ຊາວບ້ານກັງວົນສນາມ ກ໊ອບ ບໍ່ເຕັນ
2020.09.03
ທາງການ ແຂວງຫລວງນ້ຳທາ ອະນຸຍາດໃຫ້ນັກລົງທຶນຈີນ ເຂົ້າໄປສຳຣວດສຶກສາຄວາມເປັນໄປໄດ້ ໃນການສ້າງສະໜາມກ໊ອຟ ຢູ່ເຂດ ບໍ່ເຕັນ ເມືອງ ແລະ ແຂວງຫລວງນ້ຳທາ ທີ່ຢູ່ໃນ ໂຄງການເຂດເສຖກິດພິເສດ ບໍ່ເຕັນ.
ແຕ່ຊາວບ້ານ ເຫັນວ່າ ການສ້າງສນາມກ໊ອຟ ເປັນການທຳລາຍ ທັມມະຊາດ ໂດຍສະເພາະຕົ້ນໄມ້ໃຫຍ່ ຈະຖືກທຳລາຍ, ຊາວແຂວງຫຼວງ ນ້ຳທາໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ກັນຍາ ວ່າ:
"ເຂດບໍ່ເຕັນມັນເປັນອັນນັ້ນໄດ໋ຂອງຈີນ ສຳປະທານ ຊິເຮັດສສາມກ໊ອຟ ກະບໍ່ດີຫັ້ນແຫຼະ ທຳລາຍທັມມະຊາດ ແຖວບໍ່ເຕັນຫັ້ນນ່າຕ້ອງໄດ້ ຕັດໄມ້ສ່ວນຫຼາຍ ມັນກະເປັນຕົ້ນໄມ້ໃຫຍ່ ເນາະ ແຖວນັ້ນ ມັນກະຢູ່ອ້ອມແອ້ມ ແຖວນັ້ນແຫຼະ ຕາມປ່າຕາມດົງຫັ້ນ."
ການສຳຣວດສຶກສາຄວາມເປັນໄປໄດ້ ໃນການສ້າງສນາມກ໊ອຟ ຢູ່ເຂດດັ່ງກ່າວໄດ້ເລີ່ມຂຶ້ນ ໃນວັນທີ 31 ສິງຫາ. ຊາວເມືອງຫຼວງນ້ຳທາ ອີກທ່ານນຶ່ງ ກ່າວວ່າ ຄົນຈີນ ບໍ່ໃຫ້ຄວາມເຄົາຣົບ ຊາວບ້ານ ແລະ ຊາວບ້ານບໍ່ມີສິດມີສຽງ:
"ເຂົາບໍ່ໄດ້ເກງໃຈແຫຼະ ຈີນນິ ຄືກັບເດັກນ້ອຍ ກັບຜູ້ໃຫຍ່ແຫຼະ ເຂົາເປັນຜູ້ໃຫຍ່ເຮົາເປັນເດັກນ້ອຍ ຈະເກງໃຈຫຍັງ ຂຶ້ນນຳຄົນຈີນໝົດແລ້ວ ຄົນຈີນເຂົາສຳປະທານ ເອົາເດ້ຖືວ່າລາວເຮົາ ບໍ່ມີສິດມີສຽງ ເຂົາເຈົ້າກໍເຮັດໄປຕາມ ອ້ອມຫ້ວຍອ້ອມພູຫຍັງຫັ້ນນ່າ ກະທົບ ກະທົບປ່າໄມ້ ຂອບເຂດນັ້ນຍັງອຸດົມ ສົມບູນຢູ່."
ແຕ່ເຈົ້າໜ້າທີ່ເຂດເສຖກິດພິເສດບໍ່ເຕັນ ກ່າວວ່າໃນເຂດທີ່ມີການສຳຣວດມີປະຊາຊົນ ອາສັຍຢູ່ 7 ຄອບຄົວ ແລະຈະບໍ່ສົ່ງຜົນກະທົບຫຼາຍ:
"ຊິກໍ່ສ້າງສນາມກ໊ອຟແທ້ໆ ຖືວ່າ ບໍ່ໄດ້ມີຜົນກະທົບຕໍ່ບ້ານປະຊາຊົນ ຫຼາຍປານໃດ ມີແຕ່ 7 ຄອບຄົວ ຢູ່ພຸ້ນ ບໍ່ຮູ້ຈະເລີ່ມ ໃນຕອນໃດຖ້າ ສົມມຸດສ້າງແທ້ນີ້ ກໍປະມານ 2 ປີ ນີ້ ຈະສ້າງສຳເລັດເລີຍ ເລື່ອງຂໍ້ມູນລະອຽດ ກະບໍ່ຮູ້ນຳ."
