ພໍ່ຄ້າແມ່ຄ້າຢູ່ໜອງຈັນ ເດືອດຮ້ອນ

ສິດນີ
2016.10.21
F-Market ຊາວຄ້າຂາຍ ຢູ່ຕະຫລາດໜອງຈັນ
RFA/NY

ແມ່ຄ້າຂາຍຜັກນາງນຶ່ງ ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 18 ຕຸລາ ນີ້ວ່າ ເມື່ອທ້າຍເດືອນ ກັນຍາ ຜ່ານມາ ພາກສ່ວນຈັດສັນ ຕະຫຼາດ ໄດ້ປະກາດ ວ່າຈະຂຶ້ນ ຄ່າທຳນຽມ ຣາຍວັນ ຈາກ 9 ພັນກີບ ມາເປັນ 20 ພັນກີບ ຕໍ່ມື້, ຈຶ່ງເຮັດໃຫ້ ແມ່ຄ້າ ກວ່າຮ້ອຍຄົນ ພາກັນໄປ ຫ້ອງການຈັດສັນ ເພື່ອຖາມເຖິງ ສາເຫຕ ຂອງການ ຂຶ້ນຣາຄາ, ແຕ່ທາງ ເຈົ້າໜ້າທີ່ ຈັດສັນ ກໍ່ບໍ່ສາມາດ ໃຫ້ຄຳຕອບ ທີ່ຈະແຈ້ງ ແກ່ກຸ່ມ ແມ່ຄ້າໄດ້ ແລະ ໃນມື້ຕໍ່ມາ ຈຶ່ງ ປະກາດວ່າ ຈະຍັງ ສືບຕໍ່ ເກັບ ໃນຣາຄາເດີມ.

ຫລັງຈາກ 1 ສັປດາ ທາງຈັດສັນ ກໍ່ປະກາດ ອີກວ່າຈະຕ້ອງ ໄດ້ເກັບ ຄ່າທຳນຽມ ຣາຍວັນ ຈາກ 9 ພັນກີບ ເປັນ 20 ພັນກີບ ຕໍ່ມື້ ຕາມທີ່ໄດ້ ແຈ້ງການ ອອກມາ. ດັ່ງ ນາງກ່າວ ໃນຕອນນື່ງວ່າ:

"ຕອນທີ່ລາວຂຶ້ນ ມັນຈະບໍ່ມີ ໃບແຈ້ງການມາ, ບາດຕອນ ທີ່ລາວຈະຂຶ້ນ ມັນມີ ໃບແຈ້ງການ ມາແລ້ວນີ້ນ່າ ວັນທີ 20 ນີ້ ຕ້ອງຈ່າຍ, ຂຶ້ນ. ມີມື້ນຶ່ງ ຂະເຈົ້າ ມາບອກ ເລີຍ ອາໂຫລ່ ອາໂຫລ່ ມື້ອື່ນຈຸເຮົາ ສິເກັບ ຄ່າໂຕະຂຶ້ນ ທໍ່ນັ້ນ ທໍ່ນີ້ເດີ້ ໂທລະໂຄ່ງມາ. ມີມື້ນຶ່ງ ແມ່ຄ້າ ພາກັນ ລຸຂຶ້ນໄປ ຫ້ອງການ ວ່າມັນຂາຍ ບໍ່ໄດ້, ເຈົ້າຂອງ ຫົວໜ້າ ເພິ່ນກະມາ ມາໃຫ້ຂະເຈົ້າ ປະກາດຄືນ, ເອີ່ໆ ມື້ອື່ນເກັບ ທໍ່ເກົ່າເດີ້. ບຶດນຶ່ງ ອີກປະມານ ອາທິດນຶ່ງ ເພິ່ນກະມີ ແຈ້ງການ ມາບອກວ່າ ຈະຕ້ອງເກັບ ຄ່າໂຕະ 20 ພັນກີບ ຕໍ່ໂຕະຕໍ່ມື້".

