ກິດຈະການທ່າບົກ ໃນເຂດສະຫວັນ-ເຊໂນ ຖືກຂາຍຕໍ່
2024.05.10

ເມື່ອວັນທີ 06 ພຶດສະພາ ທີ່ຜ່ານມາ ສື່ທາງການລາວ ໄດ້ນໍາສະເໜີຂ່າວວ່າ ບໍລິສັດ DP World ເຊິ່ງເປັນບໍລິສັດໃຫຍ່ ທີ່ໃຫ້ບໍລິການທ່າບົກ ແລະ ການຂົນສົ່ງສິນຄ້າແບບຄົບວົງຈອນ ທີ່ມີສຳນັກງານໃຫຍ່ຢູ່ນະຄອນດູໄບ ປະເທດສະຫະລັດ ອາຣັບເອມິເຣດສ໌ ໄດ້ຊື້ກິດຈະການທ່າບົກ ຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແຂວງສະຫວັນນະເຂດ ໃນເນື້ອທີ່ຂະໜາດ 140,456 ຕາແມັດ ຈາກບໍລິສັດ Savan Logistics ທີ່ມີນັກລົງທຶນຈາກປະເທດຝຣັ່ງເປັນເຈົ້າຂອງ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຂອງ ບໍລິສັດ DP World ປະຈຳປະເທດລາວເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ ຕາມເລກໂທທີ່ແຈ້ງຢູ່ໃນຂາວ ຂອງສື່ມວນຊົນລາວ ແຕ່ຍັງບໍ່ສາມາດຕິດຕໍ່ ຫາເຈົ້າໜ້າທີ່ໄດ້, ແຕ່ພະນັກງານທີ່ເຮັດວຽກ ຢູ່ໃນ ບໍລິສັດ Savan Logistics ໄດ້ຊີ້ແຈງວ່າ ການທີ່ບໍລິສັດ DP World ໄດ້ເຂົ້າມາຊື້ກິດຈະການທ່າບົກ ກໍ່ແມ່ນເປັນພຽງການປ່ຽນເຈົ້າຂອງ ແລະປ່ຽນຊື່ບໍລິສັດ ໂດຍການບໍລິຫານ ແລະການບໍລິການຕ່າງໆ ຍັງຢູ່ໃນລະບົບເກົ່າ ແລະ ບໍ່ໄດ້ມີການປັບປ່ຽນຄະນະບໍລິຫານ ຫຼື ພະນັກງານເທື່ອ ແລະ ການທີ່ບໍລິສັດ Savan Logistics ໄດ້ຂາຍກິດຈະການກໍ່ບໍ່ໄດ້ເກີດຂຶ້ນຍ້ອນບັນຫາທາງດ້ານງົບປະມານ.
ດັ່ງພະນັກງານບໍລິສັດ Savan Logistics ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 08 ພຶດສະພາ ນີ້ວ່າ:
“ໝາຍຄວາມວ່າໂຕນີ້ ຍັງເປັນທຶນເກົ່າເພິ່ນບໍລິຫານຢູ່ລະບົບ ການບໍລິຫານອິຫຍັງ ຍັງຄືເກົ່າ ເພາະວ່າທ່າບົກນີ້ ແມ່ນຂອງພາກສ່ວນລັດຖະບານ ເພິ່ນບໍ່ມີບັນຫາເລື່ອງເງິນດອກ ເພິ່ນມີເງິນຫຼາຍຕ່າງ ແຕ່ວ່າເພິ່ນອາດຈະແບບວ່າ ແບ່ງກິດຈະການຂອງເພິ່ນໃຫ້ຜູ້ອື່ນ ບໍລິຫານນໍາເພາະວ່າ ເພິ່ນເຮັດຫຼາຍຢ່າງ.”
ສໍາລັບການຊື້ກິດຈະການ ທ່າບົກ ຢູ່ແຂວງສະຫວັນນະເຂດ ຂອງ ບໍລິສັດ DP World ໃນເທື່ອນີ້ກໍຍັງບໍ່ທັນໄດ້ມີການເປີດຕົວ ຢ່າງເປັນທາງການ ແລະກໍ່ຍັງບໍ່ທັນໄດ້ແຈ້ງໄປຍັງ ສື່ມວນຊົນ ຂອງແຂວງສະຫວັນນະເຂດເທື່ອ.