ເນື້ອທີ່ສຳຣວດ ທີ່ຈະສ້າງສນາມກ໊ອຟ ມີ 10 ເຮັດຕາ ທີ່ນອນຢູ່ໃນເຂດສຳປະທານ ເຂດເສຖກິດ ພິເສດ ບໍ່ເຕັນ 700 ເຮັດຕາ, ແຕ່ ຖ້າຈະມີການສນາມກ໊ອຟ ຈະຕ້ອງມີການເຊັນ ບົດບັນທຶກ ຄວາມເຂົ້າໃຈໃໝ່ ເພື່ອບໍ່ໃຫ້ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ, ເຈົ້າໜ້າທີ່ ພະແນກແຜນການ ແລະ ການລົງທຶນແຂວງຫລວງນ້ຳທາ ໄດ້ກ່າວວ່າ:
"ສນາມກ໊ອຟ ຫັ້ນບໍ່ທັນໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ ກັນເທື່ອ ກົມທີ່ດິນຢູ່ກະຊວງມາວັດແທກ ມາເບິ່ງເນື້ອທີ່ກ່ອນວ່າ ມີຄວາມເປັນ ໄປໄດ້ ຈະຂຽນບົດປ້ອງກັນ ສິ່ງແວດລ້ອມເປັນ ສັນຍາຍ່ອຍຕ່າງຫາກ ກະຈຶ່ງໃຫ້ເຂົາເຈົ້າສ້າງເນາະ ຢູ່ໃນຂອບເຂດແຄມປ່າ ຖືວ່າເປັນປ່າ ເລົ່າເນາະ ມັນບໍ່ເປັນປ່າດົງ ປະມານ 10 ກວ່າເຮັດຕາ."
ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມແຂວງ ຫລວງນ້ຳທາ ໄດ້ກ່າວວ່າ ມີຊາວບ້ານ 4 ຄອບຄົວ ຈະຖືກຍົກຍ້າຍ ໄປຢູ່ເຂດອື່ນ:ຜົນກະທົບ ກໍມີແຕ່ວ່າກໍມີຈໍານວນ ນຶ່ງຖືກເຂດລ້ຽງສັດ ຂອງປະຊາຊົນ 4 ຄອບຄົວ ນີ້ແຫຼະ ທີ່ອາສັຍເປັນເຂດລ້ຽງສັດ ເຂົາ ລ້ຽງງົວ ລ້ຽງຄວາຍຫຍັງຢູ່ຫັ້ນ ກໍຕ້ອງໄປຈັດສັນ ພື້ນທີ່ໃໝ່ເນາະ ທາງແຂວງ ຕ້ອງມີການຈັດສັນ ພື້ນທີ່ໃຊ້ຊາວບ້ານໃໝ່ ແລະ ກະຊົດເຊີຍ.
ເຂດເສຖກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ເປັນຂອງບໍຣິສັດຈີນ Yunnan Hai Cheng Industrial Group ທີ່ໄດ້ສຳປະທານຈາກ ຣັຖບານ ເປັນເວລາ 90 ປີ, ມີເນື້ອທີ່ 700 ເຮັກຕາ, ມູນຄ່າການລົງທຶນ 10 ຕື້ ໂດລາ ຊຶ່ງວຽກງານກໍ່ສ້າງໄດ້ເລີ່ມແຕ່ປີ 2016 ເປັນຕົ້ນມາ ອີງຕາມຂໍ້ມູຈາກສຳນັກຂ່າວຊິນຫົວ Xinhua ຂອງຈີນ ລົງວັນທີ 28 ຕຸລາ 2019.
ເຂດເສຖກິດພິເສດບໍ່ເຕັນ ຈະມາທົດແທນບ່ອນການພະນັນ Casino ບໍ່ເຕັນແດນງາມ ທີ່ຖືກຣັຖບານລາວ ສັ່ງຍົກເລີກໄປກ່ອນປີ 2016.