ແມ່ຄ້າເວົ້າຕື່ມວ່າ ປະຈຸບັນ ພວກແມ່ຄ້າ ກໍລຳບາກ ແລະ ອຸກໃຈຫຼາຍ ເພາະນັບມື້ ກໍຍິ່ງຂາຍ ສິນຄ້າ ຍາກຢູ່ແລ້ວ ຈຶ່ງຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ເຂົ້າມາ ກວດສອບເບິ່ງວ່າ ການຂຶ້ນຄ່າ ທຳນຽມ ຣາຍວັນເຖິງ 1 ເທົ່າໂຕນີ້ ມີເຫຕຜົນ ແນວໃດ:

"ກະບໍ່ຊ່າງສິວ່າ ຮູ້ແຕ່ວ່າ ເປັນທຸກຫັ້ນແຫຼະ ຢາກຝາກໃຫ້ ຣາຄາ ມັນຊໍ່າເກົ່າ ບໍ່ຢາກໃຫ້ຂຶ້ນ, ແຕ່ຣາຄາ ຊໍ່ານີ້ ກະຍັງແພງ ແລ້ວຫັ້ນນ່າ ສຳລັບ ແມ່ຄ້າ, ບາດນີ້ສິມາ ຂຶ້ນອີກ ບໍ່ເຂົ້າໃຈວ່າ ເພິ່ນມີເປົ້າໝາຍ ຢາກໄລ່ຈຸເຮົາ ໜີບໍ່, ເພິ່ນຢາກເຮັດຫ້າງ ເຮັດຕຶກລະ ມັນສິເໝິດ ກຳນົດການ ຢູ່ເບາະ ເຮົາບໍ່ເຂົ້າໃຈ ຄືກັນ ເຫຕແລະຜົນ ໃນການຂຶ້ນ ຄ່າໂຕະ ຄ່າເຊົ່າ ຫັ້ນນ່າ".

ຕໍ່ບັນຫານີ້ ຜູ້ສື່ຂ່າວ ເອເຊັຽ ເສຣີ ກໍ່ໄດ້ ໂທຣະສັບ ຕິດຕໍ່ ສອບຖາມໄປຍັງ ພາກສ່ວນ ຄນະຈັດສັນ ຕະຫຼາດ ໜອງຈັນ ໃນວັນທີ 19 ຕຸລາ ນີ້, ແຕ່ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍປະຕິເສດ ທີ່ຈະໃຫ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້, ແລະ ເອເຊັຽເສຣີ ກໍ່ໄດ້ ໂທຣະສັບ ຕິດຕໍ່ໄປຍັງ ຂແນງການຄ້າ ພາຍໃນ, ຜແນກ ອຸດສາຫະກັມ ແລະ ການຄ້າ, ເຈົ້າຫນ້າທີ່ ທ່ານນຶ່ງ ໄດ້ຊີ້ແຈງວ່າ ພາກສ່ວນ ຂອງທ່ານ ເປັນຜູ້ຄຸ້ມຄອງ ຕະຫຼາດ ໜອງຈັນ, ແຕ່ເຣື້ອງແຈ້ງ ການຂຶ້ນຣາຄາ ຄ່າເຊົ່າ ແລະ ຄ່າທຳນຽມ ຕ່າງໆນັ້ນ ຍັງບໍ່ໄດ້ຮັບ ແຈ້ງ ຈາກພາກສ່ວນ ເຈົ້າຂອງ ຕະຫຼາດເທື່ອ, ຕາມຣະບຽບ ແລ້ວ ກໍ່ຕ້ອງມີ ການແຈ້ງ ມາຫາພາກສ່ວນ ຂອງຣັຖ ໃຫ້ຮັບຮູ້ ກ່ອນຈະຂຶ້ນ ຣາຄາຕ່າງໆ:

"ກະໄດ້ຄຸ້ມຄອງ ຫັ້ນແຫຼະ ກະຕ້ອງໄດ້ຜ່ານ ພວກເຮົາ ຫັ້ນແຫຼະເນາະ ສິເຄື່ອນໄຫວຫຍັງ ຊິເຮັດຫຍັງ ແຕ່ວ່າຍັງ ບໍ່ເຫັນເນາະ. ບໍ່ເຫັນນ່າ ບໍ່ເຫັນ ເອກກະສານ ຫຍັງ ທັງເໝິດນ່າ ດຽວນີ້ນ່າ ຍັງປົກກະຕິ ຢູ່ນ່າ, ທັມມະດາ ມັນກະຕ້ອງ ມາຜ່ານຜແນກ ຜ່ານການຄຸ້ມຄອງ ຂອງຣັຖ ຫັ້ນແຫຼະເນາະ".

ເຈົ້າໜ້າທີ່ ການຄ້າ ໄດ້ກ່າວມ້ວນທ້າຍ ຕໍ່ຜູ້ສື່ຂ່າວວ່າ ທາງພາກສ່ວນ ກ່ຽວຂ້ອງ ຈະ ປະສານງານ ໄປຫາ ເຈົ້າຂອງ ຕະຫຼາດ ແລະ ຈະກວດສອບ ໃນບັນຫານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.