ຊາວບ້ານວ່າຄ່າຊົດເຊີຍ ບໍ່ເປັນທັມ

ມະນີຈັນ
2020.08.17
F-Nam-houng1-dam ສະຖານທີ່ຕັ້ງ ຂອງໂຄງການສ້າງເຂື່ອນນໍ້າຮຸ່ງ 1 ທີ່ມີກໍານົດສ້າງໃຫ້ສໍາເຣັດ ໃນປີ 2017 ແຕ່ກໍຊັກຊ້າມາໄດ້ 3 ປີ ແລ້ວ
Google Earth

ປະຊາຊົນບ້ານ ຫ້ວຍແກ້ງ ແລະບ້ານ ປາກຮຸ່ງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຈໍານວນ 87 ຄອບຄົວ ທີ່ເສັຽດິນໃຫ້ໂຄງການສ້າງເຂື່ອນ ໄຟຟ້າ ນໍ້າຮຸ່ງ 1 ບໍ່ພໍໃຈທີ່ໄດ້ຮັບເງິນ ຄ່າຊົດເຊີຍຄວາມເສັຽຫາຍໜ້ອຍ ແບບບໍ່ສົມເຫດສົມຜົລ, ອີງຕາມຄໍາເວົ້າຂອງຊາວບ້ານຜູ້ນຶ່ງ ທີ່ໄດ້ ເສັຽທີ່ດິນ ໃຫ້ໂຄງການເຂື່ອນນໍ້າຮຸ່ງ 1 ຕໍ່ RFA ໃນມື້ວັນທີ 17 ສິງຫາ ນີ້:

“ການຊົດເຊີຍ ກະບໍ່ໄດ້ມີ ໄປຊື້ບ່ອນອື່ນແລ້ວ ເພາະວ່າເງິນທີ່ໄດ້ມາ ມັນໄດ້ໜ້ອຍກວ່າເຮົາ ຈະຕ້ອງໄປຊື້ໃໝ່ໄດ້. ຄັນໄລ່ສເລັ່ຽກະຖືກແຕ່ 10 ພັນກີບຕໍ່ແມັດກາເຣ. ເພິ່ນຊົດເຊີຍຄືນຄ່າ ທີ່ດິນສວນ ແຕ່ກະບໍ່ໄລ່ມູລຄ່າໝາກໄມ້ ຢູ່ໃນສວນ ທັມມະດາມັນກະຕ້ອງຄິດໄລ່ ໃຫ້ຕ່າງ ຫາກ ຫັ້ນນ່າ.”  

ຊາວບ້ານຜູ້ນີ້ ກ່າວເນັ້ນຕື່ມວ່າ ເງິນຄ່າຊົດເຊີຍ ທີີ່ໄດ້ຮັບເມື່ອວັນທີ 18 ກໍຣະກະດາ ຜ່ານມານັ້ນ ໄດ້ໜ້ອຍຫລາຍ ຄື ສເລັ່ຽແລ້ວ ປະມານ 10 ພັນກີບ ຕໍ່ຕາຕະລາງແມັດ. ດິນຕອນທີ່ເສັຽ ໃຫ້ໂຄງການນັ້ນ ເປັນດິນປູກຕົ້ນໄມ້ ອຸດສາຫະກັມ ເຊັ່ນ ໄມ້ສັກ, ເປັນສວນໝາກມ່ວງ ໝາກຍໍາໄຍ ຮວມທັງດິນໄຮ່ດິນນານໍາ.

ຄ່າຊົດເຊີຍທີ່ດິນ ຊຶ່ງຊາວບ້ານ ຕ້ອງການຢາກໄດ້ນັ້ນ ແມ່ນແຕ່ 30 ພັນຫາ 50 ພັນກີບຕໍ່ ຕາຕະລາງແມັດ ຈຶ່ງຈະເໝາະສົມແລະເປັນທັມ.

