ຂົວນໍ້າຄານໃໝ່ຈະເປີດໃຊ້ ທ້າຍປີ
2014.11.26

ປັຈຈຸບັນ ໂຄງການ ສ້າງ ຂົວ ຂ້າມ ນໍ້າຄານ ໃໝ່ ໃນ ເມືອງ ຫລວງ ພຣະບາງ ມີ ຄວາມ ຄືບໜ້າ ຫລາຍ ຍັງ ເຫລືອ ພຽງແຕ່ ວຽກກໍ່ ສ້າງ ທາງ ຕໍ່ໃສ່ ຂົວ ຊຶ່ງ ຄາດວ່າ ຈະ ສ້າງ ສໍາເຣັດ ແລະ ເປີດໃຊ້ ໃນ ທ້າຍປີນີ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫລວງ ພຣະບາງ ໃນ ວັນທີ 25 ພຶສຈິກາ 2014:
"ຖືວ່າໃກ້ສິ ສໍາເຣັດ ແລ້ວ ແຕ່ວ່າ ຍ້ອນ ການ ສ້າງທາງ ທັງ 2 ຟາກ ສົ້ນເບື້ອງ ຂົວ ນີ້ຍັງບໍ່ທັນ ສໍາເຣັດ ດີ ແບບວ່າ ຂະເຈົ້າ ປູຢາງ ປູຫຍັງ ບໍ່ທັນແລ້ວ ຫັ້ນນະ ທາງ ວິຊາການ ຂົວທາງ ເພິ່ນ ຈະກວດ ຄວາມພ້ອມ ຂອງມັນ ໂອ້ ໄດ້ແລ້ວ ແລະ ຈະຈັດ ພິທີເປີດ".
ທ່ານກ່າວ ຕໍ່ໄປວ່າ ຂົວແຫ່ງ ນີ້ ມີ ຄວາມຍາວ ປະມານ 150 ແມັຕ ເລີ່ມ ກໍ່ສ້າງ ມາຕັ້ງແຕ່ ຕົ້ນປີ, ຕັ້ງຢູ່ນອກ ເຂດ ຕົວເມືອງ ຫລວງ ພຣະບາງ ພໍສົມຄວນ. ເປົ້າໝາຍ ສ້າງ ຂົວ ແຫ່ງນີ້ ກໍເພື່ອ ບໍ່ໃຫ້ຣົດ ບັນທຸກ ໜັກ ແລ່ນຜ່ານ ເຂດ ໂຕເມືອງ ໄປ ແຂວງ ອື່ນໆ. ຂົວ ນໍ້າຄານ ຈະສາມາດ ຮອງຮັບ ຣົດ ບັນທຸກ ໜັກ ໄດ້.
ຫາກ ຂົວນີ້ ເປີດໃຊ້ ແລ້ວ ກໍຈະເປັນ ຜົລດີ ຕໍ່ ການຄ້າ ການ ຂົນສົ່ງ ເພາະ ຣົດ ທີ່ຈະໄປ ແຂວງ ພາກເໜືອ ຈະຜ່ານຂົວ ນີ້ ທັງໝົດ. ເສັ້ນທາງ ທີ່ມາຕໍ່ ກັບຂົວ ນໍ້າຄານ ນີ້ ຈະໄປຕໍ່ ໃສ່ ເສັ້ນທາງ ເລກທີ 10 ອີກ ເທື່ອນື່ງ.
ປັຈຈຸບັນ ເສັ້ນທາງ ແລະ ຂົວ ບາງແຫ່ງ ໃນ ແຂວງ ຫລວງພຣະບາງ ກໍກໍາລັງ ສ້ອມແປງ ພາຍຫລັງ ພັຍ ນໍ້າຖ້ວມ ເມື່ອ ເດືອນ ກັນຍາ ຜ່ານມາ.