ກະຊວງແຜນການແລະການລົງທຶນຂອງລາວ ໂຮມເອົາເຂດການຄ້າຊາຍແດນ ບ້ານແດນສະຫວັນ ເຂົ້າເປັນເສຖກິດພິເສດ ສະຫວັນ-ເຊໂນ ເປັນເຂດດຽວກັນເພື່ອປະຢັດຊັພຍາກອນ ບຸຄລາກອນຂອງຣັຖ ແລະບໍ່ໃຫ້ເກີດຄວາມສັບສົນໃນການເຮັດນິຕິກັມຕ່າງໆ ຕໍ່ນັກລົງທຶນ, ດັ່ງ ເຈົ້າໜ້າທີ່ປະຈຳເຂດເສຖກິດພິເສດ ສະຫວັນ-ເຊໂນ ແຂວງສະຫວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 07 ມົກຣາ ນີ້ວ່າ:
"ແມ່ນມັນເປັນເຂດດຽວກັນ ບໍ່ຕ້ອງມີຫລາຍນິຕິກັມ ບໍ່ຕ້ອງມີຫລາຍອົງກອນຄຸ້ມຄອງ ເພື່ອປະຢັດ ອັນນັ້ນ 1 ຊັພຍາກອນບຸຄລາກອນໃນ ແຂວງດຽວກັນ ບໍ່ໃຫ້ມີຫຼາຍອົງກອນເກີດຂຶ້ນມັນກໍສະດວກຕໍ່ຜູ້ລົງທຶນ ຜູ້ລົງທຶນກໍ່ມີຫຼາຍທາງເລືອກສິລົງ ເຂດໃນເມືອງເຂດນອກເມືອງ ປະຕິບັດນີຕິກັມ ແນວດຽວກັນ ກໍແຮງບໍ່ໍໍ່ໍ່ໍ່ໍ່ສັບສົນ."
ທ່ານກ່າວຕື່ມວ່າ ເຂດການຄ້າຊາຍແດນ ບ້ານແດນສະຫວັນ ຖືເປັນເຂດການຄ້າຊາຍແດນ ທີ່ມີນັກລົງທຶນທັງໃນປະເທດ ແລະ ຕ່າງ ປະເທດເຂົ້າມາລົງທຶນ 10 ປາຍບໍຣິສັດ ໃນປີຜ່ານມາ ແຕ່ນັກລົງທຶນບໍ່ໄດ້ຮັບສິດ ຍົກເວັ້ນພາສີ ເນື່ອງຈາກບໍ່ແມ່ນ ເຂດເສຖກິດພິເສດ ເພື່ອບໍ່ໃຫ້ຫຍຸ້ງຍາກແກ່ນັກລົງທຶນ ແລະ ບໍ່ຕ້ອງພົວພັນກັບຫລາຍພາກສ່ວນ ຈຶ່ງເຫັນດີໂຮມເປັນເຂດດຽວ ແລະ ໃຊ້ນິຕິກັມອັນດຽວກັນ ກັບເຂດເສຖກິດພິເສດ.
ເຈົ້າໜ້າທີ່ປະຈຳເຂດເສຖກິດພິເສດ ສະຫວັນ-ເຊໂນ ເວົ້າຕື່ມວ່າປີຜ່ານມາ ມີນັກລົງທຶນໜ້ອຍຫຼາຍ ຖ້າທຽບໃສ່ປະເທດເພື່ອນບ້ານ ຖືວ່າບໍ່ ຂຍາຍຕົວມາເກືອບ 2 ປີແລ້ວ ແລະຄາດວ່າໃນປີນີ້ ຈະຍັງຢູ່ໃນສະພາບນີ້ຕໍ່ໄປ.
ປັດໃຈສຳຄັນທີ່ເຮັດໃຫ້ການລົງທຶນຢູ່ເຂດເສຖກິດພິເສດ ສະຫວັນ-ເຊໂນ ບໍ່ຂຍາຍໂຕຜົນຈາກກົດໝາຍ ການສົ່ງເສີມການລົງທຶນຂອງລາວ ຍັງມີຂໍ້ຫຍຸ້ງຍາກຫຼາຍ ທັງໃນດ້ານຂັ້ນຕອນການລົງທຶນ ທີ່ຈະຕ້ອງໃຊ້ເວລາຢ່າງໜ້ອຍ 3 ເດືອນງົບປະມານ ໃນການລົງທຶນສູງເນື່ອງຈາກ ໂຄງຮ່າງພື້ນຖານ ພາຍໃນປະເທດບໍ່ສະດວກ ຖ້າລົງທຶນໄປແລ້ວ ກໍ່ຍັງບໍ່ມີຕລາດຮອງຮັບ.
ປະຈຸບັນ ເຂດເສຖກິດພິເສດ ສະຫວັນ-ເຊໂນ ມີໂຮງງານອຸດສາຫະກັມ ປະກອບຊິ້ນສ່ວນ ອີເລັກໂທຣນິກ ຈາກປະເທດຝຣັງ, ໂຮງງານ ຜລິດເລນແວ່ນຕາຈາກ ຢີ່ປຸ່ນ, ບໍຣິສັດ ນິກຄອນ ຕັ້ງໂຮງງານປະກອບ ກ້ອງດິຈິໂຕ ແລະ ບໍຣິສັດ ໂຕໂຢຕ້າ ຕັ້ງໂຮງງານຜລິດເບາະຣົດ ໂດຍໃຊ້ຄົນງານລາວ ໃນອຸດສາຫະກັມດັ່ງກ່າວ ຍັກເວັ້ນແຕ່ຫົວໜ້າງານ ແລະ ນັກວິຊາການ ທີ່ຍັງເປັນຄົນຂອງປະເທດ ຜູ້ລົງທຶນຢູ່.