ຊາວບ້ານທີ່ສູນເສັຽດິນ ອີກຜູ້ນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເງິນຊົດເຊີຍທີ່ໄດ້ຮັບ ຖືວ່າໜ້ອຍຫລາຍ ບໍ່ຄຸ້ມຄ່າ ເມື່ອທຽບໃສ່ຄ່າດິນ ທໍາການຜລິດ ທີ່ເສັຽໃຫ້ໂຄງການສ້າງເຂື່ອນ ທັງຕົ້ນໄມ້ອຸດສາຫະກັມ, ດິນປຸກສ້າງ, ໄຮ່-ນາ:

“ມັນກະຖືກ ຖືກຢູ່ບ່ອນໜ້າເຂື່ອນນັ້ນ. ຂະເຈົ້າໄດ້ໝົດແລ້ວ ກະບໍ່ຄຸ້ມຫັ້ນແລ້ວຄັນເວົ້າ ມັນເສັຽຫາຍຫລາຍ ກົກໄມ້ແດ່ ເຄື່ອງປູກ ເປັນເຂົ້າ ເປັນນໍ້າລິນ.”

ຊາວບ້ານ ປາກຮຸ່ງ ທີ່ເສັຽດິນໃຫ້ທາງໂຄງການ ສ້າງເຂື່ອນ ແຕ່ບໍ່ໄດ້ເງິນ ຄ່າຊົດເຊີຍນັ້ນ ກໍກ່າວຕໍ່ RFA ວ່າ ທ່ານມີດິນທໍາການຜລິດ ປະມານ 3 ເຮັກຕາ ທີ່ເສັຽໃຫ້ໂຄງ ການເຂື່ອນໄຟຟ້າ ນໍ້າຮຸ່ງ 1, ມີໃບຕາດິນ ແລະເສັຽພາສີທີ່ດິນໃຫ້ຣັຖ ທຸກປີ ແຕ່ພັດບໍ່ໄດ້ຮັບເງິນ ຊົດເຊີຍ ຊຶ່ງທາງການແຂວງ ໄຊຍະບູຣີ ກໍບໍ່ອະທິບາຍເຫດຜົລ ໃຫ້ຮູ້ ວ່າເປັນຍ້ອນຫຍັງ ກັນແທ້:

“ມີລະວ໊າ. ແມ່ມີໃບຕາດິນ ເສັຽພາສີທຸກປີ ເພິ່ນບໍ່ໄດ້ຈ່າຍໃຫ້. ທໍາອິດເພິ່ນມາເຊັນໃຫ້ ຍັງມີຢູ່. ບາດນັ້ນມາບາດສຸດທ້າຍມາເພິ່ນຕັດອອກ ຈັກນໍາເພິ່ນ ແລະ ເພິ່ນກະບໍ່ເວົ້າ ໃຫ້ຟັງກໍ໋ ຢູ່ບໍ່ຢູ່ເພິ່ນລະຕັດອອກ ເຂົ້າໄປກະເຂົ້າໄປບໍ່ໄດ້ ໜ້າເຂື່ອນນະ.”  

