ທາງການນໍາຫາເຈົ້າຂອງ ໄມ້ເຖື່ອນ
2016.10.31

ປັດຈຸບັນ ຜແນກກະສິກັມ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ຮ່ວມກັບ ຕຳຣວດ ປ້ອງກັນ ຄວາມສງົບ ກຳລັງ ສືບຫາ ເຈົ້າຂອງໄມ້ ຜິດກົດໝາຍ ກວ່າ 6 ພັນທ່ອນ ທີ່ ຖືກເຊື່ອງໄວ້ ຢູ່ ບໍຣິເວນ ໂຮງງານ ປຸງແຕ່ງໄມ້ 9 ຈະເລີນຊັບ ຢູ່ ບ້ານ ນາປ່າຊາດ ເມືອງ ທ່າປາງທອງ ພາຍຫລັງ ເຈົ້າໜ້າທີ່ ໄດ້ກວດພົບ ໃນຣະຫວ່າງ ວັນທີ 10 ຫາ 16 ຕຸລາ 2016. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ສະຫວັນະເຂດ ຕໍ່ RFA ໃນວັນທີ 28 ຕຸລາ:
"ຍັງບໍ່ຮູ້ຈັກເທື່ອ ເພາະວ່າ ພວກເຮົາ ຍັງຢູ່ໃນ ຂັ້ນຕອນ ການສືບສວນ ສອບສວນ ພວກເຮົານີ້ ກະຫຼາຍໆ ຄັ້ງຢູ່ ທີ່ວ່າໄດ້ ແຕ່ຄັ້ງນີ້ ເປັນຄັ້ງທີ່ວ່າ ພວກເຮົາ ໄດ້ຫຼາຍ ສົມຄວນ ພວກເຮົາ ກະຍັງສລຸບ ບໍ່ໄດ້ ເພາະວ່າ ຍັງຢູ່ໃນ ຂັ້ນຕອນ ການສືບສວນ ສອບສວນ ເນາະ".
ທ່ານເວົ້າວ່າ ໃນເບື້ອງຕົ້ນ ເຈົ້າຂອງ ໂຮງງານ ປຸງແຕ່ງໄມ້ ດັ່ງກ່າວ ຊື່ ນາງ ແມວດີ ອາຍຸ 46 ປີ ຊາວເມືອງ ຈັນທະບູລີ ນະຄອນຫຼວງ ວຽງຈັນ ໄດ້ ປະຕິເສດ ວ່າ ໄມ້ຈຳນວນ ດັ່ງກ່າວ ບໍ່ແມ່ນຂອງຕົນ, ເປັນໄມ້ຂອງ ຊາວວຽດນາມ. ແຕ່ ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກໍຍັງສືບສວນ ສອບສວນ ຫາ ຄວາມຈິງຢູ່ວ່າ ແມ່ນໄມ້ ຂອງໃຜແທ້ ແລະ ຈະນຳ ຜູ້ກະທຳຜິດ ມາລົງໂທດ ຕາມຣະບຽບ ກົດໝາຍ.
ທ່ານກ່າວ ຕື່ມວ່າ ການກວດພົບ ໄມ້ ຜິດກົດໝາຍ ເທື່ອນີ້ ຖືວ່າເປັນ ຄັ້ງໃຫຍ່ ໃນຮອບຫຼາຍປີ ເຮັດໃຫ້ ແຕ່ລະ ພາກສ່ວນ ທີ່ກ່ຽວຂ້ອງ ຕ້ອງໄດ້ເພີ້ມ ການກວດກາ ຫຼາຍຂຶ້ນ ຕາມຄຳສັ່ງ ຂອງ ນາຍົກ ຣັຖມົນຕຣີ ເລກທີ 15 ທີ່ ມີເປົ້າໝາຍ ສະກັນກັ້ນ ການຄ້າ ໄມ້ ເຖື່ອນ ທົ່ວປະເທດ.