ນໍ້າຂອງບົກ ຄ້າຂາຍຍ່ອຍ ລໍາບາກ


2013.03.22
f-khammuan ແມ່ຄ້າ ແຂວງ ຄໍາມ່ວນ ໃຊ້ເຮືອຂ້າມ ນໍ້າຂອງ ໄປຊື້ສິນ ຄ້າຍ່ອຍ ຈາກຝັ່ງໄທ ໃນຍາມນໍ້າຂອງ ປົກກະຕິ
travel khammouan

ນ້ຳ​ຂ​ອ​ງບົກ ສົ່ງ​ຜົ​ລ​ກະ​ທົບ ພໍ່​ຄ້າ​ຍ່ອຍ ໃນ​ແຂວງ​ຄຳ​ມ່ວນ.

ສະພາບນ້ຳ ໃນແມ່ນ້ຳຂອງ ໃນບໍຣິເວນ ແຂວງຄຳມ່ວນ ຂອງລາວ ແລະ ແຂວງນະຄອນພະນົມ ຂອງໄທ, ຊຶ່ງບົກລົງ ຈົນຢູ່ໃນຣະດັບ ທີ່ໜ້າເປັນຫ່ວງ ໃນປັຈຈຸບັນນີ້, ເຣີ້ມສົ່ງຜົລກະທົບ ຢ່າງຫລວງຫລາຍ ຕໍ່ພໍ່ຄ້າ ຣາຍຍ່ອຍ. ພໍ່ຄ້າຣາຍຍ່ອຍ ເຫລົ່ານັ້ນ ສ່ວນຫລາຍ ໃຊ້ການຂົນສົ່ງສິນຄ້າ ທາງເຮືອ ຈາກປະເທດໄທ ໄປຂາຍ ໃນປະເທດລາວ.

ກ່ຽວກັບ ສະພາບນ້ຳຂອງບົກນີ້ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຄຳມ່ວນ ເວົ້າວ່າ ສຳລັບ ພໍ່ຄ້າຣາຍໃຫຍ່ນັ້ນ ຍັງບໍ່ເປັນບັນຫາ ພໍເທົ່າໃດ ເພາະວ່າ ສາມາຂົນສົ່ງ ທາງຣົດໄດ້.

“ນ້ຳຂອງ ບົກບໍ່ ຄືສິບໍ່ມີບັນຫາ ເພິ່ນກໍສິປະຊຸ ມີກອງປະຊຸມກັນແຫລະ ບໍ່ຮູ້ວິທີແກ້ໄຂ ຂອງເພິ່ນເດ໊ ສ່ວນໃຫຍ່ ເພິ່ນຂົນສິນຄ້າ ມາທາງຂົວ ຕາມດ່ານເຂົາ ກໍມີຢູ່ປົກກະຕິ ຢູ່ເດ໋.”

ຕໍ່ສະພາບການດັ່ງກ່າວ, ພວກພໍ່ຄ້າແມ່ຄ້າ ທີ່ໄດ້ຮັບຜົລກະທົບ ຕ້ອງໄດ້ຈ້າງຄົນໄທ ຍົກສິນຄ້າ ແລະ ຍ່າງ ເປັນລະຍະທາງ ທີ່ໄກຂຶ້ນ ເພື່ອຂົນລົງເຮືອ, ຊຶ່ງຕ້ອງໄດ້ຈ່າຍເງິນເພີ້ມ. ຕາມທັມມະດາ ການຂົນສົ່ງສິນຄ້າ ຈາກຝັ່ງໄທ ໄປຍັງຝັ່ງລາວ ໃຊ້ເວລາ ພຽງແຕ່ 20 ນາທີ ເທົ່ານັ້ນ ຕໍ່ຖ້ຽວ, ແຕ່ປັຈຈຸບັນ ຕ້ອງໃຊ້ເວລາເຖິງ 1 ຊົ່ວໂມງ ແລະ ຕ້ອງເສັຍຄ່ານ້ຳມັນ ເຮືອເພີ້ມອີກ.

ປັຈຈຸບັນ ນ້ຳຂອງ ຢູ່ໃນຣະດັບ 2.95 ແມັດ ໃນຂະນະທີ່ ຕາຝັ່ງ ມີຄວາມສູງ 12 ແມັດ, ເມື່ອປຽບທຽບ ກັບ 1 ເດືອນຜ່ານມາແລ້ວ ຖືວ່າ ຫລຸດລົງປະມານ 30 ເຊັນ. ການພະຍາກອນອາກາດ ຄາດວ່າ ໃນເດືອນເມສາ ທີ່ຈະມາເຖິງນີ້ ອາດຈະຫລຸດລົງອີກ 30 ຫາ 50 ເຊັນ ເມື່ອປຽບທຽບ ກັບເດືອນດຽວກັນ ຂອງປີ 2012 ຖືວ່າ ບົກກ່ວາເດີມ 20 ເຊັນ.

ການຄ້າ ບໍຣິເວນ ຈຸດຜ່ອນປົນ ເມືອງທ່າອຸເທນ, ແຂວງນະຄອນພະນົມ ກົງກັນຂ້າມ ກັບເມືອງຫີນບູນ ແຂວງຄຳມ່ວນ ມີມູນຄ່າເຖິງ 4-5 ລ້ານ ບາດ ຕໍ່ມື້. ເຖິງຢ່າງໃດ ກໍຕາມ, ພໍ່ຄ້າຊາວໄທ ເວົ້າວ່າ ໃນປັຈຈຸບັນ ການຄ້າ ໃນບ່ອນດັ່ງກ່າວ ຖືວ່າ ງຽບເຫງົາ ຍ້ອນວ່າ ພໍ່ຄ້າລາວ ຂ້າມມາຊື້ສິນຄ້າໄທ ໜ້ອຍລົງ ເນື່ອງຈາກວ່າ ການເດີນທາງ ບໍ່ສະດວກ ຍ້ອນນ້ຳບົກແຫ້ງ. ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າແຂວງຄຳມ່ວນ ເວົ້າວ່າ ທາງແຂວງ ຍັງບໍ່ມີແຜນ ໃນການແກ້ໄຂບັນຫານີ້ ແຕ່ຖ້າຫາກ ມີການຮ້ອງຮຽນ ຈາກ ພໍ່ຄ້າແມ່ຄ້າ ກໍຈະໄດ້ມີການປະຊຸມກັນ ເພື່ອຫາວິທີແກ້ໄຂ ບັນຫາ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.