ປັດຈຸບັນ ຊາວບ້ານ ກໍາລັງຫາຣືກັບຫ້ອງການເມືອງ ໄຊຍະບູຣີ ເພື່ອຈະເຮັດໜັງສືທວງຖາມ ເງິນຄ່າຊົດເຊີຍທີ່ໄດ້ໜ້ອຍ ແລະເຫດຜົລຈາກ ທາງການແຂວງ ວ່າເປັນຍ້ອນຫຍັງ ຄອບຄົວ ນີ້ຈຶ່ງບໍ່ໄດ້ຮັບເງິນຊົດເຊີຍ ທັງໆທີ່ດິນ ກໍໄດ້ເສັຽໃຫ້ໂຄງການ ເຂື່ອນໄຟຟ້າ ນັ້ນແລ້ວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການ ພະລັງງານ ແລະບໍ່ແຮ່ເມືອງ ໄຊຍະບູຣີ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 17 ສິງຫາ ນີ້ວ່າ ປັດຈຸບັນ ຊາວບ້ານ ທີ່ເສັຽດິນໃຫ້ໂຄງ ການເຂື່ອນໄຟຟ້າ ນໍ້າຮຸ່ງ 1 ໄດ້ຮັບເງິນຊົດເຊີຍ ໝົດແລ້ວ, ແຕ່ສ່ວນຫລາຍ ບໍ່ພໍໃຈປານໃດ ຍ້ອນໄດ້ໜ້ອຍ ແລະບໍ່ຄຸ້ມຄ່າປານໃດ ກັບດິນທີ່ໄດ້ເສັຽໃຫ້ທາງໂຄງການ. ແຕ່ການປະເມີນຣາຄາດິນ ແລະ ການຊົດເຊີຍທັງໝົດນັ້ນ ເປັນໄປຕາມອັດຕຣາ ຄິດໄລ່ ຂອງທາງການ ຊຶ່ງຈະແຕກຕ່າງຈາກໂຄງການ ຂອງເອກຊົນ. ສ່ວນເຣື່ອງທີ່ຊາວບ້ານ 1 ຄອບຄົວ ບໍ່ໄດ້ຮັບເງິນຊົດເຊີຍນັ້ນ ກໍກໍາລັງຢູ່ໃນຣະຫວ່າງການປຶກສາ ຫາຣືກັນ:

“ຂະເຈົ້າແມ່ນຊົດເຊີຍ ເປັນເງິນໝົດເລີຍ. ທາງຣັຖເຮົານີ໋ ອອກປະເມີນໃຫ້ນະ ເອົາຕາມອັດຕຣາຣັຖເດ໋ ຣັຖຫັ້ນມັນໄດ້ໜ້ອຍ ຄັນໂຄງ ການເອກຊົນ ມັນຕ່າງກັນກໍ໋. ຄັນສົມມຸດໂຄງການ ໂດຍຕົງ ຂະເຈົ້າໄລ່ໃຫ້ສູງ. ອັດຕຣາຣັຖເຮົາ ກະຄືວ່າຣັຖຫັ້ນລະນໍ໋ ຂະເຈົ້າກະບໍ່ພໍໃຈ ແລ້ວປະຊາຊົນ ແຕ່ວ່າມັນຖືກຣັຖ ແລ້ວຂະເຈົ້າກະ ເພາະວ່າພາກຣັຖເຮົາ ເພິ່ນກະຣະດົມ ແນວຄິດ ຂະເຈົ້າແດ່ ຊີ້ນະເນາະ ບວກກັນໄປ ສິໃຫ້ໄດ້ເຕັມ 100 ມັນກະບໍ່ໄດ້ເດ໊.”  

ແລະ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູຣີ ທ່ານນຶ່ງກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ຢູ່ໃນຄວາມຮັບຜິດຊອບ ຂອງຜແນກ ພະລັງງານ ແລະ ບໍ່ແຮ່ ແຂວງ.

ເຖິງຈະເປັນໂຄງການ ທີ່ແຂວງຮັບຜິດຊອບ ແຕ່ການຊົດເຊີຍ ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ກໍຈະຕ້ອງເປັນໄປຕາມນະໂຍບາຍ ຂອງ ຣັຖບານ ຄືໄດ້ຮັບການຊົດເຊີຍທີ່ດິນ ຢ່າງໜ້ອຍ 20 ຄູນ 20 ແມັດ ຫລື 400 ຕາຕະລາງແມັດ ແລະຕ້ອງໄດ້ຮັບການ ຈັດສັນອາຊີບໃຫ້ ເນື່ອງຈາກຊາວບ້ານ ບໍ່ມີທີ່ດິນ ທໍາການຜລິດແລ້ວ:

“ການຊົດເຊີຍ ຊົດເຊີຍໃຫ້ແລ້ວ ກະໄປຊອກເນື້ອທີ່ ທໍາການຜລິດ ໃຫ້ໃໝ່ຈະໃຫ້ມັນດີກວ່າ ຈັດຫາອາຊີບມາໃຫ້. ປູກຫຍັງລ້ຽງຫຍັງ ມີ ນະໂຍບາຍແນວນັ້ນ. ແຕ່ວ່າພາກຣັຖນີ໊ຈະມີ ບໍຣິສັດ ໃຫ້ເປັນໄປໄດ້ ຕາມແນວຄວາມຄິດຂອງພາກຣັຖ ເພື່ອບໍ່ໃຫ້ປະຊາຊົນມີຄວາມອຶດ.”

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງດັ່ງກ່າວ ຮວມທັງເຫດຜົລ ທີ່ີບໍ່ຈ່າຍເງິນຊົດເຊີຍ ໃຫ້ຊາວບ້ານ 1 ຄອບຄົວຢູ່ບ້ານປາກຮຸ່ງ ທີ່ເສັຽດິນ ໃຫ້ໂຄງການນັ້ນ RFA ພຍາຍາມຕິດຕໍ່ ໄປຫາ ເຈົ້າໜ້າທີ່ເຂື່ອນໄຟຟ້ານໍ້າຮຸ່ງ 1 ຫລາຍເທື່ອ ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ກໍມີພິທີມອບ-ຮັບ ເງິນຊົດເຊີຍ ໃຫ້ປະຊາຊົນ ຜູ້ຖືກຜົລກະທົບ ຈາກໂຄງການກໍ່ສ້າງເຂື່ອນ ດັ່ງກ່າວ ຢູ່ 2 ບ້ານ ຄື ບ້ານປາກຮຸ່ງ ແລະ ບ້ານຫ້ວຍແກ້ງ ເມືອງ ແລະ ແຂວງ ໄຊຍະບູຣີ ໃນມື້ວັນທີ 18 ກໍຣະກະດາຜ່ານມາ ທີ່ຫ້ອງປະຊຸມ ເຂື່ອນ ຊຶ່ງທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງ ໄຊຍະບູຣີ ໄດ້ຣາຍງານການເກັບຂໍ້ມູນ ຊົດເຊີຍຜົລກະທົບ ຂອງຊາວບ້ານ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຮຸ່ງ 1 ວ່າ ນັບແຕ່ວັນທີ 9 ສິງຫາ 2019 ຫາວັນທີ 5 ກໍຣະກະດາ ຜ່ານມານີ້ ໄດ້ກໍານົດຫລັກໝາຍ ເພື່ອຊີ້ບອກຣະດັບ ນໍ້າຖ້ວມ ຈາກ ໜ້າເຂື່ອນ, ຕອນດິນທີ່ຖືກ ຜົລກະທົບທັງ 2 ບ້ານ ຊຶ່ງມີທັງໝົດ 142 ຕອນ ມີ 87 ຄອບຄົວ, ມີເນື້ອທີ່ທັງໝົດ 134 ເຮັກຕາປາຍ. ຄ່າຊົດເຊີຍທີ່ດິນ, ໄມ້ອຸດສາຫະກັມ, ໄມ້ໃຫ້ໝາກ ຮວມມູລຄ່າຊົດເຊີຍ ທັງໝົດ 3 ຕື້ 400 ລ້ານປາຍກີບ.

ສະເພາະບ້ານປາກຮຸ່ງ ມີດິນຖືກຜົລກະທົບ 50 ຕອນ ມີ 36 ຄອບຄົວ. ລວມເນື້ອທີ່ດິນ ທີ່ຖືກຜົລກະທົບ ທັງໝົດ 966.000 ປາຍ ຕາຕະລາງແມັດ, ຮວມມູລຄ່າຊົດເຊີຍ ທັງໝົດ 2 ຕື້ 180 ປາຍລ້ານກີບ ແລະບ້ານຫ້ວຍແກ້ງ ມີດິນທີ່ຖືກຜົລກະທົບ 92 ຕອນ, ມີ 51 ຄອບຄົວ, ລວມເນື້ອທີ່ດິນ ທີ່ຖືກຜົລກະທົບ ທັງໝົດ 357.000 ປາຍຕາ ຕະລາງແມັດ, ລວມມູລຄ່າຊົດເຊີຍທັງໝົດ 1 ຕື້ 200 ລ້ານ ປາຍກີບ.

