ທາງຣົດໄຟບາງຈຸດຢຸດ ກໍ່ສ້າງ

ອຸ່ນແກ້ວ ສຸກສະຫວັນ
2020.04.30
F-Railway ທາງຣົດໄຟລາວ-ຈີນ ທີ່ຕັ້ງຢູ່ເທິງເສົາຕໍໝໍ້ ຂວ້າມເສັ້ນທາງເລຂທີ 13 ເໜືອ ທີ່ເຂດບ້ານອີ່ລັຍນາຂ່າ, ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ຖ່າຍເມື່ອ: ວັນທີ 26 ເດືອນເມສາ 2020
RFA/TS

ປັດຈຸບັນ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ເຂດເມືອງໄຊ ແຂວງອຸດົມໄຊ ຍັງບໍ່ສາມາດ ດຳເນີນການໄດ້ປົກກະຕິ ຍ້ອນວ່າ ຕ້ອງລໍຖ້າ ກຳມະກອນຈີນ ແລະ ນັກວິຊາການຈີນ ກັບມາຈາກປະເທດຈີນ ຫຼັງຈາກ ວັນທີ 3 ພືສພາ. ເຈົ້າໜ້າທີ່ທ້ອງຖິ່ນ ເມືອງໄຊ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 30 ເມສາ ວ່າ:

"ຄົນງານລາວຖ້າໃດ໋ ຄົນຈີນຍັງບໍ່ມາ ຄືວິຊາການເຂົາຍັງໄປໝົດນະ ຢູ່ມີແຕ່ຈຸດກັມມະກອນເຂົາເຝົ້າແຄ້ມຢູ່ຫັ້ນໃດ໋ ເຝົ້າເຄື່ອງເຂົາຊື່ໆ ເອີ ຊິເຂົ້າມາແລ້ວ ແຕ່ວ່າວັນທີ 3 [ພຶສພາ]."

ທ່ານກ່າວຕື່ມວ່າ ສຳລັບການກໍ່ສ້າງຢູ່ເຂດເມືອງນາໝໍ້ ແລະ ເມືອງງາ ຢູ່ແຂວງອຸດົມໄຊ ຍັງດຳເນີນໄປເປັນປົກກະຕິ ຍ້ອນວ່າມີຄົນງານຈີນ ທີ່ບໍ່ໄດ້ກັບບ້ານ ປະກອບກັບມີຄົນງານລາວຍັງຢູ່ທີ່ນັ້ນ ຄົນຈີນທີ່ກັບ ເຂົ້າມາເຮັດວຽກຫລັງຈາກວັນທີ 3 ພຶສພາ ຈະຕ້ອງໄດ້ໄປຕິບັດຕາມ ຂັ້ນຕອນ ໃນການສະກັດກັ້ນ ແລະ ປ້ອງກັນພຍາດໂຄວິດ19. ເຈົ້າໜ້າທີ່ໃນຄະນະຮັບຜິດຊອບກວດສຸຂພາບຄົນງານ ຢູ່ແຂວງອຸດົມໄຊ ໄດ້ກ່າວວ່າ:

"ກຳມະກອນທາງຣົດໄຟຫັ້ນຈຳນວນນຶ່ງ ຂະເຈົ້າກະຍຸຕິນະ ຍັງຈຳນວນນຶ່ງຍັງຢູ່ພີ້ນະ ເຂົ້າມາຕ້ອງໄດ້ກວດໝົດທຸກດ່ານຕ້ອງໄດ້ແທກອຸນນະ ພູມຕ້ອງໄດ້ມີໃບຢັ້ງຢືນ ຈາກສະຖານທີ່ ເຈົ້າໄປຢູ່ໃສແດ່ຄັນບໍ່ມີ ເຮົາກະບໍ່ໃຫ້ຜ່ານຫັ້ນນະ ຄິດວ່າຄັນໄດ້ເຂົ້າມາຈະຕ້ອງໄດ້ ຖືກກັກໂຕ 14 ວັນ ອີກເດ້."

ໃນຂນະທີ່ ການສ້າງທາງຣົດໄຟ ຢູ່ເຂດເມືອງໂພນໂຮງ ແຂວງວຽງຈັນ ກໍຍັງເຮັດຕາມປົກກະຕິ ເພາະວ່າ ຍັງມີຄົນຈິນ ທີ່ບໍ່ໄດ້ກັບປະເທດ ຈີນ ໃນໄລຍະປີໃໝ່ຈີນ ແລະ ຍັງມີກຳມະກອນລາວ. ເຈົ້າໜ້າທີ່ ເມືອງໂພນໂຮງ ໄດ້ກ່າວວ່າ:

"ໂອຍັງມີຢູ່ ຊ້ວງປີໃໝ່ ຈີນເຂົາກະບໍ່ໄດ້ໄປຈີນ ນະ ບໍ່ໄດ້ເມືອ ໂອ້ ກະຫລາຍເຕີບໃດ໋ ຢູ່ບ່ອນບໍຣິສັດເຂົາເລີຍໃດ໋ ພວກຈີນຫັ້ນນະກັມມະ ກອນລາວເຮັດນຳເຂົາຫັ້ນນະ."

ສ່ວນວ່າການກໍ່ສ້າງ ຢູ່ເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍຍັງດຳເນີນການຢູ່, ແຕ່ວຽກໜ້ອຍລົງ ຍ້ອນວ່າຫຼາຍວຽກກໍສຳ ເຣັດແລ້ວ ແລະ ມີການມອບຮັບແລ້ວ, ເຈົ້າໜ້າທີ່ເມືອງນາຊາຍທອງ ໄດ້ກ່າວວ່າ:

"ມັນກະມີຈຳນວນໜ້ອຍ ມີແຕ່ນັກວິຊການຂະເຈົ້າຫັ້ນແຫລະ ບ້ານໄທເຮົາເພິ່ນແລ້ວ ແລ້ວນະ ເພິ່ນມອບໃຫ້ກັນໝົດແລ້ວ."

ເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ທາງຣົດໄຟລາວ-ຈີນ ຈຳກັດ ເພື່ອຖາມລາຍລະອຽດກ່ຽວກັບຈຳນວນຄົນງານຈີນ ທີ່ເຮັດວຽກຢູ່ ແລະ ຈຳນວນທີ່ຍັງບໍ່ໄດ້ກັບເຂົ້າມາລາວ ແຕ່ເຈົ້າໜ້າທີ່ບໍຣິສັດ ບໍ່ສະດວກໃຫ້ຂໍ້ມູນ.

ປັດຈຸບັນ ໂຄງການທາງຣົດໄຟລາວ-ຈີນ ໄດ້ສຳເຣັດການສ້າງອຸມົງຄວາມຍາວປະມານ 9 ກິໂລແມັດ ຢູ່ບ້ານກຸລົງ ເມືອງນາໝໍ້ ແຂວງ ອຸດົມໄຊ ສ່ວນວ່າ ການກໍ່ສ້າງຢູ່ນະຄອນຫລວງວຽງຈັນ ກໍໄດ້ເຂົ້າສູ່ໄລຍະ ວາງລາງຣົດໄຟແລ້ວ.

ໂຄງການທາງລົດໄຟລາວ-ຈີນ ມີຄວາມຍາວປະມານ 400 ກິໂລແມັດ ມີກຳນົດສ້າງສຳເຣັດກ່ອນວັນທີ 2 ທັນວາ 2021 ແລະ ຈະເປີດ ນຳໃຊ້ຢ່າງເປັນທາງການໃນຕົ້ນປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.