ຊາວນາລາວໃນຊົນນະບົດຖືກ ເອົາປຽບ
2013.12.03
ຊາວນາລາວ ຕາມຊົນນນະບົດ ຕ້ອງໄດ້ຂາຍເຂົ້າໃນຣາຄາຕໍ່າ ຍ້ອນພໍ່ຄ້າກົດຣາຄາ ຂະນະທີ່ມີຂ່າວວ່າ ຣາຄາເຂົ້າຢູ່ພາຍໃນປະເທສສູງຂຶ້ນ. ປັດຈຸບັນ ຊາວນາວ່າ ຂາຍເຂົ້າຈ້າວໄດ້ຣາຄາແຕ່ 1,500 ຫາ 2,000 ກີບ ຕໍ່ກິໂລກຣາມ ແລະເຂົ້າໜຽວໄດ້ 2,500 ກີບ ດັ່ງຊາວນາຜູ້ນຶ່ງ ໃນເຂດພາກເໜືອຂອງລາວ ເວົ້າຕໍ່ເອເຊັຍເສຣີ ໃນວັນທີ 3 ທັນວາ 2013 ນີ້ວ່າ:
"ປັດຈຸບັນນີ້ ກໍເກັບກ່ຽວເຂົ້ານາປີ ສໍາເຣັດແລ້ວ ພວກໄດ້ຫລາຍ ພວກຂະເຈົ້າກໍຈະຂາຍ ພວກໄດ້ໜ້ອຍບໍ່ພໍກິນກໍຈົ່ງໄວ້ກິນ ຫັ້ນແຫລະຖ້າວ່າ ຂາຍ ປັດຈຸບັນນີ້ຖືກຢູ່ ກິໂລລະ 2,500 ກີບເຂົ້າໜຽວຫັ້ນແຫລະ".
ຊາວນາວ່າ ປີນີ້ຜລິດເຂົ້າໄດ້ໜ້ອຍກວ່າ ປີທີ່ຜ່ານມາ ຍ້ອນນໍ້າຖ້ວມ ແລະ ຖືກພໍ່ຄ້າຊື້ ໃນຣາຄາຕໍ່າ ຍ້ອນເຂົາຖືວ່າເປັນເຂົ້ານໍ້າຖ້ວມ. ຂະນະ ດຽວກັນ ນັກວິຊາການດ້ານກະສິກັມ ກໍເວົ້າວ່າປົກກະຕິຣາຄາເຂົ້າ ໃນຊ່ວງ ຕົ້ນປີ ຈະຖືກກວ່າຣະຍະທ້າຍປີ. ສ່ວນບັນຫາ ພໍ່ຄ້າຄົນກາງ ກົດ ຣາຄານັ້ນ ກໍຍ້ອນການຜູກຂາດ ຂອງການເກັບຊື້ເຂົ້າ ຈາກກຸ່ມໂຮງສີກຸ່ມດຽວ ເຮັດໃຫ້ຊາວນາ ບໍ່ມີທາງເລືອກຈໍາເປັນຕ້ອງໄດ້ຂາຍຖືກ ກວ່າ ຣາຄາ ທີ່ຄວນໄດ້:
"ແຕ່ຫົວປີຣາຄາເຂົ້າ ມັນຈະຖືກ ບັດທ້າຍປີມາແລ້ວເຂົ້າມັນຈະແພງ ແຕ່ຫົວປີເຂົ້າ ແສນນຶ່ງ 120 ກິໂລມີແຕ່ 250,000 ກີບ ບັດນີ້ມາທ້າຍ ປີແລ້ວເຂົ້າມັນເປັນຣາຄາ ຂະເຈົ້າຂາຍ 280,000 ຫາ 300,000 ຣາຄາຂາຍກໍໄລ່ເລັ່ຍ ໜ້ອຍດຽວ ເພາະມັນມີພວກຈັດກຸ່ມຊື້ເດ ໂຮງສີຂະ ເຈົ້າຊື້ໃນຣາຄາ ນັ້ນເດ".
ນັກວິຊາການເວົ້າວ່າ ເພື່ອແກ້ໄຂບັນຫາດັ່ງກ່າວ ຊາວນາຄວນຮວມກຸ່ມກັນ ເພື່ອຕໍ່ລອງຣາຄາຂາຍເຂົ້າ ຂອງພວກຕົນ ໃຫ້ພໍ່ຄ້າ ຫລື ໂຮງສີ ທີ່ ມາເກັບຊື້ ຂະນະດຽວກັນທາງການລາວກໍຄວນຈັດໃຫ້ມີຜູ້ຊື້ເຂົ້າ ໃນແຕ່ລະເມືອງ ຫຼາຍກວ່າ 1 ບໍຣິສັດ ເພື່ອໃຫ້ມີການ ແຂ່ງກັນຊື້ ແລະ ໃຫ້ຊາວນາ ມີທາງເລືອກ ແລະ ຂາຍເຂົ້າໄດ້ຣາຄາດີ.