ຂ.ຫຼວງພຣະບາງຕ້ອງການ ນັກ ລົງທຶນ

ໄມຊູລີ
2015.06.24
F-LP ນໍ້າຄານ ຫລວງພຣະບາງ ຍາມແລງ
Marcel

ເຈົ້າໜ້າທີ່ ແຂວງ ຫລວງພຣະບາງ ທ່ານນຶ່ງ ເປິດເຜີຍວ່າ, ທາງແຂວງ ຕ້ອງການ ນໍາເອົາ ທຸຣະກິດ ຂນາດໃຫຽ່ ເຂົ້າມາ ລົງທຶນ, ຢາກ ໃຫ້ ມີ ໂຮງງານ ອຸດສາຫະກັມ ຂນາດໃຫຍ່ ເພື່ອ ເປັນການ ຮອງຮັບ ຄົນ ວ່າງງານ ໃນ ອະນາຄົຕ ທີ່ ມີ ແນວໂນ້ມ ສູງຂຶ້ນ, ປັຈຈຸບັນ ກໍ ມີພຽງແຕ່ ທຸຣະກິດ ຂນາດນ້ອຍ, ຊຶ່ງ ຮັບເອົາ ຄົນເຂົ້າ ເຮັດວຽກ ໄດ້ ພຽງ ປະມານ ໂຮງງານ ລະ 30 ຄົນ ເທົ່ານັ້ນ. ດັ່ງ ທ່ານ ເວົ້າວ່າ:

“ທຸຣະກິດ ຢູ່ ຫລວງ ພຣະບາງ ຍັງບໍ່ມີ ທຸຣະກິດ ຂນາດກາງ ສົມທຽບໃສ່ ຕາມຣະດັບ ສາກົນ ແລ້ວ, ຍັງເປັນ ທຸຣະກິດ ຂນາດນ້ອຍ, ດຽວນີ້ ຕາມ ຄວາມ ຕ້ອງການ ຂອງ ແຂວງ ຫັ້ນນະ ພວກເຮົາ ກໍ ພຍາຍາມ ດຶງດູດ ເອົາ ນັກລົງທຶນ ທີ່ມີທຶນ ມີເງິນ ມາລົງທຶນ ເພື່ອ ພັທນາ ທຸຣະກິດ ຢູ່ ຫລວງພຣະບາງ ນີ້ ກໍເພື່ອ ເປັນການ ແກ້ໄຂ ພັຍ ວ່າງງານ ຈະເກິດຂື້ນ ຫັ້ນ”.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ທຸກມື້ນີ້ ເປີເຊັນ ຄົນ ວ່າງງານ ຂອງ ແຮງງານ ໃນ ແຂວງ ຫລວງ ພຣະບາງ ຍັງບໍ່ເຖິງ ຂັ້ນ ໜັກໃຈ ກໍຕາມ, ແຕ່ ດຽວນີ້ ຕາມ ສະຖາບັນ ການ ສຶກສາ ທົ່ວໄປ ມີ ນັກຮຽນ ນັກ ສຶກສາ ຈໍານວນ ຫລວງຫລາຍ ແລະ ມີທ່າອຽງ ວ່າ, ເມື່ອຈົບ ການສຶກສາ ທັງ ສາຍສາມັນ ຫລື ສາຍ ວິຊາຊິບ ແລ້ວ ພວກ ເຂົາເຈົ້າ ກໍຈະ ຊອກຫາ ວຽກງານ ພາຍໃນ ແຂວງ, ສະນັ້ນ ອາດເຮັດໃຫ້ ບັນຫາ ຄົນ ວ່າງງານ ເພີ້ມຂຶ້ນ. ທາງແຂວງ ຈຶ່ງຕ້ອງ ຈັດ ແຫລ່ງ ທີ່ຈະ ຮັບຮອງ ເອົາພວກ ເຂົາເຈົ້າ ເຂົ້າ ເຮັດວຽກ ໄດ້.

ນອກຈາກນີ້ ແລ້ວ ການດຶງດູດ ນັກລົງທຶນ ຂນາດໃຫຍ່ ດ້ານ ກະສິກັມ ກໍເປັນ ຫລັກ ທີ່ ສໍາຄັນ ອີກ ຂແນງນຶ່ງ, ເພື່ອໃຫ້ ສອດຄ່ອງ ກັບ ສະພາບ ຕົວຈິງ ທີ່ ແຂວງ ຫລວງພຣະບາງ ມີ ຊາວ ກະຊິກອນ ຈໍານວນ ຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.