ດັ່ງສື່ມວນຊົນ ແຂວງສະຫວັນນະເຂດ ນາງໜຶ່ງກ່າວວ່າ:
“ບໍ່! ບໍ່! ເພິ່ນບໍ່ໄດ້ແຈ້ງໃຫ້ເຮົາ ຄັນເພິ່ນຜ່ານຜະແນກພົວພັນ ຕ່າງປະເທດ ເພິ່ນກາຊິເຊີນຫັ້ນນ່າ. ໂຕນີ້ສ່ວນຫຼາຍ ບໍ່ເຫັນຫັ້ນນ່າຕ້ອງຖາມ ບັນນາທິການເຮົາກ່ອນ.”
ນັກວິຊາການ ດ້ານໂລຈິສຕິກ ແລະການຂົນສົ່ງ ກ່າວວ່າ ການທີ່ບໍລິສັດຕ່າງປະເທດ ເຂົ້າມາຊື້ກິດຈະການ ທ່າບົກຢູ່ລາວ ກໍ່ຍັງບໍ່ທັນໄດ້ເປີດຂໍ້ມູນໃຫ້ແກ່ຝ່າຍລາວ ໄດ້ຮັບຊາບ ຈຶ່ງຍັງບໍ່ທັນຮູ້ວ່າ ບໍລິສັດດັ່ງກ່າວມີແຜນ ຈະພັດທະນາທ່າບົກ ຢູ່ແຂວງສະຫວັນນະເຂດ ໃຫ້ມີການຂະຫຍາຍໂຕ ໄປໃນທິດທາງໃດແລະສາເຫດ ທີ່ບໍລິສັດ Savan Logistics ໄດ້ຂາຍກິດຈະການ ແມ່ນເຫດຜົນໃດ.
ດັ່ງນັກວິຊາການ ໂລຈິສຕິກ ແລະຂົນສົ່ງທ່ານ ກ່າວວ່າ:
“ຖ້າວ່າຊິເວົ້າກາບໍ່ແນ່ໃຈເນາະເພາະວ່າ ຂໍ້ມູນຕ່າງໆ ເພິ່ນກາບໍ່ໄດ້ເປີດເຜີຍວ່າ ພື້ນທີ່ເພິ່ນເອົາໄປໃຊ້ເຮັດຫຍັງ ຫຼືວ່າ ບໍລິຫານການຂົນສົ່ງສິນຄ້າບໍ່ ຫຼື ວ່າ ຈັດການໃນສາງຫັ້ນແນວໃດ ສິນຄ້າເພິ່ນມີການປ່ຽນແປງບໍ່ ຫຼືວ່າມີການປ່ຽນແປງລະບົບ ການຈັດການບໍ່ ຫຼືວ່າ ບັນຫາໃດໜຶ່ງທີ່ເຂົາເຈົ້າມີການເຊົ່າ ຫຼືວ່າຜູ້ປະກອບການ ອາດຈະມີບັນຫາ.”
ສ່ວນເຈົ້າໜ້າທີ່ ດ້ານຈັດແຮງງານ ຢູ່ແຂວງສະຫວັນນະເຂດ ກ່າວວ່າ ສໍາລັບຢູ່ໃນເຂດທ່າບົກ ໃນເຂດເສດຖະກິດສະຫວັນ-ເຊໂນ ກໍມີການຮັບຄົນງານເຂົ້າໄປເຮັດວຽກ ປະຈຳໃນຫຼາຍຕຳແໜ່ງ ແຕ່ທ່ານກໍ່ບໍ່ແນ່ໃຈວ່າການເຂົ້າມາຊື້ກິດຈະການ ທ່າບົກຈະເຮັດໃຫ້ເກີດການຈ້າງ ພະນັກງານປະຈຳ ຫ້ອງການ ແລະພະແນກຕ່າງໆຫຼາຍຂຶ້ນບໍ່.
ດັ່ງເຈົ້າໜ້າທີ່ ດ້ານແຮງງານ ສະຫວັນນະເຂດ ທ່ານກ່າວວ່າ:
“ໂຕນີ້ເຮົາຍັງບໍ່ແນ່ໃຈເດີ້. ເຈົ້າວ່າຮັບພະນັກງານບໍ່ແຕ່ວ່າ ມີແຕ່ເປີດຮັບແຮງງານມາໄປເຮັດວຽກຫັ້ນ. ເຂົາເຈົ້າຍັງເປີດຮັບຢູ່ ຫຼາຍຢູ່ເຈົ້າພະນັກງານນີ້ ເຮົາຍັງບໍ່ແນ່ໃຈເດີ້ເຈົ້າ.”
