ການກໍ່ສ້າງທາງຣົດໄຟ ຄົນງານ ໜ້ອຍລົງ
2020.04.06
ປັດຈຸບັນ ການກໍ່ສ້າງທາງຣົດໄຟຄວາມໄວສູງ ລາວ-ຈີນ ຢູ່ຫລາຍເຂດຂອງລາວ ເປັນຕົ້ນຢູ່ແຂວງຫລວງພະບາງ ມີຄົນງານ ແລະນັກວິຊາ ການຈີນໜ້ອຍລົງ, ຍັງມີສະເພາະແຕ່ວຽກງານສໍາຄັນຫຼາຍເທົ່ານັ້ນ ທີ່ຍັງດໍາເນີນການຢູ່ ເປັນຕົ້ນການຕົກແຕ່ງພາຍໃນອຸໂມງ ແລະການວາງ ຣາງຣົດໄຟ, ສ່ວນວຽກອື່ນໆ ທີ່ອາສັຍຄົນງານທົ່ວໄປເຮັດຢູ່ກາງແຈ້ງ ໄດ້ຢຸດເຊົາຊົ່ວຄາວຍ້ອນຄໍາສັ່ງຂອງຣັຖບານລາວ ເພື່ອປ້ອງກັນການ ແພ່ຣະບາດຂອງໄວຣັສ ໂຄວິດ-19 ຊຶ່ງອາຈເຮັດໃຫ້ການກໍ່ສ້າງ ທາງຣົດໄຟບາງຢ່າງ ຕ້ອງໄດ້ຂຍາຍເວລາອອກໄປຕື່ມ, ດັ່ງ ເຈົ້າໜ້າທີ່ ແຂວງຫລວງພະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ເມສານີ້ວ່າ:
“ເກີດວິກິດແນວນີ້ແລ້ວ ບັນດານັກວິຊາການ ບັນດາກັມກອນເພິ່ນກະໄດ້ຢຸດສງັກ ຫລາຍສົມຄວນວ່າຊັ້ນຊະ. ເມື່ອມີຄໍາສັ່ງຂອງທ່ານນາຍົກ ອອກມາແລ້ວ ທຸກໆຂແນງການ ທຸກໆບ່ອນກໍຢາກໂຈະ ຢາກອັນນັ້ນ ໄປໝົດແລ້ວ. ມັນກະແມ່ນຄວາມຈໍາເປັນອັນນຶ່ງ ເມື່ອເກີດວິກິດແນວນີ້ ບາງເທື່ອກະອາດແກ່ຍາວ ເວລາໄປ ໜ້ອຍນຶ່ງຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ເມື່ອເປັນຄືແນວນັ້ນ ການທີ່ວ່າຈະກໍ່ສ້າງທາງຣົດໄຟ ລາວ-ຈີນ ໃຫ້ສໍາເຣັດກ່ອນວັນທີ 2 ທັນວາ 2021 ຕາມແຜນການນັ້ນ ແມ່ນອາຈເປັນໄປບໍ່ໄດ້, ອາຈຕ້ອງໄດ້ ຂຍາຍການກໍ່ສ້າງອອກໄປ ຕື່ມຖ້າຫາກວ່າ ໂຄວິດ-19 ຍັງຣະບາດຮຸນແຮງຫລາຍຂຶ້ນ. ແຕ່ກໍເຊື່ອວ່າ ບໍຣິສັດທາງຣົດໄຟລາວ-ຈີນ ຈະພຍາຍາມເລັ່ງການກໍ່ສ້າງ ເພື່ອໃຫ້ແລ້ວທັນຕາມເວລາ ທີ່ໄດ້ກໍານົດເອົາໄວ້.
ນອກຈາກຢູ່ແຂວງຫລວງພະບາງ ທີ່ມີຄົນງານ ແລະນັກວິຊາການ ສ້າງທາງຣົດໄຟໜ້ອຍລົງແລ້ວ ໃນແຂວງວຽງຈັນ ກໍໜ້ອຍລົງເຊັ່ນດຽວກັນ ແລະບໍ່ໃຫ້ຄົນງານເຮັດວຽກແບບຈຸ້ມກັນຫລາຍຄົນເກີນໄປ, ແຕ່ກໍຄິດວ່າ ອັນນັ້ນຈະບໍ່ເຮັດໃຫ້ ການກໍ່ສ້າງ ລ່າຊ້າເກີນໄປ, ດັ່ງ ເຈົ້າໜ້າທີ່ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ແຕ່ວ່າດຽວນີ້ ເຂົາກະຫລຸດລົງມາ ເຂົາກະບໍ່ເຊົາ ເຂົາກະເຮັດ ແຕ່ວ່າບໍ່ເຮັດຫລາຍຄົນຫັ້ນນະ. ສົມມຸດວ່າຣົດຄັນນຶ່ງ ກະກັມກອນເຂົາກະມີ 3 -4-5 ຄົນນີ້ນະ ໄປເບິ່ງວຽກເຂົາຫັ້ນນະ ແຕ່ວ່າເຂົາກະສິບໍ່ລ່າຊ້າ ເກີນໄປດອກ ເພາະວ່າຂະເຈົ້າກະຄ່ອຍເຮັດໄປຢູ່.”
ທ່ານເວົ້າວ່າ ໃນການເຮັດວຽກຂອງຄົນງານ ກໍມີການປ້ອງກັນໂຕເອງ ຈາກໄວຣັສ ໂຄວິດ-19 ເປັນຕົ້ນໃສ່ຜ້າອັດປາກ-ອັດດັງ ໃນຂນະທີ່ ເຮັດວຽກ ແລະໃຊ້ເຈລລ້າງມືຫລັງຈາກເຮັດວຽກແລ້ວ. ເມື່ອຮອດເວລາ ເລີກວຽກ ສ່ວນໃຫຍ່ພວກເຂົາເຈົ້າ ກໍຟ້າວກັບໄປແຄັມຄົນງານ.
ກ່ຽວກັບເຮຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ທາງຣົດໄຟລາວ-ຈີນຈໍາກັດ ຊຶ່ງມີຫ້ອງການໃຫຍ່ ຢູ່ນະຄອນຫລວງວຽງຈັນ ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣຶ່ອງຈໍານວນ ຄົນງານ ແລະວິຊາການ ທີ່ກໍາລັງສ້າງທາງຣົດໄຟ ຢູ່ໃນຂນະນີ້ ແຕ່ບໍ່ສາມາດຕິດຕໍ່ໄດ້ ຊຶ່ງອາດບໍ່ມີເຈົ້າໜ້າທີ່ ເຮັດວຽກຢູ່ຫ້ອງການ.
ປັດຈຸບັນ ວຽກງານການກໍ່ສ້າງຫລາຍໂຄງການ ແລະໂຮງງານຫລາຍແຫ່ງ ຢູ່ປະເທດລາວ ໄດ້ຢຸດຊົ່ວຄາວ ເພື່ອປ້ອງກັນການຣະບາດຂອງ ໄວຣັສ ໂຄວິດ-19. ແລະລ່າສຸດນີ້ ກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ສັ່ງໃຫ້ຢຸດກິຈການ ໂຮງງານຂຸດຄົ້ນປຸງແຕ່ງ ບໍ່ແຮ່ທາດ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນທົ່ວປະເທດ ໄປຈົນຮອດວັນທີ 19 ເມສາ 2020.