ຄົນງານລາວໄປໄທຫຼາຍຂຶ້ນ

ມະນີຈັນ
2016.10.06
F-workers ຄົນງານລາວ ທິ່ໄປເຮັດວຽກ ໃນໂຮງງານ ອາຫານທະເລ ຢູ່ ປະເທດໄທ
Screen captured migrant workers video

ປັດຈຸບັນ ຄົນງານລາວ ຢູ່ແຂວງ ສະຫວັນນະເຂດ ທີ່ ໄປເຮັດວຽກ ຢູ່ໄທ ແບບບໍ່ມີ ອະນຸຍາດ ຢ່າງຖືກຕ້ອງ ມີເພີ່ມຂຶ້ນ ນຳເລື້ອຍໆ. ເຖິງວ່າ ທາງການລາວ ຈະ ຊຸກຍູ້ໃຫ້ ພວກເຂົາເຈົ້າ ເຮັດວຽກ ຢູ່ພາຍໃນ ປະເທດ ຂອງຕົນເອງ ແນວໃດ ກໍຕາມ ແຕ່ກໍຍັງ ບໍ່ສາມາດ ແກ້ໄຂບັນຫາ ນີ້ໄດ້. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ ສະຫວັນນະເຂດ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ເມື່ອວັນທີ 6 ຕຸລານີ້:

"ຖ້າວ່າລັກລອບ ຂ້າມໄປນີ້ ຄາດວ່ານະ ກໍຍັງຫລາຍຢູ່ ສະຖິຕິ ທີ່ເຮົາສໍາຣວດໄດ້ ຕົກປີກ່ອນໆ ນັ້ນ ປີ 2014 ມີແຕ່ ໝື່ນປາຍ ທີ່ເຮົາ ເກັບກໍາ ໄດ້ ປີ 2015 ຢູ່ປະມານ 2 ໝື່ນປາຍ ສະເພາະ ປີນີ້ ຍັງບໍ່ທັນ ໄດ້ຮວມ ເພາະວ່າ ຍັງລໍຖ້າ ແຕ່ລະເມືອງ ສົ່ງມາ ມັນກໍຈະເພີ່ມ ຂຶ້ນໄປ ມັນຈະໂດດ ສູງຂຶ້ນ".

ການທີ່ຄົນງານ ລັກຂ້າມໄປ ເຮັດວຽກ ຢູ່ໄທ ຫຼາຍຂຶ້ນນັ້ນ ສ່ວນນຶ່ງ ກໍຍ້ອນວ່າ ຢູ່ແຂວງ ສະຫວັນນະເຂດ ບໍ່ມີວຽກ ໃຫ້ເຮັດ ພຽງພໍ. ສ່ວນນຶ່ງ ກໍຖືກ ຄົນວຽດນາມ ທີ່ເຂົ້າມາ ຍາດແຍ່ງ ວຽກເຮັດ ງານທຳ ແລະ ສ່ວນນຶ່ງອີກ ກໍມີຈຳນວນຫຼາຍ ທີ່ຢາກໄປ ເຮັດວຽກ ໃນໄທ ຍ້ອນຄ່າ ແຮງງານ ຂັ້ນຕໍ່າ 300 ບາດຕໍ່ມື້ ໃນຂນະທີ່ ຢູ່ລາວ ຄ່າແຮງງານ ພຽງແຕ່ 100 ປາຍ ບາດ ຕໍ່ມື້.

ທ່ານກ່າວອີກວ່າ ຄົນທີ່ລັກຂ້າມໄປ ເຮັດວຽກຢູ່ໄທ ແບ່ງອອກເປັນ 2 ປະເພດຄື ຄົນລາວ ຈະຖືໜັງສື ຜ່ານແດນ ໄປແບບ ນັກທ່ອງທ່ຽວ ຈາກນັ້ນ ກໍຊອກຫາ ວຽກເຮັດ ໂດຍບໍ່ມີ ອະນຸຍາດ. ອີກ ປະເພດນຶ່ງ ຄືພວກ ທີ່ລັກຂ້າມ ແມ່ນໍ້າຂອງ ໄປ ແລະ ບໍ່ຜ່ານດ່ານ. ກໍຣະນີ ດັ່ງກ່າວ ທ່ານ ພອນພິຣົມ ຍົດບຸນ ຫົວໜ້າ ຜແນກ ຍຸດທະການ ແລະ ການຂ່າວ ຂອງໄທ ປະຈໍາ ໜ່ວຍເຮືອຮັກສາ ຄວາມສງົບ ຮຽບຮ້ອຍ ຕາມລໍານໍ້າຂອງ ໄດ້ ເປີດເຜີຍວ່າ:

"ການລັກ ຂ້າມເຂົ້າເມືອງ ແບບຜິດກົດໝາຍ ມາຂາຍແຮງງານ ປັດຈຸບັນ ຍັງບໍ່ຫລຸດລົງ ແລະ ຍັງຖືກ ຈັບໄດ້ ເປັນປະຈໍາ ສ່ວນຫຼາຍ ທີ່ເຫັນກໍຄື ລັກກັບໄປ ກັບມາ ບາງທີ ກໍບໍ່ໄດ້ ຜ່ານດ່ານ ຜ່ານຫຍັງມາ".

ທ່ານກ່າວ ຕື່ມອີກວ່າ ຊາວລາວ ທີ່ລັກລອບ ຂ້າມ ແມ່ນໍ້າຂອງ ຈາກແຂວງ ສະຫວັນນະເຂດ ມາໄທ ນັ້ນ ສະເລັ່ຽແລ້ວ ແຕ່ລະເດືອນ ເປັນຫລັກຮ້ອຍ ຊຶ່ງ ໃນຈໍານວນນີ້ ສ່ວນນຶ່ງ ຈະມາຂາຍ ແຮງງານ ແລະ ອີກສ່ວນນຶ່ງ ຈະມາເພື່ອ ຂາຍ ບໍຣິການ ທາງເພດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.