ໂຄງການເຂື່ອນໄຟຟ້າ ນໍ້າຮຸ່ງ 1 ເປັນເຂື່ອນຂນາດນ້ອຍ 15 ເມກາວັດ ໂດຍບໍຣິສັດ ສີເມືອງ ກຣຸບ ຂອງລາວ ເປັນຜູ້ລົງທຶນ 100% ແລະບໍຣິສັດ ໂດອູ ອີຊີ ເປັນຜູ້ຮັບ ເໝົາກໍ່ສ້າງ. ມູນຄ່າ ການກໍ່ສ້າງ 34 ລ້ານ ໂດລາ ສະຫະຣັຖ. ການກໍ່ສ້າງເລີ້ມແຕ່ ປີ 2015 ແລະ ວ່າຈະກໍ່ສ້າງໃຫ້ແລ້ວໃນປີ 2017.

ແຕ່ກໍສ້າງບໍ່ແລ້ວ ຍ້ອນທາງໂຄງການ ອອກແບບໂຄງສ້າງ ບໍ່ໄດ້ມາຕຖານ. ທາງການແຂວງໄຊຍະບູຣີ ໃຫ້ປັບປຸງ ແລະແກ້ໄຂຄືນ. ແລະ ເມື່ອປີ 2018 ທາງໂຄງການ ກໍໄດ້ສືບຕໍ່ການ ກໍ່ສ້າງຄືນໃໝ່ ຈົນຮອດປັດຈຸບັນ ກໍຍັງບໍ່ທັນແລ້ວ.

ຍານາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງ ແນວລາວສ້າງຊາດ ໄດ້ສເນີຕໍ່ກອງປະຊຸມ ຂອງ ສະພາແຫ່ງຊາດ ຊຸດທີ 8 ຂໍ ໃຫ້ຣັຖບານລາວ ເອົາໃຈໃສ່ຕື່ມ ໃນການກວດກາ ດ້ານເທັກນິກຄຸນນະພາບ ແລະອື່ນໆຂອງໂຄງການເຂື່ອນໄຟຟ້າຂນາດ 15 ເມກາວັດ ລົງມາ ທີ່ສໍາເຣັດການກໍ່ສ້າງ ໄປແລ້ວ ແລະ ໂຄງການໃດທີ່ຣັຖບານ ຫລືແຂວງ ອະນຸມັດໄປແລ້ວ ກໍຂໍໃຫ້ເອົາໃຈໃສ່ ໃນການຊົດເຊີຍ ຄ່າຕອບແທນ ໃຫ້ແກ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຢ່າງເໝາະສົມ ແລະເປັນທັມ.

ອີງຕາມຣາຍງານຂອງ ສູນຂ່າວພະລັງງານ ແລະບໍ່ແຮ່ ວັນທີ 7 ກຸມພາ 2020, ໄດ້ສໍາເຣັດການກວດກາ ເຂື່ອນ ໄຟຟ້າທົ່ວປະເທດ ແລ້ວທັງໝົດ 433 ໂຄງການ. ໃນນັ້ນເປັນໂຄງການ ຂນາດນ້ອຍ 15 ເມກາວັດລົງມາ 378 ໂຄງການ ແລະໂຄງການ ຂນາດກາງ ຫາຂນາດໃຫຍ່ 55 ໂຄງການ. ແຕ່ບໍ່ຣະບຸ ຣາຍຣະອຽດວ່າ ມີຈັກໂຄງ ການ ທີ່ສ້າງໄດ້ມາຕຖານສາກົລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.