ຄົນງານລາວ ທີ່ເຮັດວຽກຢູ່ເຂດເສດຖະກິດ ພິເສດ ສະຫວັນ-ເຊໂນ ກໍ່ບໍ່ແນ່ໃຈວ່ການປ່ຽນເຈົ້າຂອງທ່າບົກເທື່ອນີ້ ຈະມີການຈ້າງຄົນງານລາວເພີ່ມບໍ່ ເຊິ່ງເຫັນພຽງແຕ່ວ່າຫຼາຍບໍລິສັດ ທີ່ລົງທຶນໃນເຂດດັັ່ງກ່າວ ເປີດຮັບສະມັກຄົນງານລາວຢູ່ເລື້ອຍໆ.
ດັ່ງຄົນງານລາວ ໃນເຂດເສດຖະກິດ ສະຫວັນ-ເຊໂນ ນາງກ່າວວ່າ:
“ຢູ່ແຖວເຂດທ່າບົກ ບໍ່ແນ່ໃຈຄືກັນຕ້ອງໄດ້ຖາມທາງທ່າບົກເອງ ຄືທາງບໍລິສັດມີແຜນຈະຮັບປະມານ 100 ກ່ວາຄົນແຕ່ວ່າ ຕອນນີ້ຫັ້ນກຳລັງເກັບກຳປະຫວັດຢູ່ ແລ້ວພວກເຮົາຊິເອີ້ນອີກເທື່ອໜຶ່ງ ຫຼັງຈາກທີ່ເຮົາກຽມພວກຫໍພັກ ອິຫຍັງແລ້ວຮຽບຮ້ອຍ.”
ທ່ານ Glen Hilton ໃນຖານະ CEO & Managing Director , Asia Pacific ຂອງ DP World ໄດ້ກ່າວຜ່ານຖະແຫຼງການເຖິງການຊື້ກິດຈະການ ທ່າບົກຢູ່ແຂວງສະຫວັນນະເຂດວ່າ “ນີ້ເປັນບາດກ້າວສຳຄັນ ຂອງພວກເຮົາ ໃນການຍົກລະດັບຄວາມເຊື່ອມໂຍງ ຂອງພາກພື້ນນີ້. ພື້ນທີ່ທ່າບົກແຫ່ງນີ້ ຕັ້ງຢູ່ໃນທຳເລເຊິ່ງກົນລະຍຸດ ໃກ້ກັບທ່າເຮືອປາຍທາງ ແລະ ສິ່ງອຳນວຍຄວາມສະດວກ ເທິງຝັ່ງທີ່ມີຢູ່ຂອງພວກເຮົາ ຕາມແລວລະບຽງ ເສດຖະກິດຕາເວັນອອກ-ຕາເວັນຕົກ ໃນປະເທດໄທ ແລະ ຫວຽດນາມ. ພວກເຮົາຈະນຳຄວາມຊ່ຽວຊານ ແລະ ຊັບພະຍາກອນ ຂອງພວກເຮົາມາພັດທະນາ ໂຄງສ້າງພື້ນຖານ ຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງ ພູມສາດເພື່ອສົ່ງເສີມການຄ້າ ໃຫ້ກັບລູກຄ້າ ຂອງພວກເຮົາ. ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບ ສະພາບເສດຖະກິດ ຂອງຊຸມຊົນ ທີ່ອາໄສເສັ້ນທາງການຄ້າ ສຳຄັນນີ້ ໃນການດຳລົງຊີວິດປະຈຳວັນ.”
ສໍາລັບກິດຈະການທ່າບົກ ຢູ່ແຂວງສະຫວັນນະເຂດ ຂອງບໍລິສັດ Savan Logistics ໄດ້ດຳນີນການມາຕັ້ງແຕ່ປີ 2016 ເປັນຕົ້ນມາ ຈົນເຖິງໄດ້ຂາຍກິດຈະການ ໃຫ້ບໍລິສັດ DP World ໃນເດືອນພຶດສະພາປີ 2024 ນີ້.