ນາຍທຶນຈີນຄ້າງຄ່າແຮງ ຜູ້ຕາຍ
2016.08.04
ລູກແລະເມັຽຂອງຄົນງານຜູ້ນຶ່ງ ຢູ່ບ້ານຫ້ວຍໂກນ ເມືອງຜາອຸດົມ ແຂວງບໍ່ແກ້ວ ຈະທວງເອົາເງິນ ຄ້າຈ້າງ ຂອງພໍ່ ຫລືຜົວ ທີ່ ເສັຽຊີວິດ ຍ້ອນເຮັດວຽກ ຢູ່ສວນກ້ວຍ ຂອງຈີນ ນັ້ນຍາກຂື້ນ ເພາະເຈົ້າຂອງ ສວນກ້ວຍ ຍ້າຍໄປຢູ່ ແຂວງຫຼວງນ້ຳທາ ແລ້ວ. ດ່ັງ ເຈົ້າໜ້າທີ່ ເມືອງຜາອຸດົມ ນາງນຶ່ງ ເວົ້າເມື່ອວັນທີ 3 ເດືອນສິງຫາ ນີ້ວ່າ:
“ເພິ່ນກະຮຽກຮ້ອງຢູ່ ແຕ່ວ່າ ການແກ້ໄຂ ຍັງບໍ່ທັນສຳເຣັດ ຍ້ອນວ່າ ບໍຣິສັດນີ້ ເຂົາຍ້າຍບ່ອນຢູ່ ຍ້າຍໄປຢູ່ ຫຼວງນ້ຳທາພຸ້ນ ຂາຍບໍຣິສັດ ໃຫ້ຄົນອື່ນ ແລ້ວຂະເຈົ້າ ກະຍ້າຍບ່ອນ ຄືຊິຍາກ ແລ້ວແຫຼະເນາະ ເພາະວ່າເຮົາ ຊິນຳເພິ່ນໄປ ຕ່າງແຂວງຍາກ.”
ຄົນງານຜູ້ນີ້ ເຮັດວຽກຢູ່ສວນກ້ວຍ ຂອງຈີນ ໃນແຂວງບໍ່ແກ້ວ ປະມານນຶ່ງປີ ແລ້ວປ່ວຍຍ້ອນ ໄດ້ຮັບຜົນກະທົບ ຈາກ ສານເຄມີ ນອນໂຮງໝໍ ແລ້ວເສັຽຊີວິດ ໂດຍທີ່ບໍ່ໄດ້ ຮັບຄ່າຈ້າງ. ພີ່ນ້ອງຄອບຄົວ ໄດ້ວິ້ງເຕັ້ນ ທວງເອົາຄ່າຈ້າງ ຈາກເຈົ້າຂອງ ສວນກ້ວຍ ເປັນເວລາຫຼາຍເດືອນ ແຕ່ບໍ່ໄດ້ ຈັກເທື່ອ.
ເຈົ້າໜ້າທີ່ ເມືອງຜາອຸດົມ ນາງນັ້ນ ອະທິບາຍວ່າ ສາເຫດນຶ່ງ ທີ່ ເຈົ້າຂອງສວນກ້ວຍ ຍ້າຍໄປ ຢູ່ແຂວງອື່ນ ກໍອາດແມ່ນ ຍ້ອນຢ້ານ ຄວາມຜິດ ແລະ ກໍບໍ່ຢາກຈ່າຍ ເງິນເດືອນ ໃຫ້ແກ່ຄົນງານ ທີ່ເສັຍຊີວິດນັ້ນ. ເຈົ້າໜ້າທີ່ ເມືອງຜາອຸດົມ ຈະປະສານງານ ກັບ ເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ເພື່ອຊອກຫາ ເຈົ້າຂອງສວນກ້ວຍ ດັ່ງກ່າວ ຊຶ່ງ ປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ຮູ້ວ່າ ເຂົາຢູ່ໃສ ໃນແຂວງ ຫຼວງນ້ຳທາ ແລະ ໄດ້ປ່ຽນຊື່ ບໍຣິສັດ ໃໝ່ແລ້ວ ຫຼືແນວໃດ.