການເຕືອນ ຜູ້ນ້ອຍ ຜູ້ໃຫຍ່ ອາຍຸ 18-19 ມັນ ບໍ່ມີ ການເຕືອນ ຫຍັງເລີຍ. ເດັກນ້ອຍ ຫົວທໍ່ ໝາກແຄ້ງ ກະໄປ ຫລິ້ນລະ".
ທ່ານກ່າວ ຕື່ມວ່າ ຮ້ານ ການ ພະນັນ ຫວຍ ທວາຍ ຜົລ ເຕະບານ ບໍຣິຫານ ຄວບຄຸມ ໂດຍ ກະຊວງ ການເງິນ ນັ້ນ ຂຍາຍ ສາຂາໄປ ເກືອບ ທຸກບ້ານ ແລ້ວ ແລະ ມີການ ເປີດໃຫ້ ຄົນມາ ຫລິ້ນ ຢ່າງ ເປີດແປນ ໂດຍ ບໍ່ຈໍາກັດ ອາຍຸ. ພ້ອມ ດຽວກັນ ນີ້ ທ່ານ ຢາກ ຮຽກຮ້ອງ ໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ລົງມາ ກວດກາ ເບິ່ງ ຄວາມ ເໝາະສົມ ຕື່ມ. ຖ້າປ່ອຍ ໃຫ້ເປັນ ແບບນີ້ ອີກຕໍ່ໄປ ເຍົາວະຊົນ ຈະເສັຽ ອະນາຄົດ:
"ໂອ໋ ກະຢາກ ໃຫ້ເພິ່ນ ມາຈັດ ຣະບຽບ ໃໝ່ ຫັ້ນແຫລະ ເປັນຈັ່ງຊີ້ ມັນກະ ບໍ່ໄດ້ ແຫລະ ກະຄວນ ຊິມີການ ຕິດປ້າຍ ປະກາດ ເບາະ ກະບໍ່ ແມ່ນວ່າ ບໍ່ໃຫ້ ຫລິ້ນເລີຍ ປະເທດໃດ ກະມີ ໃນໂລກ ນີ້ນ່າ ແຕ່ວ່າ ກະຄວນ ຈະ ຄໍານຶງ ເຖິງ ອະນາຄົດ ຂອງຊາດ ແດ່ ແມ້ ເດັກນ້ອຍໆ ເຈົ້າ ກະຊິ ໃຫ້ ຫລິ້ນ ມັນກະ ບໍ່ໄດ້ເດ ເຂົາ ຫາເງິນ ຍັງບໍ່ເປັນ ເທື່ອຊໍ້າ".
ໃນວັນ ດຽວກັນ ນີ້ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຍັງ ກົມ ສ່ວຍສາ ອາກອນ ແລະ ກົມ ຄຸ້ມຄອງ ການ ເງິນ ຣັຖ ວິສາຫະກິດ ກະຊວງ ການເງິນ ເພື່ອ ສອບຖາມ ບັນຫາ ນີ້ ແຕ່ ເຈົ້າໜ້າທີ່ ປະຕິເສດ ທີ່ ຈະໃຫ້ ຄໍາເຫັນ.